ໃບຂີ້ເຫຼັກບໍ່ທໍາມະດາ! ໃຊ້ເປັນຢາກໍາຈັດສັດຕູພືດ ພຽງນາທີດຽວ ເຫັນຜົນ

492

ການປູກພືດຜັກ ບັນຫາໃຫຍ່ທີ່ເຮັດໃຫ້ພືດຜັກບໍ່ຈະເລີນເຕີບໂຕສວຍງາມ ຫຼື ເສຍຫາຍ ລ້ວນມາຈາກສັດຕູພືດ ໂດຍສະເພາະແມ່ນແມງໄມ້ຊະນິດຕ່າງໆທີ່ມາທໍາລາຍຜົນລະປູກຂອງເຮົາ ແລະ ເຊື່ອວ່າຊາວກະສິກອນຫຼາຍທ່ານກໍ່ກໍາລັງພົບກັບບັນຫານີ້ເຊັ່ນດຽວກັນ, ດັ່ງນັ້ນ ມື້ນີ້ຜູ້ຂຽນຈຶ່ງໄດ້ນໍາສູດໄລ່ແມງໄມ້ແບບເຫັນຜົນທັນທີ ດ້ວຍສ່ວນປະສົມຈາກທໍາມະຊາດທີ່ປາສະຈາກສານເຄມີ ປອດໄພໄດ້ຜົນດີ ເຊິ່ງມີຂັ້ນຕອນງ່າຍໆລຸ່ມນີ້.

ສ່ວນປະສົມຫຼັກຂອງເຮົາແມ່ນ ໃບຂີ້ເຫຼັກ ຫຼາຍຄົນອາດມີຄໍາຖາມວ່າມັນຊ່ວຍໃນການກໍາຈັດແມງໄມ້ໄດ້ແນວໃດ? ຜູ້ຂຽນມີຄໍາຕອບໃຫ້ ໃບຂີ້ເຫຼັກ ເອີ້ນໄດ້ວ່າເປັນສະໝຸນໄພທີ່ມີປະໂຫຍດຫຼາຍ ສາມາດນໍາມາໃຊ້ໄດ້ທຸກສ່ວນ ເຊິ່ງໃບຂີ້ເຫຼັກຈະມີລົດຊາດຂົມ ແລະ ເປັນປະໂຫຍດໃນການກະສິກໍາ ເພາະໃນພືດຊະນິດນີ້ມີສານກຸ່ມໂຄໂມນ ເຊິ່ງມີສັບພະຄົນຜ່ອນຄາຍຄວາມຄຽດ ແລະ ເຮັດໃຫ້ນອນຫຼັບ ລວມເຖິງສານກຸ່ມ anthraquinones ທີ່ມີຜົນຕໍລະບົບປະສາດໃນຮ່າງກາຍຂອງແມງໄມ້ບາງຊະນິດອີກດ້ວຍ ຈຶ່ງມີຜົນເຮັດໃຫ້ສາມາດໄລ່ແມງໄມ້ໃຫ້ໜີຈາກພືດໄດ້.

ສໍາລັບສ່ວນປະກອບອື່ນໆທີ່ຕ້ອງກຽມມີຄື: ຜ້າຂາວບາງ, ຊາມ ຫຼື ຖ້ວຍໃຫຍ່ເພື່ອປະສົມວັດສະດຸທຸກຢ່າງ, ນໍ້າສະອາດ 200 ມິນລີລິດ, ໃບຂີ້ເຫຼັກ 2ກໍາໃຫຍ່, ນໍ້າຢາລ້າງຖ້ວຍ 1/2 ບາວງກາເຟ.

ຂັ້ນຕອນການເຮັດ: ນໍາໃບຂີ້ເຫຼັກທີ່ກຽມໄວ້ມາຕໍາໃຫ້ລະອຽດ ແລ້ວຄ່ອຍໆຕື່ມນໍ້າໃສ່ໃນຄົກເທື່ອລະນ້ອຍ ຫຼື ຫາກມີເຄື່ອງປັ່ນສາມາດໃຊ້ໄດ້ເລີຍເພື່ອຄວາມສະດວກ, ຫຼັງຈາກໄດ້ໃບຂີ້ເຫຼັກທີ່ມຸ່ນລະອຽດດີພ້ອມປົນນໍ້າແລ້ວ ມາຕອງເອົາແຕ່ນໍ້າດ້ວຍຜ້າຂາວບາງ ແລ້ວແຍກເສດໃບຂີ້ເຫຼັກອອກຕ່າງຫາກ. ຕໍ່ມານໍາເອົານໍ້າໃບຂີ້ເຫຼັກທີ່ຜ່ານການກັ່ນຕອງແລ້ວມາປະສົມກັບນໍ້າລ້າໃນອັດຕາສ່ວນ 1:1 ແລະ ຂັ້ນຕອນສຸດທ້າຍແມ່ນໃຫ້ເທນໍ້າຢາລ້າງຖ້ວຍລົງໄປ ½ບ່ວງກາເຟ ແລ້ວຄົນໃຫ້ເຂົ້າກັນ.

ສ່ວນວິທີການນໍາໃຊ້ ໃຫ້ນໍາເອົານໍ້າໃບຂີ້ເຫຼັກທີ່ປຸງແຕ່ງແລ້ວມາປະສົມກັບນໍ້າສະອາດໃນອັດຕາສ່ວນ 1:1 ຈາກນັ້ນກໍ່ນໍາໄປສີດພົ່ນໃຫ້ກກັບພືດຜັກຂອງເຮົາໃນໄລຍະເວລາ 3ວັນ/1ຄັ້ງ ໃນຊ່ວງຕອນແລງ ຫຼື ໃກ້ຄໍ່າຈະໄດ້ຜົນດີ ສູດນີ້ສາມາດໃຊ້ໄດ້ກັບພືດທຸກຊະນິດ ລວມເຖິງດອກໄມ້ປະດັບນໍາອີກ.

ເຫັນບໍ່ທ່ານຜູ້ອ່ານ ສູດງ່າຍໆທີ່ທຸກຄົນສາມາດເຮັດໄດ້ເອງຢູ່ເຮືອນ ແລະ ຍັງເຮັດໃຫ້ສວນຜັກຂອງທ່ານເຕີບໂຕໄດ້ຢ່າງງອກງາມ ປາສະຈາກແມງໄມ້ທໍາລາຍ ແລະ ບໍ່ມີສານພິດຕົກຄ້າງອີກດ້ວຍ ເຊິ່ງປອດໄພທັງຜູ້ປູກ ແລະ ຜູ້ບໍລິໂພກ.

ທີ່ມາ: http://bitcoretech.com/