ກຸ່ມປູກຜັກປອດສານພິດທີ່ກໍາລັງເຕີບໂຕໄປໄດ້ດີຢູ່ແຂວງບໍ່ແກ້ວ

286

ບັນຍາກາດການປູກຜັກປອດສານພິດຂອງປະຊາຊົນເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເພື່ອສະໜອງຕະຫຼາດໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ປີ 2019 ເປັນຕົ້ນມາ. ໃນເບື້ອງຕົ້ນແມ່ນມີພຽງແຕ່ 4 ກຸ່ມຜະລິດເທົ່ານັ້ນ, ແຕ່ດ້ວຍຄວາມເອົາໃຈໃສ່ຊີ້ນໍາ – ນໍາພາຂອງການນໍາທຸກຂັ້ນ ແລະ ກຸ່ມຜະລິດຮອດປັດຈຸບັນຖືວ່າການປູກພືດຜັກສະອາດແມ່ນໄດ້ມີການເຕີບໃຫຍ່ຂະຫຍາຍຕົວເປັນລໍາດັບຈາກ 4 ກຸ່ມຜະລິດໃນເມື່ອກ່ອນໄດ້ກາຍມາເປັນ 8 ກຸ່ມຜະລິດ ໃນປີ 2020.

ທ່ານ ຄຳຊອນ ແກ້ວປະເສີດ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ສໍາລັບກຸ່ມປູກຜັກປອດສານພິດຢູ່ເມືອງຫ້ວຍຊາຍ ປະກອບມີ: ກຸ່ມປູກພືດຜັກບ້ານນໍ້າຄໍາ, ບ້ານນໍ້າຍອນ, ບ້ານປາກງາວ, ບ້ານໜອງຊາຍ, ບ້ານຕີນທາດ, ບ້ານດອນ, ບ້ານໂພນສະຫວ່າງ ແລະ ບ້ານປຸງ ລວມທັງໝົດມີ 153 ຄົວເຮືອນ ນໍາໃຊ້ເນື້ອທີ່ປູກພືດຜັກຫຼາຍກວ່າ 18 ເຮັກຕາ, ສາມາດສະໜອງຜົນຜະລິດປ້ອນຕະຫຼາດເທສະບານເມືອງຫ້ວຍຊາຍ 7 ພັນກິໂລກຣາມຕໍ່ອາທິດ ທີ່ຂາຍໃນຕະຫຼາດສີດອນມີ, ຕະຫຼາດມ່ວງແກ້ວ ແລະ ຕະຫຼາດຂອນແກ້ວ ເຊິ່ງສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນຫຼາຍກວ່າ 56 ລ້ານກີບຕໍ່ອາທິດ, ຖ້າຫາກສະເລ່ຍໃສ່ຄອບຄົວໜຶ່ງມີລາຍຮັບຈາກການຂາຍຜົນຜະລິດເກືອບ 4 ແສນກີບຕໍ່ອາທິດ.

ຈາກຜົນຜະລິດດັ່ງກ່າວຈຶ່ງເຮັດໃຫ້ມີການຈັດງານເປີດຕະຫຼາດນັດສິນຄ້າປອດສານພິດ. ຫຼ້າສຸດເມື່ອວັນທີ 20 ກຸມພາ 2020 ຜ່ານມາຢູ່ທີ່ພະແນກກະສິກຳ ແລະ ປ່າໄມ້ ແຂວງບໍ່ແກ້ວ ເຊິ່ງໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ, ມີການນໍາແຂວງ, ເມືອງ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຜູ້ອໍານວຍການໂຮງຮຽນ, ທະນາຄານ, ບັນດາບ້ານໃນເທສະບານເມືອງຫ້ວຍຊາຍຕະຫຼອດຮອດຊາວກະສິກອນກຸ່ມຜະລິດພືດຜັກ ແລະ ແຂກເຂົ້າຮ່ວມຢ່າງຫຼວງຫຼາຍ.

ກິດຈະກໍາດັ່ງກ່າວແມ່ນໄດ້ສືບຕໍ່ເປີດຕະຫຼາດກະສິກໍາສະອາດທຸກໆວັນພຸດ ຢູ່ພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ຂະຫຍາຍໄປຕາມສະຖານທີ່ຕ່າງໆທີ່ເຫັນວ່າເໝາະສົມ ພ້ອມທັງກະກຽມສໍາຫຼວດແລວໄຟຟ້າ ແລະ ຕິດຕັ້ງລະບົບໄຟຟ້າເຂົ້າຫາເນື້ອທີ່ກຸ່ມຜະລິດໃຫ້ເປັນລະບົບມາດຕະຖານຄວາມປອດໄພ ຈໍານວນ 4 ກຸ່ມ, ປັບປຸງລະບົບເຮືອນຮົ່ມໃຫ້ໄດ້ມາດຕະຖານຕາມຫຼັກການປູກພືດກະສິກໍາສະອາດ ຈໍານວນ 2 ຫຼັງ.

ສ່ວນແຜນໃນຕໍ່ໜ້າ ການນໍາແຂວງຈະໄດ້ສືບຕໍ່ໃນການວາງແຜນກະກຽມ, ສະໜອງປັດໄຈການຜະລິດໃຫ້ແກ່ກຸ່ມຜະລິດເພື່ອໃຫ້ສາມາດສະໜອງພືດຜັກປ້ອນຕະຫຼາດໃນເທສະບານເມືອງຫ້ວຍຊາຍ ໃຫ້ໄດ້ຕະຫຼອດທັງປີ ໂດຍເລັ່ງໃສ່ການປູກພືດຜັກບໍລິໂພກປະຈໍາວັນ ເປັນຕົ້ນ: ຜັກກາດ, ຜັກສະຫຼັດ, ຜັກຫອມ, ໝາກເຜັດ, ໝາກເຂືອ, ໝາກອຶ ແລະ ອື່ນໆ.

ຂໍ້ມູນຈາກພະແນກກະສິກຳ ແລະ ປ່າໄມ້ ແຂວງບໍ່ແກ້ວ ຍັງໃຫ້ຮູ້ວ່າ: ສຳລັບສະພາບການຜະລິດໃນປັດຈຸບັນ ພວກເຮົາໄດ້ປຸກລະດົມເພື່ອສະໜອງແນວພັນພືດ ແລະ ອໍານວຍ ຄວາມສະດວກໃຫ້ແກ່ຜູ້ປະກອບການໃນການຊຸກຍູ້ສົ່ງເສີມປູກພືດລະດູແລ້ງທີ່ມີຕະຫຼາດຮອງຮັບ ເຊັ່ນ: ຖົ່ວເຫຼືອງ, ຖົ່ວຟັກຍາວ, ໝາກອຶ, ໝາກໂມ ລວມມີເນື້ອທີ່ທັງໝົດ 1.724 ເຮັກຕາ ແລະ ພືດທີ່ເປັນສະບຽງອາຫານຈໍານວນ 363 ເຮັກຕາ.

ໄປຄຽງຄູ່ກັນນັ້ນ, ຍັງໄດ້ສົ່ງເສີມປະຊາຊົນປູກພືດຜັກເພື່ອສະໜອງໃຫ້ແກ່ການບໍລິໂພກພາຍໃນ ດ້ວຍການສົ່ງເສີມກຸ່ມປູກພືດຜັກທົດແທນການນໍາເຂົ້າໄດ້ປະຕິບັດຢູ່ໃນ 7 ກຸ່ມບ້ານ 114 ຄອບຄົວ ມີເນື້ອທີ່ 18,14 ເຮັກຕາ ສາມາດຜະລິດພືດຜັກບາງຊະນິດປ້ອນຕະຫຼາດໄດ້ພຽງພໍປະມານ 1.058 ໂຕນຕໍ່ເດືອນ ເຊິ່ງເຫັນວ່າສາມາດຕອບສະໜອງກັບຄວາມຕ້ອງການພາຍໃນ  ແຂວງໄດ້ເປັນຢ່າງດີ.