ປະຊາຊົນ 5 ບ້ານ ເມືອງໂຂງ ສົມທົບທຶນກໍ່ສ້າງເສັ້ນທາງໃໝ່

85

ປະຊາຊົນບ້ານນາແສນພັນ, ຫ້ວຍໄຮ, ນາລານ, ເຕົ້າປຸງ ແລະ ບ້ານລົມພັດ ເມືອງໂຂງ ແຂວງຈຳປາສັກ ມີຄວາມກະຕືລືລົ້ນອອກເງິນກັນໃນແຕ່ລະຄອບຄົວ ເພື່ອສົມທົບທຶນການກໍ່ສ້າງເສັ້ນທາງເຂົ້າບ້ານຂອງຕົນທີ່ຈະໄດ້ເລີ່ມລົງມືກໍ່ສ້າງໃນທ້າຍເດືອນມີນາ 2020 ນີ້.

ໃນວັນທີ 11 ມີນາຜ່ານມານີ້ ອຳນາດການປົກຄອງ 5 ບ້ານ ໄດ້ລົງນາມເຊັນບົດບັນທຶກຮ່ວມກັບບໍລິສັດຜູ້ຮັບເໝົາກໍ່ສ້າງ ( ບໍລິສັດ ລັດວິສາຫະກິດກໍ່ສ້າງຂົວທາງ ແລະ ຕິດຕັ້ງໄຟຟ້າຄົບວົງຈອນ ), ໃຫ້ກຽດເຂົ້າຮ່ວມໃນພິທີລົງນາມເຊັນບົດບັນທຶກຄັ້ງນີ້ໂດຍ ທ່ານ ບຸນເຮັງ ກົມປະເສີດ ຮອງເຈົ້າເມືອງໂຂງ, ມີເລຂາຄະນະພັກຮາກຖານກຸ່ມບ້ານ, ຫົວໜ້າຫ້ອງການ ຍທຂ ເມືອງ, ອຳນາດການປົກຄອງບ້ານທຸກຂັ້ນເຂົ້າຮ່ວມເປັນສັກຂີພິຍານ.

ພາບປະກອບຂ່າວເທົ່ານັ້ນ

ໂອກາດດັ່ງກ່າວ ທ່ານ ບຸນກວ້າງ ແພງບຸດແກ້ວ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໂຂງ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງເສັ້ນທາງເຂົ້າບ້ານໃນຈຳນວນ 5 ບ້ານນີ້ ເປັນໂຄງການກໍ່ສ້າງທາງດິນແດງ ມີຈຳນວນ 2 ເສັ້ນ, ມີຄວາມຍາວ 14,3 ກິໂລແມັດ, ກວ້າງ 5 ແມັດ. ໃນນັ້ນ, ເສັ້ນທາງເຂົ້າບ້ານເຕົ້າປຸງ – ລົມພັດ ມີໄລຍະທາງ 5,5 ກິໂລແມັດ ແລະ ເສັ້ນທາງເຂົ້າບ້ານນາແສນພັນ, ນາລານ ແລະ ຫ້ວຍໄຮ ໄລຍະທາງເກືອບ 9 ກິໂລແມັດ ຄາດວ່າຈະໃຫ້ສຳເລັດພາຍໃນ 1 ຫາ 2 ເດືອນຫຼັງຈາກເຊັນບົດບັນທຶກ.

ຄງການກໍ່ສ້າງທາງດິນແດງດັ່ງກ່າວມີມູນຄ່າກໍ່ສ້າງທັງໝົດ 644 ລ້ານກວ່າກີບ. ໃນນັ້ນ, ເປັນທຶນຂອງປະຊາຊົນ 30% ( ເປັນເງິນ 297 ລ້ານກວ່າກີບ ) ແລະ ເປັນທຶນຂອງບໍລິສັດ 70% ( ເປັນເງິນ 496 ລ້ານ ກວ່າກີບ ).