ຍທຂ ເນັ້ນໃຫ້ໂຄງການກໍ່ສ້າງປະຕູນໍ້າເຄັມ ປັບປຸງ 5 ໜ້າວຽກ

114

ພາຍຫຼັງອຸບັດເຫດຮ້າຍແຮງທີ່ເກີດຂຶ້ນຢູ່ເຂດໂຄງການກໍ່ສ້າງປະຕູນໍ້າເຄັມ ເຮັດໃຫ້ປະຊາຊົນ ແລະ ຜູ້ໃຊ້ ລົດໃຊ້ຖະໜົນຮຽກຮ້ອງ ໃຫ້ພາກສ່ວນກ່ຽວຂ້ອງລົງກວດກາຂອງລະບົບຄວາມປອດໄພໂຄງການດັ່ງກ່າວ.

ຫຼ້າສຸດໜ່ວຍງານຄຸ້ມຄອງ ຄວາມປອດໄພທາງຖະໜົນ ຂະແໜງຂົນສົ່ງ ພະແນກໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ນະຄອນຫຼວງວຽງຈັນ ຮ່ວມກັບ ເຈົ້າຂອງໂຄງການລົງກວດກາຕົວຈິງ ແລະ ພົບວ່າລະບົບຄວາມປອດໄພບໍ່ໄດ້ມາດຕະຖານ. ດັ່ງນັ້ນ, ຈຶ່ງໄດ້ເຮັດບົດບັນທຶກຮ່ວມກັບຜູ້ຮັບເໝົາ ໂດຍເນັ້ນໃຫ້ປັບປຸງ 5 ໜ້າວຽກສຳຄັນໃຫ້ສຳເລັດພາຍໃນ 5 ວັນ.

ທ່ານ ສີພັນ ມະນີວົງ ຮອງຫົວໜ້າໜ່ວຍງານຄຸ້ມຄອງຄວາມປອດໄພທາງຖະໜົນ ຂະແໜງຂົນສົ່ງພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ອີງຕາມຂໍ້ມູນຕົວຈິງທີ່ທາງວິຊາການດ້ານ ຄວາມປອດໄພທາງຖະໜົນທີ່ໄດ້ລົງໄປເກັບກຳຂໍ້ມູນທີ່ຈຸດເກີດເຫດ ເຫັນວ່າ: ອົງປະກອບຂອງຄວາມປອດໄພທາງຖະໜົນຈຳນວນໜຶ່ງບໍ່ໄດ້ມາດຕະຖານ, ແນມເຫັນບໍ່ຊັດເຈນ, ເສັ້ນທາງຂຶ້ນລົງຊັນເກີນໄປ, ໜ້າທາງແຄບ ຖ້າທຽບໃສ່ທາງໂຄ້ງແລ້ວມີຄວາມກວ້າງພຽງແຕ່ 3 ແມັດກວ່າເທົ່ານັ້ນ, ຈຸດທີ່ເຂົ້າມາຫາບ່ອນກໍ່ສ້າງບໍ່ໄດ້ຕິດຕັ້ງສິ່ງກີດຂວາງ ແລະ ເຄື່ອງສະທ້ອນແສງໃສ່. ນອກຈາກນີ້, ເຄື່ອງເຕືອນໄພທີ່ມີຜ່ານມາແມ່ນມີແຕ່ປ້າຍວາຍນີວ ເຊິ່ງມັນບໍ່ຮັບປະກັນ ຄວາມປອດໄພ.

ທ່ານກ່າວຕື່ມວ່າ: ດັ່ງນັ້ນເພື່ອຫຼີກເວັ້ນການເກີດອຸບັດເຫດໃນຕໍ່ໜ້າຕາມທັດສະນະວິຊາການກໍໄດ້ແນະນຳໃຫ້ເຈົ້າຂອງໂຄງການ ພ້ອມບໍລິສັດຮັບເໝົາ ປັບປຸງ 5 ໜ້າວຽກ ຄື: 1 ຂະຫຍາຍໜ້າທາງໃຫ້ກວ້າງອອກ ພ້ອມຍົກລະດັບພື້ນທາງໃຫ້ສູງຂຶ້ນອີກ ເພື່ອໃຫ້ລົດໄດ້ແລ່ນຂຶ້ນລົງໄດ້ສະດວກສະບາຍ; 2 ຕິດຕັ້ງໄຟເຍືອງທາງໃຫ້ສະຫວ່າງຂຶ້ນ; 3 ໃຫ້ຕິດຕັ້ງປ້າຍເຕືອນໃຫ້ໄດ້ຕາມມາດຕະຖານເຕັກນິກຕື່ມ ກໍຄືປ້າຍເຫຼັກທີ່ສະທ້ອນແສງຄັກແນ່; 4 ໃຫ້ຕິດຕັ້ງຖັງກັ້ນກັນບໍ່ໃຫ້ລົດແລ່ນຊື່ທັງ 2 ຂ້າງ; 5 ຕາມແຄມທາງຕ້ອງເສີມວັດຖຸສະທ້ອນແສງໃຫ້ເຫັນໄດ້ຢ່າງເດັ່ນຊັດ ເຊິ່ງການຈັດຕັ້ງປະຕິບັດໜ້າວຽກດັ່ງກ່າວແມ່ນໃຫ້ສຳເລັດພາຍໃນ 5 ວັນ ( ແຕ່ວັນທີ 11 – 16 ມີນາ 2020 ).

ທ່ານ ຄຳຜອງ ແສງສະ ຫວ່າງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຕາງໜ້າເຈົ້າຂອງໂຄງການ ໄດ້ກ່າວວ່າ: ໂຄງການປະຕູນໍ້າເຄັມເປັນໂຄງການລົງທຶນຂອງລັດ ທີ່ສ້າງຂຶ້ນເພື່ອໂຄງການຕ້ານຖ້ວມໃນຂອບເຂດເມືອງໄຊທານີ. ດັ່ງນັ້ນ, ລັດຖະບານຈຶ່ງອະນຸມັດງົບປະມານໃຫ້ແກ່ການສ້າງໂຄງການນີ້ຂຶ້ນມາ ໂດຍແມ່ນພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ສຸລິວັນ ຈະເລີນກໍ່ສ້າງ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ ໂດຍມີ ບໍລິສັດ ແດນສະຫວັນ ຈະເລີນຊັບ ວິສະວະກຳທີ່ປຶກສາ ຈຳກັດຜູ້ດຽວ ເປັນທີ່ປຶກສາໂຄງການ.

ກ່ຽວກັບການກໍ່ສ້າງໂຄງການດັ່ງກ່າວແຕ່ເດືອນຕຸລາ 2019 ຫາ ມັງກອນ 2020 ກໍມີຄວາມປອດໄພດີ, ແຕ່ມາໄລຍະນີ້ຝົນຕົກເຮັດໃຫ້ເກີດອຸປະສັກໃນການສັນຈອນ ເປັນຕົ້ນແມ່ນທາງມື່ນ, ຜູ້ຂັບຂີ່ບໍ່ລຶ້ງກັບເສັ້ນທາງ, ຜູ້ຂັບຂີ່ຍັງຖືເບົາຕໍ່ກົດຈະລາຈອນບໍ່ເຄົາລົບເຊິ່ງກັນ ແລະ ກັນ ຢູ່ເຂດກໍ່ສ້າງຕ້ອງມີຜູ້ໄປຜູ້ຢຸດ, ທຳມະດາຢູ່ເຂດນັ້ນຜູ້ຮັບເໝົາຕ້ອງມີພະນັກງານໄວ້ໂບກລົດອຳນວຍ ຄວາມສະດວກໃນການສັນຈອນ.

ຕໍ່ກັບອຸບັດເຫດທີ່ເກີດຂຶ້ນໃນວັນທີ 8 ມີນາ 2020 ທາງພະແນກກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບ 2 ຄະນະ ລົງປະສານສົມທົບກັບພາກສ່ວນກ່ຽວຂ້ອງພາກລັດລົງສົມທົບກັບບໍລິສັດຮັບເໝົາກໍ່ສ້າງ ເຮັດບົດບັນທຶກຮ່ວມກັບບ້ານມີ 5 ຂໍ້ ຄື: ຂະຫຍາຍທາງ, ໃສ່ໄຟເຍືອງທາງ, ຕິດຕັ້ງປ້າຍເຕືອນ, ໃສ່ໄຟເຕືອນລຽບຕາມເສັ້ນທາງເວັ້ນ, ພ້ອມທັງໃຫ້ມີພະນັກງານມາຊ່ວຍລະບາຍລົດຢູ່ 2 ເບື້ອງໃນຊົ່ວໂມງເລັ່ງດ່ວນ. ສ່ວນມາດຕະການຊ່ວຍເຫຼືອ ແລະ ແບ່ງເບົາ ຄວາມທຸກໂສກຄອບຄົວຜູ້ເສຍຊີວິດທັງ 3 ຄົນ ຈາກອຸບັດເຫດນັ້ນໃນເບື້ອງຕົ້ນພວກເຮົາໄດ້ເຂົ້າໄປຮ່ວມສົ່ງສະການເຮັດພິທີທາງສາສະໜາ ແລະ ມອບເງິນໃຫ້ຈຳນວນໜຶ່ງ ສ່ວນການຊ່ວຍເຫຼືອດ້ານອື່ນໆແມ່ນຍັງປຶກສາຫາລືກັນຢູ່.

[ ຂ່າວ: ເອຢິບ+ຄຳນ້ອຍ; ]