ນໍ້າຂີງໝາກນາວ ປະໂຫຍດຫຼາຍແຖມຊ່ວຍຫຼຸດກິ່ນປາກ

100

ເອີ້ນໄດ້ວ່າມີປະໂຫຍດຕໍ່ສຸຂະພາບຫຼາຍ ສໍາລັບນໍ້າຂີງ ເມື່ອເຮົາດື່ມເປັນປະຈໍາ 7 ມື້ຕິດຕໍ່ກັນ ປະໂຫຍດທີ່ໄດ້ຮັບຕໍ່ຮ່າງກາຍນັ້ນມີຢ່າງຫຼວງຫຼາຍ ຄັດແບບຫຍໍ້ໆມາໃຫ້ 7 ປະໂຫຍດດັ່ງນີ້:

1 ຊ່ວຍທໍາລາຍສິ່ງທີ່ຕົກຄ້າງຢູ່ໃນຮ່າງກາຍ
ຫາກເຈົ້າເປັນຄົນໜຶ່ງທີ່ມັກຈິບນໍ້າຂີງໝາກນາວເປັນປະຈໍາທຸກເຊົ້າ ຫຼັງຈາກຕື່ນນອນ ຈະມີປະໂຫຍດຕໍ່ຮ່າງກາຍຫຼາຍ, ຊ່ວຍເຮັດຄວາມສະອາດໃຫ້ຮ່າງກາຍ, ກໍາຈັດສິ່ງທີ່ຕົກຄ້າງຢູ່ໃນຮ່າງກາຍຂອງເຮົາໃຫ້ໝົດໄປ ອີກທັງຍັງຊ່ວຍໃຫ້ລະບົບການໄຫຼວຽນຂອງນໍ້າເຫຼືອງທົ່ວຮ່າງກາຍເຮົາອີກດ້ວຍ.

2 ຊ່ວຍໃນການຫຼຸດໜ້າທ້ອງ ແລະ ນໍ້າໜັກ ພຽງດື່ມມື້ລະ 1 ຈອກ ເວລາໃດກໍໄດ້ ຈະຊ່ວຍກະຕຸ້ນເຮັດໃຫ້ຮ່າງກາຍເຮົາດຶງໄຂມັນສະສົມອອກມາ ສາມາດຫຼຸດໜ້າທ້ອງ ແລະ ນໍ້າໜັກໄດ້.

3 ບັນເທົາອາການເຈັບຄໍ ດື່ມນໍ້າຂີງໝາກນາວໃນເວລາຕອນກາງຄືນ ຈະຊ່ວຍໃຫ້ຄໍເຮົາບໍ່ແຫ້ງ ມີນໍ້າລາຍຫຼາຍ ຫຼຸດບັນຫາກ່ຽວກັບການອັກເສບບໍລິເວນລໍາຄໍ ດື່ມກ່ອນນອນຍັງຊ່ວຍໃຫ້ນອນຫຼັບງ່າຍອີກດ້ວຍ.

4 ຊ່ວຍເລື່ອງຂອງຜິວພັນ, ກະຕຸ້ນລະບົບໄຫຼວຽນຂອງເລືອດ ຊ່ອມແຊມເຊວຕ່າງໆທົ່ວຮ່າງກາຍ, ສ້າງຄໍລາເຈນໃຫ້ຜິວສວຍງາມ.

5 ຊ່ວຍຫຼຸດຄວາມເສື່ອມຂອງເຊວຕ່າງໆ ນໍ້າຂີງໝາກນາວມີວິຕາມິນບີຢູ່ຫຼາຍ ຊ່ວຍປ້ອງກັນບໍ່ໃຫ້ເຊວຜິວໜັງມີປັນຫາ ແລະ ສະລໍຄວາມເສື່ອມຂອງເຊວ ທັງມີແຮ່ທາດທີ່ສໍາຄັນຕໍ່ຮ່າງກາຍຫຼວງຫຼາຍ ທີ່ຊ່ວຍບໍາລຸງກະດູກ,

6 ຊ່ວຍໃນການຍ່ອຍອາຫານ, ບໍ່ເຮັດໃຫ້ອືດທ້ອງ,

7 ບັນເທົາອາການເປັນຫວັດໄດ້ ຫຼຸດການສະສົມຂອງພະຍາດໃນລະບົບທາງເດີນອາຫານ.

ຄຸນປະໂຫຍດຫຼາຍແບບນີ້ເປັນເຫດຜົນທີ່ທານຄວນດື່ມ ເພື່ອສຸຂະພາບຂອງທ່ານ ແຕ່ຮູ້ພຽງປະໂຫຍດຄົງບໍ່ພໍ ແຖມວິທີການເຮັດນໍ້າຂີງໝາກນາວພ້ອມເລີຍ

ກຽມນໍ້າອຸ່ນ 1 ຈອກ, ຊອຍຂີງໃຫ້ໄດ້ ½ ນິ້ວ ຈາກນັ້ນແຊ່ໄວ້ໃນນໍ້າອຸ່ນປະໄວ້ປະມານ 3-5 ນາທີ.

ຄັ້ນນໍ້າໝາກນາວເພີ່ມລົງໄປ ຫຼືຈະຊອຍເປັນຕ່ອນບາງໆແຊ່ລົງໄປ, ຫາກຕ້ອງການຄວາມຫວານສາມາດເພີ່ມນໍ້າເຜີ້ງລົງໄປປະມານ ½ ບ່ວງກາເຟ ເພື່ອບໍ່ໃຫ້ເຜັດຂີງຫຼາຍ.

ນໍ້າຂີງໝາກນາວເປັນເຄື່ອງດື່ມສະໜຸນໄພທີ່ເຮົາສາມາດເຮັດໄດ້ເອງງ່າຍໆ ແຖມດີຕໍ່ສຸຂະພາບເຮົາຢ່າງແນ່ນອນ ຫາກເຮົາບໍ່ເພີ່ມຄວາມຫວານແທນນໍ້າຕານ ແຕ່ຖ້າໃຜທີ່ຍັງບໍ່ລຶ້ງກັບລົດຊາດຂີງ ກໍເນັ້ນນໍ້າໝາກນາວຫຼາຍກວ່າກໍໄດ້..