ລາວຍົກລະດັບການຄວບຄຸມ Covid-19, ຜູ້ເດີນທາງເຂົ້າລາວຕ້ອງກັກຕົວ 14 ວັນຕາມຫຼັກການແພດ

442

ໂຄວິດ-19 ເປັນພະຍາດທີ່ມີການແພ່ລະບາດໄປຢ່າງໄວວາ ຮອດປັດຈຸບັນກວມກວ່າ 100 ປະເທດແລ້ວໃນທົ່ວໂລກ. ສະນັ້ນ, ເພື່ອຄວາມປອດໄພຂອງປະຊາຊົນລາວ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງໂຄວິດ-19 ຈຶ່ງໄດ້ອອກແຈ້ງການສະບັບເລກທີ 012/ສພກ ລົງວັນທີ 16 ມີນາ 2020 ສະເໜີໃຫ້ຍົກລະດັບການຄວບຄຸມຂອງພະຍາດອັກເສບປອດຈາກເຊື້ອ Covid-19 ສຳລັບຜູ້ເດີນທາງເຂົ້າມາ ສ ປປ ລາວ ໃຫ້ມີຄວາມເຂັ້ມງວດຕາມຫຼັກການທາງການແພດ.

ການລະບາດຂອງ Covid-19 ອົງການອະນາໄມໂລກໄດ້ປະເມີນວ່າ ມີຄວາມສ່ຽງສູງສຸດ ແລະ ປະກາດເປັນພະຍາດໃຫຍ່ທົ່ວໂລກ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ທຸກປະເທດຍົກລະດັບມາດຕະການເຝົ້າລະວັງ, ຕອບໂຕ້ ແລະ ຕິດຕາມຢ່າງໃກ້ຊິດ, ຂະນະທີ່ ສປປ ລາວ ເຖິງວ່າຍັງບໍ່ມີກໍລະນີຜູ້ຕິດເຊື້ອ Covid-19 ກໍຕາມ ແຕ່ຖືວ່າຍັງມີຄວາມສ່ຽງສູງຍ້ອນປະເທດໃກ້ຄຽງພວກເຮົາມີການລະບາດແລ້ວ ແລະ ຍັງມີຜູ້ເດີນທາງມາຈາກປະເທດທີ່ມີການລະບາດເຂົ້າ-ອອກ ສປປ ລາວ ເປັນຕົ້ນ: ນັກລົງທຶນ, ພະນັກງານຊ່ຽວຊານ, ກໍາມະກອນໂຄງການກໍ່ສ້າງ, ນັກຮຽນ, ນັກສຶກສາ ແລະ ຊາວຄ້າຂາຍ.

ພາບປະກອບຂ່າວ

ສະນັ້ນ, ເພື່ອເປັນການຫຼຸດຜ່ອນຄວາມສ່ຽງທີ່ອາດຈະເກີດການຕິດເຊື້ອ ແລະ ແພ່ລະບາດຂອງ Covid-19 ມາສູ່ ສປປ ລາວ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ, ແລະ ແກ້ໄຂການລະບາດຂອງພະຍາດດັ່ງກ່າວໄດ້ແຈ້ງມາດຕະການຈັດຕັ້ງປະຕິບັດສໍາລັບຜູ້ເດີນທາງເຂົ້າມາ ສປປ ລາວດັ່ງນີ້:

ທຸກຄົນທີ່ເຂົ້າມາ ສປປ ລາວ, ທີ່ມີອາການດັ່ງລຸ່ມນີ້ ຕ້ອງປະຕິບັດມາດຕະການ ແຍກປ່ຽວຢູ່ໂຮງໝໍ ເພື່ອຢັ້ງຢືນການບົ່ງມະຕິຄືຜູ້ທີ່ມີອາການໄຂ້ , ໄອ ຫຼື ຫາຍໃຈຍາກ ແລະ ມີປະຫວັດເດີນທາງມາຈາກເຂດທີ່ມີການລະບາດຂອງ Covid-19, ຜູ້ທີ່ມີອາການໄຂ້ , ໄອ ຫຼື ຫາຍໃຈຍາກ ແລະ ມີປະຫວັດສໍາຜັດກັບຜູ້ຕິດເຊື້ອ Covid-19.

ພາບປະກອບຂ່າວ

ການແຍກປ່ຽວກໍລະນີສົງໄສຢູ່ນະຄອນຫຼວງວຽງຈັນ ແມ່ນຢູ່ໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ, ໂຮງໝໍເສດຖາທິຣາດ ແລະ ໂຮງໝໍສູນກາງ 103 ກອງທັບ. ສຳລັບແຂວງຕ່າງໆທົ່ວປະເທດແມ່ນການແຍກປ່ຽວກໍລະນີສົງໄສຈັດ ຢູ່ໂຮງໝໍແຂວງ.
ທຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ, ທີ່ມີອາການເຂົ້າກັບເງື່ອນໄຂດັ່ງລຸ່ມນີ້ ຕ້ອງປະຕິບັດມາດຕະການຈໍາກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນເອງພາຍໃນ 14 ວັນ (Self -quarantine) ຄື:

ພາບປະກອບຂ່າວ

ເງື່ອນໄຂທີ 1 ສໍາລັບປະເທດທີ່ບໍ່ມີຊາຍແດນຕິດຈອດກັນ ສປປ ລາວ ທຸກຄົນທີ່ເດິນທາງເຂົ້າມາ ສປປ ລາວ ທີ່ບໍ່ມີອາການສະແດງ, ແຕ່ມາຈາກປະເທດທີ່ມີລາຍງານການລະບາດຂອງ COVID-19 ຫຼາຍກວ່າ 100 ກໍລະນີ.

ເງື່ອນໄຂທີ 2 ສໍາລັບປະເທດທີ່ມີຊາຍແດນຕິດຈອດກັບ ສປປ ລາວ ທຸກຄົນທີ່ເດີນທາງມາຈາກແຂວງທີ່ບໍ່ມີຊາຍແດນຕິດຈອດກັບ ສປປ ລາວ ແຕ່ມີລາຍງານການລະບາດ coVID-19 ຫຼາຍກວ່າ 10 ກໍລະນີ ຫຼື ແຂວງທີ່ມີຊາຍແດນຕິດກັບ ສປປ ລາວ ແຕ່ມີລາຍງານການລະບາດພະຍາດ COVID-19 ຫຼາຍກວ່າ 03 ກໍລະນີຂື້ນໄປ.

ເງື່ອນໄຂທີ 3 ບຸກຄົນໃດທີ່ມີການສໍາຜັດໃກ້ຊິດກັບຜູ້ທີ່ຖືກຢັ້ງຢືນການຕິດເຊື້ອ COVID-19 ພາຍ ໃນ 14 ວັນ ໂດຍມີຂໍ້ແນະນໍາໃນການຈໍາກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນເອງ (Self-quarantine); ແມ່ນການຈໍາກັດການອອກໄປເຄື່ອນໄຫວກິດຈະກໍາຢູ່ນອກສະຖານທີ່ພັກເຊົາ, ຕ້ອງຕິດຕາມອາການໄຂ້, ໄອ ຫຼື ຫາຍໃຈຍາກ ຂອງຕົນເອງທຸກມື້, ຮັກສາສຸຂະພາບຂອງຕົນໃຫ້ແຂງແຮງ, ລ້າງມືໃຫ້ສະອາດເລື້ອຍໆ.

ປະຕິບັດມາລະຍາດການໄອ-ຈາມ, ຜູ້ກ່ຽວຕ້ອງຢູ່ແຕ່ໃນສະຖານທີ່ພັກເຊົາຂອງຕົນ ໂດຍບໍ່ໃຫ້ມີການສໍາຜັດ ຫຼື ໃກ້ຊິດກັບຄົນອື່ນ, ຄອບຄົວ ຫຼື ຜູ້ປະກອບການ ຕ້ອງອໍານວຍຄວາມສະດວກ ໃນການຈັດຫາອາຫານການກິນ ແລະ ສິ່ງທີ່ຈໍາເປັນອື່ນໆໃຫ້ແກ່ບຸກຄົນທີ່ຖືກຈໍາກັດບໍລິເວນ. ຖ້າຫາກມີອາການ ໄຂ້, ໄອ ຫຼື ຫາຍໃຈຍາກ ແມ່ນໃຫ້ຕິດຕໍ່ສາຍດ່ວນ 166 ຫຼື 020-3406 6777 ທັນທີ, ເພື່ອຂໍຄໍາແນະນໍາສິ່ງທີ່ຄວນປະຕິບັດຂັ້ນຕໍ່ໄປ.

ສຳລັບທຸກຄົນທີ່ເດີນທາງເຂົ້າ ສປປ ລາວ ທີ່ບໍ່ມີອາການ ແລະ ບໍ່ເຂົ້າກັບເງື່ອນໄຂມາດຕະການ ເເຍກປ່ຽວ, ມາດຕະການຈໍາກັດບໍລິເວນ ແມ່ນໃຫ້ປະຕິບັດ ມາດຕະການຕິດຕາມຕົນເອງ 14 ວັນ ດັ່ງລຸ່ມນີ້: ການຕິດຕາມຕົນເອງແມ່ນ ການຕິດຕາມສຸຂະພາບ ແລະ ອາການຂອງຕົນເອງໃນໄລຍະເວລາ 14 ວັນ ຫຼັງເດີນທາງມາຈາກປະເທດ ທີ່ມີການລະບາດຂອງພະຍາດ COVID-19, ຕ້ອງຕິດຕາມອາການໄຂ້, ໄອ ຫຼື ຫາຍໃຈຍາກ ຂອງຕົນເອງທຸກມື້, ຮັກສາສຸຂະພາບຂອງຕົນໃຫ້ແຂງແຮງ, ລ້າງມືໃຫ້ສະອາດເລື້ອຍໆ, ປະຕິບັດມາລະຍາດການໄອ-ຈາມ.

ໃນໄລຍະຕິດຕາມອາການ ຜູ້ກ່ຽວສາມາດອອກໄປເຮັດກິດຈະກໍາປະຈໍາວັນໄດ້ ໂດຍແນະນໍາໃຫ້ໃສ່ຜ້າອັດປາກ, ຖ້າມີອາການໄຂ້, ໄອ ຫຼື ຫາຍໃຈຍາກ, ໃຫ້ຕິດຕໍ່ສາຍດ່ວນ 166 ຫຼື 020-5406 6777 ທັນທີ ເພື່ອຂໍຄໍາແນະນໍາສິ່ງທີ່ຄວນປະຕິບັດຂັ້ນຕໍ່ໄປ.