ນາຍົກ ເນັ້ນໃຫ້ຮ່ວມກັນເປັນເຈົ້າການ ຮັບມືພະຍາດໂຄວິດ-19, ຫ້າມກັກຕຸນ ແລະ ຂຶ້ນລາຄາສິນຄ້າ

283

ທ່ານ ນາຍົກເນັ້ນໃຫ້ທຸກພາກສ່ວນເປັນເຈົ້າການຮ່ວມກັນໃນການເຝົ້າລະວັງ ແລະ ຮັບມືກັບເຊື້ອພະຍາດໂຄວິດ-19 ທີ່ກຳລັງລະບາດຢູ່ 150 ປະເທດ ເຖິງແມ່ນວ່າຢູ່ລາວຍັງບໍ່ພົບກໍລະນີຕິດເຊື້ອກໍຕາມ. ພ້ອມນີ້ກໍຫ້າມສວຍໂອກາດຂຶ້ນລາຄາ, ກັກຕຸນສິນຄ້າ, ກັກຕຸນອາຫານການກິນຕ່າງໆ.

ວັນທີ 16 ມີນາ 2020 ຄະນະລັດຖະບານ ນຳໂດຍທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ໄດ້ລົງຢ້ຽມຢາມ 4 ຈຸດ ໃນການເຝົ້າລະວັງ ແລະ ຮອງຮັບຄົນເຈັບເມື່ອມີອາການ.


ໃນໂອກາດລົງຢ້ຽມຢາມຄັ້ງນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ກ່າວວ່າ: ເພື່ອປ້ອງກັນການລະບາດຂອງພະຍາດໂຄວິດ -19 ມື້ນີ້ຂ້າພະເຈົ້າພ້ອມດ້ວຍຄະນະສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງໄປກວດກາສະພາບຢູ່ດ່ານຂົວມິດຕະພາບລາວ-ໄທ1 ແລະ ໂຮງໝໍ 103 ທີ່ຈະຮອງຮັບຜູ້ສົງໄສຕິດເຊື້ອ ໂຄວິດ-19 ພ້ອມມາຢາມໂຮງໝໍມິດຕະພາບ ເນື່ອງຈາກໂຮງໝໍ 2 ແຫ່ງນີ້ແມ່ນລັດຖະບານໄດ້ຈັດໄວ້ເພື່ອຮອງຮັບສຸກເສີນໃນກໍລະນີມີຜູ້ຕິດເຊື້ອ ຫຼື ສົງໄສ ເພື່ອກັກກັນ ແລະ ຕິດຕາມສະໜາມບິນສາກົນວັດໄຕ ກໍໄດ້ຮັບຮູ້ສະພາບການກະກຽມ, ສະພາບການດຳເນີນການມາຫຼາຍເດືອນນັ້ນເຫັນວ່າໜ່ວຍງານທີ່ໄດ້ຮັບການແຕ່ງຕັ້ງປະຕິບັດວຽກຜ່ານມານັ້ນແມ່ນມີຄວາມຮັບຜິດຊອບສູງ ເພາະມາຮອດຕອນນີ້ຢູ່ລາວຍັງບໍ່ມີລາຍງານມີຜູ້ຕິດເຊື້ອ ແຕ່ກໍ່ມີຜູ້ສົງໄສເນື່ອງຈາກເດີນທາງມາແຕ່ຕ່າງປະເທດ ແຕ່ໄດ້ມີການກັກຕົວຕິດຕາມອາການ.

ພາຍຫຼັງໄປຢ້ຽມຢາມຢູ່ແຕ່ລະບ່ອນຂ້າພະເຈົ້າກໍໄດ້ຊີ້ນຳໃຫ້ສືບຕໍ່, ມີມາດຕະການໃໝ່, ຖ້າເຫັນວ່າມາດຕະການໃດທີ່ຍັງມີຄວາມຫຼົມຢູ່ກໍ່ຕ້ອງໄດ້ຮັດກຸມເຂົ້າໃຫ້ມັນແໜ້ນ. ໃນວັນເສົາຜ່ານມາກໍໄດ້ແນະນຳໃຫ້ຄະນະສະເພາະກິດປຶກສາຫາລືກັບກະຊວງສຶກສາທິການ ແລະ ກິລາ ນັບແຕ່ວັນທີ 17 ເປັນຕົ້ນໄປຈະໄດ້ປິດໂຮງຮຽນລ້ຽງເດັກ ແລະ ອະນຸບານ ທົ່ວປະເທດຈົນກວ່າຈະແລ້ວບຸນປີໃໝ່ລາວຈຶ່ງເວົ້າກັນຕື່ມອີກ. ສ່ວນການລາຍງານຂອງພາກສ່ວນຕ່າງໆ 4 ແຫ່ງທີ່ໄດ້ລົງໄປຢ້ຽມຢາມມື້ນີ້ພວກເຮົາຈະເອົາເຂົ້າຄົ້ນຄວ້າໃນກອງປະຊຸມລັດຖະບານໃນວັນທີ 18 ມີນາ 2020 ນີ້.

ສຳລັບດ່ານທ້ອງຖິ່ນແຕ່ລະແຫ່ງຜ່ານມາກໍໄດ້ແຈ້ງຄະນະສະເພາະກິດແຈ້ງປິດຊົ່ວຄາວດ່ານທ້ອງຖິ່ນທີ່ກະແຈກກະຈາຍນັ້ນ ໃຫ້ມາຜ່ານດ່ານສາກົນທີ່ພວກເຮົາມີຄວາມພ້ອມດ້ານການແພດເພື່ອສາມາດກວດກາໄດ້ໝົດທຸກຄົນທີ່ເຂົ້າມາລາວ.


ສ່ວນມາດຕະການລວມຕ່າງໆແມ່ນຈະປະກາດອີກຄັ້ງພາຍຫຼັງກອງປະຊຸມລັດຖະບານໃນວັນທີ 18 ມີນາ. ພ້ອມນີ້ກໍຫ້າມ ສວຍໂອກາດເວລານີ້ທີ່ມີຄວາມຫຍຸ້ງຍາກນີ້ ຂຶ້ນລາຄາສິນຄ້າ, ກັກຕຸນສິນຄ້າ, ກັກຕຸນອາຫານການກິນຕ່າງໆ, ອັນນີ້ຜ່ານມາລັດຖະບານໄດ້ມີແຈ້ງການແລ້ວຂໍໃຫ້ທຸກຄົນເປັນຫູເປັນຕາຊ່ວຍກັນຫາກມີການລະເມີດກໍ່ສົ່ງຂ່າວໃຫ້ພາກສ່ວນກ່ຽວຂ້ອງເຊິ່ງມີສາຍດ່ວນຢູ່ແລ້ວ. ອີກຢ່າງກໍ່ຂໍໃຫ້ພໍ່ແມ່ປະຊາຊົນເສບຂ່າວຢ່າງມີສະຕິ, ມີການວິໄຈຄັກແນ່ສ່ວນວ່າໂຕໃດທີ່ເປັນຂ່າວບໍ່ມີຄວາມຈິງພາກສ່ວນກ່ຽວຂ້ອງກໍ່ໄດ້ອອກມາຊີ້ແຈງ.

ສ່ວນຂໍ້ສົງໄສຂອງພໍ່ແມ່ປະຊາຊົນ ຕໍ່ກໍລະນີຫາກພົບຜູ້ມີອາການສົງໄສ ແລ້ວນຳໄປກັກຕົວຕິດຕາມອາການ ຫຼື ມີຜູ້ປ່ວຍຕິດເຊື້ອໂຄວິດ-19 ນັ້ນ ເວລາປິ່ວປົວ ແມ່ນຈະບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆ.