ຍິນດີນຳ! ທ່ານ ບຸນສູງ ໄຊຍະວົງ ໄດ້ເປັນປະທານກວດກາພັກ-ລັດ ເມືອງເຊໂປນ ຜູ້ໃໝ່

112

ໃນວັນທີ 19 ມີນາ 2020 ຜ່ານມາ, ທີ່ຫ້ອງວ່າການປົກຄອງເມືອງ ເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ລະຫວ່າງ ທ່ານ ນາງ ມະນີຈັນ ຈັນທະນາລີ ປະທານກວດກາພັກ-ລັດ ເມືອງເຊໂປນ (ຜູ້ເກົ່າ) ແລະ ທ່ານ ບຸນສູງ ໄຊຍະວົງ ປະທານກວດກາພັກ-ລັດ ເມືອງເຊໂປນ (ຜູ້ໃໝ່) ໂດຍການເຂົ້າຮ່ວມຂອງທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງໆເຊໂປນ, ມີບັນດາທ່ານ ຫົວໜ້າຫ້ອງການ, ຄະນະຫ້ອງການ, ພະນັກງານ-ວິຊາການ ຂະແໜງການກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໃນພິທີ ທ່ານ ນາງ ມະນີຈັນ ຈັນທະນາລີ ໄດ້ຂຶ້ນກ່າວບົດສະຫຼຸບ ການຈັດຕັ້ງປະຕິບັດພາຍໃຕ້ການນຳພາຂອງຕົນໃນໄລຍະຜ່ານມາ. ຈາກນັ້ນ, ກໍ່ໄດ້ມີການເຊັນບົດບັນທຶກມອບ-ຮັບ ໜ້າທີ່ປະທານກວດກາພັກ-ລັດ ເມືອງເຊໂປນ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ໂດຍຊ້ອງໜ້າທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງໆເຊໂປນ.

ໂອກາດນີ້, ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງໆເຊໂປນ ໄດ້ກ່າວໃນພິທີວ່າ: ການມອບ-ຮັບໜ້າທີ່ ຄັ້ງນີ້ ແມ່ນເພື່ອແນໃສ່ການສືບຕໍ່ຊີ້ນໍາ-ນຳພາວຽກງານໃນຕໍ່ໜ້າ ໃຫ້ມີຄວາມຕໍ່ເນື່ອງ, ຮັບປະກັນການຄຸ້ມຄອງ, ບໍລິຫານໃຫ້ມີປະສິດທິພາບ, ປະສິດທິຜົນ, ໂປ່ງໃສ, ຖືກຕ້ອງສອດຄ່ອງກັບລະບຽບການ,ທ່ວງທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນຕໍ່ໜ້າ.

ທີ່ມາ: ຖວທ ເມືອງເຊໂປນ