ເຕັກນິກການສ້າງນັກຮຽນເກັ່ງວິຊາຟີຊິກສາດ ຈາກອາຈານສອນບໍາລຸງນັກຮຽນເກັ່ງ

186

ຢາກສອນໃຫ້ນັກຮຽນຮຽນເກັ່ງຟີຊິກສາດ ການສອນຂອງອາຈານຕ້ອງເນັ້ນທິດສະດີ, ສູດຄິດໄລ່ ແລະ ພາກປະຕິບັດໄປຄຽງຄູ່ກັນ. ພ້ອມກັນນັ້ນ, ຜູ້ສອນຈະຕ້ອງຮູ້ລັກສະນະພິເສດຂອງຜູ້ຮຽນວ່າອ່ອນດ້ອຍດ້ານໃດ ຈຶ່ງຈະເຮັດໃຫ້ນັກຮຽນເຂົ້າໃຈເຖິງວິທີການແກ້ໂຈດເລກຕ່າງໆ ເຖິງວ່າບົດຝຶກຫັດຈະຍາກ ແລະ ສັບຊ້ອນເທົ່າໃດກໍຕາມ.

ອາຈານ ພອນເພັດ ຕະກຸນງາມສີ ເປັນອາຈານສອນບໍາລຸງນັກຮຽນເກັ່ງໂຮງຮຽນພອນສະຫວັນຊົນເຜົ່າກຽມມະຫາວິທະຍາໄລ ມຊ ມາຫຼາຍປີ ໃຫ້ສຳພາດວ່າ: ຂ້າພະເຈົ້າເລີ່ມເປັນອາຈານສອນຢູ່ໂຮງຮຽນພອນສະຫວັນຊົນເຜົ່າກຽມມະຫາວິທະຍາໄລ ມຊ ແຕ່ສົກຮຽນ 2008 – 2009 ເປັນຕົ້ນມາຈົນມາຮອດສົກຮຽນ 2014 – 2015 ໄດ້ຖືກຄັດເລືອກເປັນອາຈານສອນບຳລຸງນັກຮຽນເກັ່ງວິຊາຟີຊິກ ຊັ້ນ ມ 4 ແລະ ມ 7 ຈົນຮອດປັດຈຸບັນ ( ເປັນເວລາ 4 ສົກຮຽນ ). ຕະຫຼອດໄລຍະສອນບໍາລຸງນັກຮຽນສາມາດຍາດໄດ້ລາງວັນທີ 1 ລະດັບຊາດ ວິຊາຟີຊິກສາດ 3 ຄັ້ງ ຄື: ສົກຮຽນ 2014 – 2015, 2015 – 2016 ແລະ 2018 – 2019.

ສຳລັບເຕັກນິກການສອນວິຊາຟີຊິກສາດ ຕ້ອງໄດ້ເນັ້ນໜັກທິດສະດີ ແລະ ສູດຄິດໄລ່ໃຫ້ນັກຮຽນໄດ້ຮູ້ ແລະ ເຂົ້າໃຈຢ່າງເຖິງຖອງ. ນອກນັ້ນ, ຄູສອນຕ້ອງໄດ້ເນັ້ນການແກ້ບົດເລກເປັນຫຼັກ ເພື່ອໃຫ້ຜູ້ຮຽນໄດ້ເຂົ້າໃຈລວມເຖິງມອບວຽກບ້ານໃຫ້ນັກຮຽນນໍາໄປເຮັດ ເພື່ອໃຫ້ນັກຮຽນໄດ້ຊິນເຄີຍກັບການແກ້ບົດເລກ. ສ່ວນຕົວນັກຮຽນເອງຕ້ອງໄດ້ເອົາໃຈໃສ່ໃນການຮຽນ ຄື: ຕ້ອງມັກອ່ານ, ມັກຄົ້ນຄວ້າດ້ວຍຕົນເອງຢ່າງຈິງຈັງ ຈຶ່ງຈະໄດ້ເຂົ້າໃຈເລິກເຊິ່ງກາຍເປັນມັກຮຽນໃນຕົວ.

ນອກນັ້ນ, ຄູສອນຕ້ອງໄດ້ເອົາໃຈໃສ່ໃນການຄົ້ນຄວ້າໃຫ້ໜັກແໜ້ນດ້ານວິຊາການ, ຕ້ອງກຳໄດ້ສະພາບການຮຽນຂອງນັກຮຽນ, ຮູ້ເຖິງຈຸດທີ່ນັກຮຽນບໍ່ເຂົ້າໃຈ, ຄູຕ້ອງສອນໂດຍເລັງເປົ້າໃຫ້ຖືກ, ສອນທຸກຢ່າງທີ່ມີ, ສອນຄົບທຸກຮູບແບບເພື່ອໃຫ້ນັກຮຽນເຂົ້າໃຈ, ມີບົດຝຶກຫັດນອກໃຫ້, ໃຫ້ນັກຮຽນໄດ້ອອກແກ້ໃນຊົ່ວຮຽນ, ມີຄະແນນສ່ວນຮ່ວມໃຫ້ເພື່ອເປັນແຮງຈູງໃຈໃຫ້ນັກຮຽນໄດ້ແຂ່ງຂັນກັນຮຽນດີຮຽນເກັ່ງ.

ວິທີການສອນບຳລຸງນັກຮຽນເກັ່ງ ກໍຄ້າຍຄືການສອນໃນຫ້ອງຮຽນປົກກະຕິ ໂດຍເນັ້ນການສະຫຼຸບສູດໃຫ້ເຂົາເຈົ້າສອນຕາມບົດຮຽນ, ນຳເອົາຂໍ້ສອບທີ່ອອກສອບເສັງນັກຮຽນເກັ່ງແຕ່ລະສົກຮຽນມາສອນ ແລະ ແນະນຳວິທີແກ້, ແຕ່ສ່ວນຫຼາຍນັກຮຽນເກັ່ງເຂົາເຈົ້າຈະຝຶກແກ້ເອງ, ຖ້າບໍ່ເຂົ້າໃຈເຂົາເຈົ້າຈະຖາມຄືນ. ສ່ວນຫຼາຍນັກຮຽນທີ່ຜ່ານການຮຽນບຳລຸງແມ່ນຈະຮຽນເກັ່ງໄປໃນຕົວ, ສາມາດເສັງຜ່ານ ແລະ ໄດ້ຄະແນນດີ ເພາະວ່າບົດຮຽນທີ່ເຮົານຳມາສອນບຳລຸງຈະແຂງກວ່າບົດສອບເສັງຫຼາຍ.

ສຳລັບເປົ້າໝາຍໃນການຮຽນ – ການສອນແມ່ນກວມລວມທຸກຂັ້ນເລີຍບໍ່ວ່າຂັ້ນເມືອງຂັ້ນ ແຂວງ ແລະ ລະດັບຊາດແມ່ນໄດ້ບຳລຸງມາແຕ່ເລີ່ມຕົ້ນພ້ອມກັນ ເພາະວ່າໄລຍະເສັງຂັ້ນນະຄອນຫຼວງຫາລະດັບຊາດເວລາ ຈໍ້, ຖ້າຈະສອນບຳລຸງເປັນຂັ້ນຈະບໍ່ທັນ. ສະນັ້ນ, ຈຶ່ງໄດ້ສອນກວມລວມທຸກຂັ້ນພ້ອມກັນເພື່ອກຽມຄວາມພ້ອມຕະຫຼອດເວລາ.

ອາຈານ ພອນເພັດ ຕະກຸນງາມສີ ບັງຝາກເຖິງບັນດານ້ອງນັກຮຽນທຸກຄົນ ໂດຍສະເພາະນັກຮຽນໂຮງຮຽນພອນສະຫວັນຊົນເຜົ່າ ໃຫ້ທຸກຄົນເອົາໃຈໃສ່ຕັ້ງໃຈຮ່ຳຮຽນຢ່າງຈິງຈັງ, ມັກຮັກໃນການຮຽນບໍ່ສະເພາະແຕ່ວິຊາຟີຊິກສາດ, ວິຊາອື່ນໆກໍເປັນວິຊາທີ່ສຳຄັນ ແລະ ຈຳເປັນຕໍ່ການສຶກສາຮ່ຳຮຽນ. ນອກຈາກຮຽນນຳຄູ – ອາຈານແລ້ວຕ້ອງຮຽນດ້ວຍຕົນເອງ, ໝັ່ນແກ້ບົດຝຶກຫັດດ້ວຍຕົນເອງໃຫ້ເປັນອາຊີບ ແລະ ຄວນຕັ້ງເປົ້າໝາຍການຮຽນທີ່ດີເພື່ອອະນາຄົດ.