ສະຫວັນນະເຂດ ຫາລືກຽມຄວາມພ້ອມເຝົ້າລະວັງ – ໂຕ້ຕອບ ໂຄວິດ – 19

133

ກອງປະຊຸມຂໍການສະໜັບສະໜູນ ແລະ ປຶກສາຫາລື ເພື່ອກຽມຄວາມພ້ອມໃນການເຝົ້າລະວັງ – ໂຕ້ຕອບຕໍ່ການລະບາດຂອງພະຍາດອັກເສບປອດຍ້ອນເຊື້ອຈຸລະໂລກສາຍພັນໃໝ່ ( ໂຄວິດ – 19 ) ໄດ້ຈັດຂຶ້ນໃນວັນທີ 13 ມີນາ 2020 ໂດຍການເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ທ່ານ ດຣ. ບົງສຸວັນ ພັນທະວົງສາ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມຄະນະ, ມີເຈົ້ານະຄອນໄກສອນ ພົມວິຫານ, ເຈົ້າເມືອງ – ຮອງເຈົ້າເມືອງທີ່ມີຊາຍແດນຕິດກັບປະເທດຫວຽດນາມ ແລະ ປະເທດໄທ ເຂົ້າຮ່ວມນຳ.

ທ່ານ ດຣ. ບົງສຸວັນ ພັນທະວົງສາ ໄດ້ກ່າວວ່າ: ຈຸດປະສົງໃນການຈັດກອງປະຊຸມຄັ້ງນີ້ ກໍເພື່ອເຮັດໃຫ້ຜູ້ແທນທີ່ເຂົ້າຮ່ວມໃນກອງປະຊຸມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການລະບາດພະຍາດ ໂຄວິດ – 19 ຢູ່ໃນໂລກ, ພາກພື້ນ; ໃຫ້ຮັບຮູ້ໃນການເຝົ້າລະວັງຢູ່ໃນ ສປປ ລາວ ກໍຄືພາຍໃນແຂວງສະຫວັນນະເຂດຂອງພວກເຮົາ ເຖິງແມ່ນວ່າຢູ່ແຂວງສະຫວັນນະເຂດ ຍັງບໍ່ພົບຜູ້ຕິດເຊື້ອ ໂຄວິດ – 19 ແຕ່ກໍມີຄວາມສ່ຽງສູງທີ່ອາດຈະເກີດຂຶ້ນໄດ້ ຍ້ອນວ່າບັນດາປະເທດອ້ອມຂ້າງທີ່ມີຊາຍແດນຕິດກັບແຂວງສະຫວັນນະເຂດ ພົບຜູ້ຕິດເຊື້ອພະຍາດດັ່ງກ່າວແລ້ວ. ສະນັ້ນ, ຈຶ່ງໄດ້ຈັດກອງປະຊຸມນີ້ຂຶ້ນ ເພື່ອຮ່ວມກັນປຶກສາຫາລືໃນການເຝົ້າລະວັງ – ໂຕ້ຕອບກັບພະຍາດດັ່ງກ່າວ.

ທ່ານ ດຣ. ຕຽງຄຳ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ກໍໄດ້ນຳສະເໜີກ່ຽວກັບສະພາບການເຝົ້າລະວັງ ແລະ ໂຕ້ຕອບພະຍາດອັກເສບປອດຍ້ອນເຊື້ອຈຸລະໂລກສາຍພັນໃໝ່ ( ໂຄວິດ – 19 ) ຢູ່ແຂວງສະຫວັນນະເຂດ ແມ່ນໄດ້ມີມາດຕະການຢ່າງເຂັ້ມງວດ ເພື່ອປ້ອງກັນພະຍາດດັ່ງກ່າວ ໂດຍໄດ້ມີການແຕ່ງຕັ້ງຄະນະຄວບຄຸມພະຍາດຕິດຕໍ່ຂັ້ນແຂວງ ແລະ ຂັ້ນເມືອງ, ໄດ້ມີທີມປະຕິບັດງານສຸກເສີນດ້ານສາທາລະນະສຸກຢູ່ແຂວງ ແລະ ເມືອງ, ຕິດຕັ້ງ ເທີໂມສະແກນ ( Thermoscan ) ຢູ່ດ່ານຂົວມິດຕະພາບ, ແດນສະຫວັນ, ສະໜາມບິນ ພ້ອມທັງກວດວັດອຸນຫະພູມຄົນໂດຍສານຂາເຂົ້າທັງ 3 ດ່ານ ຖ້າໄຂ້ 37,5 ແມ່ນໄດ້ກັກບໍລິເວນ ແລະ ກວດປະຫວັດຄວາມສ່ຽງ ຖ້າຫາກເຂົ້າຕາມນິຍາມແມ່ນຈະໄດ້ກັກກັນເຖິງ 14 ວັນ, ທຸກກໍລະນີຖ້າມີອາການໄຂ້, ໄອ, ເຈັບຄໍ ມາຈາກປະເທດທີ່ມີການລະບາດແມ່ນຈະໄດ້ສົ່ງກັກກັນທີ່ໂຮງໝໍແຂວງ ເພື່ອປິ່ນປົວອາການ ແລະ ເກັບຕົວຢ່າງສົ່ງກວດທີ່ນະຄອນຫຼວງວຽງຈັນ.