ລາວຈິງຈັງຕ້ານໂຄວິດ ແຈ້ງປິດດ່ານທ້ອງຖິ່ນກວ່າ 20 ແຫ່ງ ໃນ 3 ແຂວງ

281

ເນື່ອງຈາກສະຖານະການ ການແພ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ (ໂຄວິດ-19) ໄດ້ແພ່ລາມເປັນວົງກວ້າງຢູ່ໃນຫຼາຍປະເທດໃນໂລກ ເຊິ່ງໄດ້ສ້າງຜົນກະທົບອັນໃຫຍ່ຫຼວງຕໍ່ເສດຖະກິດ ແລະ ການດຳລົງຊີວິດຂອງປະຊາຊົນ. ຂະນະທີ່, ສປປ ລາວເອງ ເຖິງວ່າຍັງບໍ່ທັນມີພົບກລະນີຜູ້ຕິດເຊື້ອ, ແຕ່ລັດຖະບານ ກໍ່ຄືກະຊວງສາທາລະນະສຸກ ກໍ່ໄດ້ເອົາໃຈໃສ່ຕິດຕາມກວດກາ ແລະ ເຝົ້າລະວັງຢ່າງໃກ້ຊິດຢູ່ບັນດາເຂດຊາຍແດນ ໂດຍສະເພາະບັນດາດ່ານຕ່າງໆທີ່ມີປະຊາຊົນເຂົ້າ-ອອກ ເພື່ອປ້ອງກັນ ແລະ ສະກັດກັ້ນການແພ່ລະບາດຂອງເຊື້ອໄວຣັສ ໂຄວິດ-19 ບໍ່ໃຫ້ເຂົ້າສູ່ດິນແດນສປປ ລາວ.

ພາບປະກອບຂ່າວ

ມາຮອດປັດຈຸບັນ ສປປ ລາວ ໄດ້ປະກາດປິດດ່ານທ້ອງຖິ່ນ (ດ່ານປະເພນີ) ເປັນການຊົ່ວຄາວແລ້ວ ຈຳນວນ 22 ແຫ່ງ ທີ່ນອນຢູ່ໃນ 3 ແຂວງ ທີ່ມີຊາຍແດນຕິດຈອດກັບບັນດາປະເທດ ທີ່ມີການແພ່ລະບາດຂອງໄວຣັສໂຄວິດ-19 ທັງນີ້, ກໍ່ເພື່ອແນໃສ່ເຮັດໃຫ້ການຕິດຕາມ, ປ້ອງກັນ ແລະ ເຝົ້າລະວັງການແພ່ລະບາດຂອງພະຍາດດັ່ງກ່າວຢ່າງໃກ້ຊິດ ແຕ່ໃນກໍລະນີທີ່ປະຊາຊົນມີຄວາມຈຳເປັນໃນການເຂົ້າ-ອອກດ່ານ ຢູ່ບັນດາແຂວງທີ່ກ່າວມານັ້ນ ແມ່ນໃຫ້ນຳໃຊ້ດ່ານທີ່ທາງແຂວງອະນຸຍາດໃຫ້ນຳໃຊ້ ທັງນີ້, ກໍ່ເພື່ອຄວບຄຸມການແພ່ລະບາດຂອງເຊື້ອພະຍາດດັ່ງກ່າວ ແລະ ປະຕິບັດຕາມແຈ້ງການຂອງກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ.

ພາບປະກອບຂ່າວ

ສຳລັບດ່ານທີ່ຖືກປິດ ຢູ່ແຂວງຕ່າງໆ ທີ່ບໍ່ໃຫ້ອະນຸຍາດໃຫ້ປະຊາຊົນເຂົ້າອອກປະກອບມີ: ແຂວງ ຫົວພັນ ມີ 10 ດ່ານຄື: ດ່ານນໍ້າໄຕ; ດ່ານທ່າເລົ້າ; ດ່ານເມືອງເກີນ; ດ່ານພຽງເຮືອ; ດ່ານມອງນ້ໍາ; ດ່ານນາຄ້າງ; ດ່ານສົບດຸ້ງ; ດ່ານເປົ້າ; ດ່ານຍອດຕີ້ວ ແລະ ດ່ານແດນດິນ. ຂະນະດຽວກັນຖ້າເຫັນວ່າປະຊາຊົນມີຄວາມຈໍາເປັນໃນການເຂົ້າ – ອອກແມ່ນໃຫ້ມາໃຊ້ບໍລິການເຂົ້າ – ອອກຢູ່ຈໍານວນ 4 ດ່ານ ທີ່ແຂວງອະນຸຍາດໃຫ້ເປີດບໍລິການເປັນຕົ້ນແມ່ນ: ດ່ານສາກົນນໍ້າໂສຍ (ນາແມວ); ດ່ານບ້ານດ່ານ; ດ່ານປ່າຮ່າງ ແລະ ດ່ານສົມຫວັງ.

ພາບປະກອບຂ່າວ

ຂະນະທີ່: ເຊກອງ ກໍເປັນອີກແຂວງໜຶ່ງທີ່ໄດ້ແຈ້ງການປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີຊົ່ວຄາວ ຈຳນວນ 4 ແຫ່ງລະຫວ່າງແຂວງເຊກອງ ສປປ ລາວ ກັບບັນດາແຂວງຂອງ ສສ ຫວຽດນາມ ທີ່ມີຊາຍແດນຕິດຈອດກັບແຂວງເຊກອງຄື: ດ່ານດາກຕະອອກ, ດ່ານດາກປາຣ, ດ່ານຕະວາງ ແລະ ດ່ານກະໂກຼ. ສ່ວນຈຸດຂ້າມລອຍທີ່ບໍ່ແມ່ນດ່ານປະເພນີ ແຕ່ມີປະຊາຊົນຂ້າມຜ່ານທຳມາຫາກິນ ແມ່ນມີເຈົ້າໜ້າທີ່ລົງຕິດຕາມ ແລະ ຈຳກັດຢ່າງເຂັ້ມງວດ.

ພາບປະກອບຂ່າວ

ຫຼ້າສຸດ, ແຂວງອັດຕະປື ໄດ້ອອກແຈ້ງການປິດດ່ານທ້ອງຖິ່ນ ແລະ ດ່ານປະເພນີເຂົ້າ-ອອກ ຊົ່ວຄາວ ຈຳນວນ 8 ແຫ່ງ ລະຫວ່າງແຂວງອັດຕະປື-ແຂວງກອນຕູມ ສສ ຫວຽດນາມ ແລະ ອັດຕະປື-ແຂວງຊຽງແຕງ ແລະ ລັດຕະນະຄີລີ ຣາຊະອານາຈັກກໍາປູເຈຍ ນັບແຕ່ມື້ອອກແຈ້ງການ ຈົນກວ່າສະພາບການລະບາດຂອງພະຍາດຈະສາມາດຄວບຄຸມໄດ້ຄື: ດ່ານພູຍາງ ເມືອງພູວົງ; ດ່ານ ຟໍ 1 ເຂດວັງຕັດ ເມືອງຊານໄຊ; ດ່ານເຊປຽນ ເມືອງສະໜາມໄຊ; ດ່ານປະເພນີ (ຟ2, ຟ3, ຟ4, ຟ5 ແລະ ຟ6) ໃນຂະນະດຽວກັນ ຖ້າຫາກປະຊາຊົນມີຄວາມຈໍາເປັນໃນການເຂົ້າ-ອອກ ແມ່ນໃຫ້ມາຜ່ານດ່ານສາກົນພູເກືອ-ເບີອີ (ສໍາລັບ ສສ ຫວຽດນາມ) ແລະ ດ່ານສາກົນໜອງນົກຂຽນ(ສໍາລັບຣາຊະອານາຈັກກໍາປູເຈຍ).

ພາບປະກອບຂ່າວ