ສັບພະຄຸນທາງຢາ ຈາກໝາກຖົ່ວແຮ

172

ໝາກຖົ່ວແຮ ນິຍົມກິນໝາກອ່ອນ ແລະ ສາມາດກິນໄດ້ໝົດໜ່ວຍໂດຍບໍ່ຕ້ອງແກະເປືອກ, ລົດຊາດມັນປົນຝາດເລັກໜ້ອຍ ແຕ່ຖ້າແມ່ນໝາກແກ່ຈະນິຍົມນຳມາແກະກິນແກ່ນທາງໃນ ເພາະມີໂປຣຕິນສູງເຖິງ 70% ແລະ ຖ້າເປັນເມັດແຫ້ງຈະເຫຼືອພຽງ 19% ເທົ່ານັ້ນ. ນອກ ຈາກນັ້ນ, ຍັງມີສານອາຫານອື່ນໆທີ່ຈຳເປັນ ໄດ້ແກ່: ຟົດຟໍຣັສ, ແຄລຊຽມ, ແມັກນີຊຽມ, ວິຕາມິນ A ແລະ ໄຂມັນຕ່ຳອີກດ້ວຍ.

ສັບພະຄຸນ: ຮາກ: ມີລົດຊາດຝາດຊ່ວຍປິ່ນປົວອາການຫວັດ, ຊ່ວຍຖອນພິດໄຂ້, ຊ່ວຍລະລາຍໜິ້ວໃນໝາກໄຂ່ຫຼັງ, ຊ່ວຍ ຂັບລົມ ແລະ ຂັບປັດສາວະ ( ຍ່ຽວ ); ໃບ: ຊ່ວຍແກ້ອາການໄອ, ແກ້ບາດແຜໃນປາກ ຫຼື ຫູ, ຊ່ວຍຂັບລົມ, ແກ້ອາການຖອກທ້ອງ, ຊ່ວຍປິ່ນປົວບາດແຜ ແລະ ແກ້ອາການເສັ້ນເອັນພິການ; ແກ່ນ: ຊ່ວຍບຳລຸງກຳລັງ, ຊ່ວຍຫຼຸດລະດັບຄໍເລັສເຕີຣອລ, ຫຼຸດລະດັບນ້ຳຕານໃນເລືອດ ແລະ ຫຼຸດຄວາມດັນເລືອດ.

ຕົ້ນ ແລະ ໃບ: ຊ່ວຍປິ່ນປົວເສັ້ນເອັນພິການ ແລະ ຊ່ວຍຂັບລົມ; ໝາກຕົ້ມ ຫຼື ໝາກດິບ: ແກ້ອາການຖອກທ້ອງ ແລະ ໃນຕຳລາຢາພື້ນບ້ານແມ່ນໃຊ້ທັງຕົ້ນປະມານ 1 ກຳມື ຕົ້ມນ້ຳດື່ມເທື່ອລະ 1 ຈອກ ມື້ລະ 3 ຄັ້ງ ເຊິ່ງຊ່ວຍຫຼຸດອາການຕົກເລືອດ ( ຫຸຼຸລູກ ), ຊ່ວຍຫຼຸດອາການໄຂທັບກະດູກ, ຊ່ວຍບຳລຸງຮ່າງກາຍ, ບຳລຸງກະດູກ ແລະ ເສັ້ນເອັນ.

( ຂໍ້ມູນຈາກ: maeban.co.th )