ຊົມເຊີຍ! 2 ບໍລິສັດ ມອບເງິນ 200 ລ້ານກີບ ສົມທົບທຶນພັດທະນາສວນສາທາລະນະແຂວງບໍ່ແກ້ວ

193

ບໍລິສັດ ຮວຍຍິນ ກໍ່ສ້າງຈໍາກັດ ຮ່ວມກັບບໍລິສັດ ມັງກອນ ມອບເງິນສົມທົບທຶນຊ່ວຍເຫຼືອພັດທະນາ ສວນສາທາລະນະໜອງຖານ ແຂວງບໍ່ແກ້ວ ຈຳນວນ 200 ລ້ານກີບ, ໃນນີ້ 20 ລ້ານກີບ ແມ່ນນຳໄປຊ່ວຍເຫຼືອຜູ້ຕິດເຊື້ອພະຍາດໂຄວີດ-19 ຢູ່ ສປຈີນ ອີກດ້ວຍ.

ພິທີ ມອບ-ຮັບ ໄດ້ຈັດຂຶ້ນໃນ ວັນທີ 11 ມີນ 2020 ຜ່ານມາ ທີ່ຫ້ອງວາການແຂວງບໍ່ແກ້ວ ໂດຍມີທ່ານ ຈາງ ຮວຍຍິນ ປະທານບໍລິສັດ ຮວຍຍິນ ກໍ່ສ້າງຈໍາກັດ ມອບເງິນສົດຈໍານວນ 170 ລ້ານກີບ ແລະ ທ່ານ ອາຊຸຍ ປະທານບໍລິສັດ ມັງກອນມອບເງິນ 10 ລ້ານກີບ ເພື່ອສົມທົບທຶນພັດທະນາສວນສາທາລະ ນະໜອງຖານ ແຂວງບໍ່ແກ້ວ ແລະ ທ່ານ ຈາງ ຮວຍຍິນ ໄດ້ມອບອີກ 20 ລ້ານກີບ ເພື່ອຊ່ວຍເຫຼືອຜູ້ທີ່ຕິດພະຍາດໂຄວິດ 19 ຢູ່ ສປ ຈີນ ຕາງໜ້າຮັບ ໂດຍແມ່ນ ທ່ານ ບົວຄົງ ນາມມະວົງ  ເຈົ້າແຂວງບໍ່ແກ້ວ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານເຂົ້າຮ່ວມເປັນສັກຂີພິຍານ.

ເຊິ່ງຈໍານວນເງິນດັງກ່າວນີ້ ເປັນການປະກອບສ່ວນ ຈາກບໍລິສັດທີ່ເຫັນໄດ້ເຖິງຄວາມສໍາຄັນໃນການສ້າງສາພັດທະນາແຂວງບໍ່ແກ້ວ ໃຫ້ມີຄວາມຈະເລີນກ້າວໜ້າ ແລະ ອີກຈຳນວນໜຶ່ງແມ່ນຈະນໍາໄປຊວ່ຍເຫຼືອປະຊາຊົນຜູ້ທີ່ຖືກຜົນກະທົບເຄາະຮ້າຍ ຕິດເຊື້ອພະຍາດໂຄວິດ 19 ຢູ່ແຂວງອູ່ຮັນ ແລະ ແຂວງຫູເປີຍ ສປ ຈີນ.

ທີ່ມາ, ໜັງສືພິມບໍ່ແກ້ວ