ດ່ວນທີ່ສຸດ! ສຶກສາສັ່ງໂຈະ ການຮຽນ-ການສອນໂຮງລ້ຽງເດັກ-ປະຖົມທົ່ວປະເທດ ມື້ນີ້ຮອດ 21 ເມສາ

337

ໂດຍອີງຕາມ: ໜັງສືແຈ້ງການຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ສະບັບເລກທີ 005/ສພກ, ລົງວັນທີ 2 ມີນາ 2020 ແລະ ອີງຕາມທິດຊີ້ນໍາຂອງທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ວັນທີ 17 ມີນາ 2020 ແລະ ໜັງສືສະເໜີຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບ ປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ສະບັບເລກທີ 01/ ສພກ, ລົງວັນທີ 16 ມີນາ 2020.

ສະນັ້ນ, ກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການ ສະບັບເລກທີ 1119/ສສກ ລົງວັນທີ 17 ມີນາ 2020 ເຖິງ: ທ່ານອະທິການບໍດີມະຫາວິທະຍາໄລ, ທ່ານຫົວໜ້າກົມ, ອົງການທຽບເທົ່າກົມ, ຜູ້ອໍານວຍການສະຖາບັນ, ຜູ້ອໍານວຍການສູນ, ໂຮງພິມ, ໂຮງງານ, ສະຖາບັນການສຶກສາ, ວິທະຍາໄລ ແລະ ໂຮງຮຽນທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກິລາ; ທ່ານຫົວໜ້າຫ້ອງການກະຊວງ ແລະ ອົງການຕ່າງໆ; ທ່ານຫົວໜ້າຫ້ອງການກໍາມາທິການສຶກສາສົງສູນກາງ; ທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ນະຄອນຫຼວງ – ປະທານສະມາຄົມການສຶກສາພາກເອກະຊົນ, ພໍ່ແມ່ປະຊາຊົນ, ອົງການຈັດຕັ້ງຂອງລັດ,ສາກົນ ແລະ ອົງການຈັດຕັ້ງຕ່າງໆທາງສັງຄົມ ເລື່ອງ: ມາດຕະການປ້ອງກັນການແພ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ຂອງຂະແໜງສຶກສາ ແລະ ກິລາ.

ເນື່ອງຈາກປັດຈຸບັນສະພາບການລະບາດຂອງພະຍາດອັກເສບປອດສາຍພັນໃໝ່ COVID -19 ໃນຫຼາຍປະເທດໄດ້ຂະຫຍາຍເປັນວົງກວ້າງ, ສືບຕໍ່ມີກໍລະນີຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນໃນແຕ່ລະວັນ. ດັ່ງນັ້ນ, ເພື່ອປ້ອງກັນການລະບາດຂອງພະຍາດດັ່ງກ່າວ ໃຫ້ແກ່ຄູ-ອາຈານ, ບຸກຄະລາກອນທາງການສຶກສາ-ກິລາ, ນັກຮຽນນັກສຶກສາ ແຕ່ການສຶກສາກ່ອນໄວຮຽນ ເຖິງການສຶກສາຊັ້ນສູງ ທັງພາກລັດ, ເອກະຊົນ ແລະ ໂຮງຮຽນສົງໃນຂອບ ເຂດທົ່ວປະເທດ. ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ອອກແຈ້ງການດັ່ງນີ້:

1 ໃຫ້ໂຮງລ້ຽງເດັກ, ໂຮງຮຽນອະນຸບານສຶກສາ ລວມທັງຫ້ອງກຽມປະຖົມສຶກສາ ແລະ ກຸ່ມຮຽນຜ່ານການຫຼິ້ນທັງພາກລັດ ແລະ ເອກະຊົນ ໃນຂອບເຂດທົ່ວປະເທດໂຈະການຮຽນ-ການສອນ ຊົ່ວຄາວແຕ່ວັນທີ 17 ມີນາ ເຖິງວັນທີ 21 ເມສາ 2020 ສໍາລັບຊັ້ນປະຖົມສຶກສາ ກໍໃຫ້ໂຈະການຮຽນຊົ່ວຄາວເຊັ່ນດຽວກັນ ນັບແຕ່ ວັນທີ 19 ມີນາ ຫາ 21ເມສາ 2020 ແລະ ໃຫ້ຄູແນະນໍາວຽກບ້ານໃຫ້ນັກຮຽນຕາມຄວາມເໝາະສົມ. ນອກຈາກນັ້ນ, ໃຫ້ດໍາເນີນການຮຽນ-ການສອນປົກກະຕິ.

2 ໃຫ້ຜູ້ບໍລິຫານສະຖານການສຶກສາ-ກິລາ, ຄູ-ອາຈານ ແລະ ພໍ່ແມ່-ຜູ້ປົກຄອງຕິດຕາມອາການນັກຮຽນນັກສຶກສາ ຖ້າເຫັນວ່າລູກຫຼານຂອງຕົນບໍ່ສະບາຍ ມີອຸນຫະພູມ 37,5 ອົງສາເຊ ຫຼື ສູງກວ່າແມ່ນໃຫ້ຢູ່ບ້ານ ແລະ ນໍາໄປພົບແພດ. ຖ້າຫາກນັກຮຽນ-ນັກສຶກສາມີອາການບໍ່ສະບາຍຢູ່ສະຖານການສຶກສາແມ່ນໃຫ້ ປະສານຫາພໍ່ແມ່-ຜູ້ປົກຄອງເພື່ອໃຫ້ມາຮັບ ແລະ ໃນລະຫວ່າງລໍຖ້າແມ່ນໃຫ້ແຍກຜູ້ທີ່ບໍ່ສະບາຍອອກຈາກຜູ້ທີ່ປົກກະຕິ.

3 ໃຫ້ທຸກພາກສ່ວນຈັດກິດຈະກໍາເຮັດອະນາໄມບໍລິເວນສະຖານທີ່ຕ່າງໆຂອງສະຖານການສຶກສາ-ກິລາຂອງຕົນ ໂດຍສະເພາະແມ່ນຈຸດທີ່ມີຄົນສໍາພັດຫຼາຍເຊັ່ນ: ຮາວຂັ້ນໄດ, ລູກບິດປະຕູ, ມືຈັບປະຕູ, ຫ້ອງນ້ໍາ, ເຄື່ອງຫຼິ້ນ, ເຄື່ອງໃຊ້, ສື່ການຮຽນ-ການສອນ, ອຸປະກອນກິລາ ແລະ ບໍລິເວນອື່ນໆ ທີ່ເຫັນວ່າມີຄວາມສ່ຽງ.

4 ແນະນໍາວິທີການລ້າງມືທີ່ຖືກຕ້ອງ, ການກິນສະອາດ, ຢູ່ສະອາດ, ຫຼີກລ່ຽງໃຊ້ມືສໍາຜັດໃບໜ້າ ແລະ ໜ່ວຍຕາຂອງຕົນ ໃຫ້ແກ່ຄູ-ອາຈານ, ບຸກຄະລາກອນທາງການສຶກສາ-ກິລາ, ນັກຮຽນ-ນັກສຶກສາ ໃຫ້ທົ່ວເຖິງ ແລະ ໃຫ້ກາຍເປັນພຶດຕິກໍາຂອງທຸກຄົນ; ຈັດໃຫ້ມີບ່ອນລ້າງມື, ສະບູ ຫຼື ເຈວລ້າງມື.

5 ການຈັດກອງປະຊຸມ ແລະ ສໍາມະນາຕ່າງໆ ຂອງຂະແໜງການສຶກສາ ແລະ ກິລາ ທີ່ມີຜູ້ເຂົ້າຮ່ວມເປັນຈໍານວນຫຼາຍ ໃຫ້ຄະນະຮັບຜິດຊອບວັດແທກອຸນຫະພູມຂອງຜູ້ເຂົ້າຮ່ວມ ຖ້າມີອຸນຫະພູມສູງກວ່າ 37,5 ອົງສາເຊ ຫຼື ສູງກວ່າ ບໍ່ອະນຸຍາດໃຫ້ເຂົ້າຮ່ວມ ແລະ ແນະນໍາໃຫ້ໄປພົບແພດ.

6 ສໍາລັບພະນັກງານ ຄູ-ອາຈານ, ບຸກຄະລາກອນທາງການສຶກສາ-ກິລາ, ແລະ ນັກຮຽນ-ນັກສຶກສາ ທີ່ເດີນທາງມາແຕ່ປະເທດທີ່ມີການລະບາດ COVID-19 ໃຫ້ຈໍາກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນເອງ 14 ວັນ ເພື່ອຕິດຕາມອາການຂອງຕົນເອງ ຫຼີກເວັ້ນການໄປທ່ອງທ່ຽວ ຫຼື ໄປວຽກອື່ນໆ ໃນໄລຍະຈໍາກັດບໍລິເວນ.

7 ສໍາລັບຄູ-ອາຈານ, ບຸກຄະລາກອນທາງການສຶກສາ-ກິລາ, ນັກຮຽນ-ນັກສຶກສາທີ່ຈະເດີນທາງໄປຮ່ວມສໍາມະນາ, ຝຶກອົບຮົມ ຫຼື ຮຽນຕໍ່ຕ່າງປະເທດ ໃຫ້ໂຈະການເດີນທາງໄປປະເທດທີ່ມີການລະບາດ COVID-19 ແລະ ຖ້າຈະເດີນທາງໄປປະເທດທີ່ບໍ່ມີກໍລະນີຜູ້ຕິດເຊື້ອ ໃຫ້ຕິດຕາມແຈ້ງການຂອງປະເທດທີ່ຈະເດີນທາງໄປ, ຕິດຕາມແຈ້ງການຂອງຝ່າຍລາວ ແລະໃຫ້ປະຕິບັດຢ່າງເຂັ້ມງວດ.

8 ໃຫ້ຕິດຕາມຂໍ້ມູນຂ່າວສານ, ແຈ້ງການຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ແລະ ແຈ້ງການຕ່າງໆກ່ຽວກັບການລະບາດຂອງພະຍາດດັ່ງກ່າວຢ່າງໃກ້ຊິດ.

ດັ່ງນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈຶ່ງແຈ້ງມາຍັງທຸກພາກສ່ວນເພື່ອຊາບ ແລະ ຈັດຕັ້ງປະຕິບັດຢ່າງເຂັ້ມ ງວດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ຈົນກວ່າຈະມີແຈ້ງການເພີ່ມເຕີມ.