ຊ້າງປ່າອອກອາລະວາດ ທຳລາຍເລົ້າເຂົ້າ, ຜົນລະປູກຂອງປະຊາຊົນບ້ານນຳອອກຮູ ເມືອງບົວລະພາ ເສຍຫາຍ

128

ອີງຕາມການບອກເລົ່າຂອງ ທ້າວ ບຸນຍືນ ປະຊາຊົນ ບ້ານ ນໍາອອກຮູ ເມືອງບົວລະພາ ແຂວງ ຄຳມ່ວນ ເຊິ່ງແມ່ນຄອບຄົວຜູ້ທີ່ຖືກຜົນກະທົບຈາກຊ້າງປ່າເຂົ້າມາທຳລາຍເລົ້າເຂົ້າ ເເລະ ສວນປູກພືດ ໃຫ້ຮູ້ວ່າ: ໃນຕອນເຊົ້າເວລາປະມານ 4ໂມງເຊົ້າ ຂອງວັນທີ 12 /3/ 2020 ທີ່ຜ່ານມາ ໄດ້ມີຊ້າງປ່າປະມານ 3-4 ໂຕ ໄດ້ບຸກເຂົ້າທໍາລາຍເລົ້າເຂົ້າ ແລະ ກິນເຂົ້າເປືອກ ພ້ອມທຳລາຍເລົ້າເຂົ້າເສຍຫາຍຈຳນວນ 46 ເປົາ ໃນຈຳນວນ 67 ເປົາ ແລະ ທຳລາຍເຮືອນຄົວ ແລະ ຫ້ອງນໍ້ານຳອີກ. ຈາກນັ້ນ, ຝູງຊ້າງປ່າດັ່ງກ່າວ ກໍ່ໄປທຳລາຍຜົນລະປູກພືດ ຂອງ ທ້າວ ໂຕ້ຍ ປະຊາຊົນ ບ້ານ ນຳອອກຮູ ເປັນຕົ້ນແມ່ນສ່ວນປູກກ້ວຍເຮັດໃຫ້ຕົ້ນກ້ວຍທີ່ປູກໃນສວນມີຄວາມເສຍຫາຍຫຼາຍກ່າວ 200 ຕົ້ນ.

ຕາມການບອກເລົ່າຂອງປະຊາຊົນໃຫ້ຮູ້ວ່າ: ຝູງຊ້າງດັ່ງກ່າວ ແມ່ນໄດ້ເດີນທາງມາຊອກຢູ່ຫາກິນໃນບໍລິເວນໃກ້ບ້ານທີ່ມີຄວາມອຸດົນສົມບູນ ເພາະໃນຂອບເຂດບ້ານນໍ້າອອກຮູ ເປັນບ້ານໜຶ່ງທີ່ມີຄວາມອຸດົມສົມສົມບູນ ທາງດ້ານພືດພັນ ແລະ ຕົ້ນໄມ້ໃບຫຍ້າທີ່ເປັນອາຫານສັດນ້ອຍ ແລະ ໃຫຍ່.
ແຕ່ເຖິງຢ່າງໃດກໍຕາມມາ ໃນປັດຈຸບັນນີ້ເພື່ອຫຼີກລຽງ ຕໍ່ຜົນກະທົບທາງດ້ານຊີວິດຊັບສິນລວມ ໄປເຖິງເຄື່ອງປູກຂອງຝັງຂອງພໍ່ແມ່ປະຊາຊົນໃນຂອບເຂດດັ່ງກ່າວ ການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນຈຶ່ງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງຈົ່ງຊ່ວຍກັນຄວບຄຸມ ແລະ ຕິດຕາມການເຄື່ອນໄຫວຂອງຝູງຊ້າງປ່າດັ່ງກ່າວ ເພື່ອເຮັດໃຫ້ການດຳລົງຊີວິດທຳມາຫາກິນຂອງປະຊາຊົນມີຄວາມປອດໄພຫຼາຍຂຶ້ນ.

ພ້ອມນັ້ນ, ການຈັດຕັ້ງບ້ານ ຍັງຮຽກຮ້ອງມາຍັງທຸກພາກສ່ວນການຈັດຕັ້ງບ້ານ ພໍ່ແມ່ປະຊາຊົນຈົ່ງມີສະຕິ ແລະ ລະມັດລະວັງໃນການໄປຊອກຢູ່ຫາກິນ ໃນກໍລະນີພົບເຫັນຝູງຊ້ານປ່າດັ່ງກ່າວແມ່ນຫ້າມບໍ່ໃຫ້ທຳຮ້າຍໃຫ້ຫຼີກການປະເຊີນໜ້າ ເພື່ອຄວາມປອດໄພ ແລະ ໃຫ້ລາຍງານຕໍ່ເຈົ້າໝ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງຮັບຊາບໂດຍດ່ວນ ເພື່ອສະດວກໃນການຕິດຕາມການເຄື່ອນໄຫວຂອງຝູງຊ້າງໃຫ້ກັບຄືນສູ່ພູມລຳເນົາ.

ຂ່າວ: ບຸນປະພາດ