ພັກ-ລັດ ແຈ້ງຍົກເລີກທຸກງານສະຫຼອງ ຕະຫຼອດປີ 2020 ປ້ອງກັນໂຄວິດ-19

617

ເພື່ອປ້ອງກັນ ແລະ ສະກັ້ດການແພ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ບໍ່ໃຫ້ແພ່ລາມເຂົ້າມາສູ່ ສປປລາວ, ລັດຖະບານ ໄດ້ມີມາດຕະການປ້ອງກັນ ແລະ ຊີ້ນຳຢ່າງໃກ້ຊິດ. ຂະນະທີ່, ປີນີ້ມີຫຼາຍກິດຈະກຳ ທີ່ສຳຄັນຂອງຊາດທີ່ຈະຖືກຍົກເລີກ ນັບທັງສູນກາງ ແລະ ທ້ອງຖິ່ນ ເພາະຈະມີມວນຊົນເຂົ້າຮ່ວມເປັນຈຳນວນຫຼາຍ.

ວັນທີ 12 ມີນາ 2020 ຢູ່ຫ້ອງວ່າການສູນກາງພັກ, ສະຫາຍ ພັນຄໍາ ວິພາວັນ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຖະແຫຼງຢ່າງເປັນທາງການວ່າ: ນັບແຕ່ເກີດການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ COVID-19 ໃນທ້າຍປີ 2019 ເປັນຕົ້ນມາ ໄດ້ເພີ່ມທະວີຄວາມຮຸນແຮງຂອງການລະບາດ ແລະ ໄດ້ສ້າງຄວາມເສຍຫາຍຕໍ່ຊີວິດຂອງຄົນ ແລະ ກະທົບຕໍ່ເສດຖະກິດ, ການທ່ອງທ່ຽວຢ່າງໃຫຍ່ຫຼວງໃນຫຼາຍປະເທດ; ຂະນະທີ່ອົງການອະນາໄມໂລກ ກໍໄດ້ແຈ້ງເຕືອນໄພອັນຕະລາຍ ຂອງພະຍາດດັ່ງກ່າວຂັ້ນສູງສຸດ ແລະ ຮຽກຮ້ອງໃຫ້ທຸກປະເທດ ມີມາດຕາການປ້ອງກັນສະກັດກັ້ນຢ່າງເຂັ້ມງວດ ໂດຍໃຫ້ຈໍາກັດການເຕົ້າໂຮມຄົນເປັນຈຳນວນຫຼາຍ ຄຽງຄູ່ກັບການໃຊ້ມາດຕະການອື່ນໆ ທີ່ຈຳເປັນ ເພື່ອປ້ອງກັນການລະບາດຂອງພະຍາດນີ້.

ພາບປະກອບຂ່າວ

ມາຮອດປັດຈຸບັນ ເຖິງວ່າ ສປປ ລາວ ເຮົາຍັງບໍ່ທັນມີກໍລະນີຜູ້ຕິດເຊື້ອພະຍາດດັ່ງກ່າວກໍຕາມ ແຕ່ກໍມີຄວາມສ່ຽງສູງທີ່ອາດເກີດການລະບາດ, ຍ້ອນຫຼາຍປະເທດອ້ອມຂ້າງໄດ້ມີການລະບາດຂອງພະຍາດດັ່ງກ່າວແລ້ວ.

ພາບປະກອບຂ່າວ

ສະນັ້ນ, ໃນນາມຕາງໜ້າໃຫ້ຄະນະຊີ້ນຳລະດັບຊາດ ກ່ຽວກັບການສະເຫຼີມສະຫຼອງວັນສຳຄັນຂອງພັກ-ຂອງຊາດປະຈຳປີ 2020 ຄື: ວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນຄ້າຍວັນວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ, ວັນສ້າງຕັ້ງສູນກາງແນວລາວສ້າງຊາດ ຄົບຮອບ 70 ປີ, ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ແລະ ວັນສໍາຄັນອື່ນໆ ຈຶ່ງຂໍປະກາດຍົກເລີກແຜນການຈັດໂຮມຊຸມນຸມໃຫຍ່ຢູ່ນະຄອນຫລວງວຽງຈັນ, ພ້ອມທັງໃຫ້ຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ນັບແຕ່ສູນກາງ ແລະ ທ້ອງຖິ່ນ ຍົກເລີກທຸກແຜນການ ທີ່ພົວພັນເຖິງການຈັດກິດຈະກຳ ທີ່ມີການເຕົ້າໂຮມຄົນຈຳນວນຫຼາຍ.

ພາບປະກອບຂ່າວ

ທີ່ມາ: ປະເທດລາວ Pathedlao