ຢູນີເຊັບ ມອບອຸປະກອນປ້ອງກັນສ່ວນບຸກຄົນ ໃຫ້ກະຊວງສາທາລະນະສຸກ

110

ທ່ານ ອົກຕາວຽນ ບີໂວນ ຜູ້ຕາງໜ້າອົງການຢູນີເຊັບ ປະຈໍາ ສປປ ລາວ ໄດ້ມອບວັດສະດຸອຸປະກອນຕ່າງໆໃຫ້ກະຊວງສາທາລະນະສຸກ ໂດຍຜ່ານ ທ່ານ ຮສ. ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໃນວັນທີ 11 ມີນາ 2020 ນີ້, ວັດສະດຸອຸປະກອນດັ່ງກ່າວລວມມີຜ້າອັດປາກເວລາຜ່າຕັດ, ຊຸດຄຸມປ້ອງກັນຕົວສຳລັບແພດ, ໝວກ, ຖົງມື ລວມທັງເຄື່ອງປ້ອງກັນໃບໜ້າ ເພື່ອແຈກຢາຍໃຫ້ແພດປະຈໍາໂຮງໝໍແຖວໜ້າແຫ່ງຕ່າງໆທີ່ກຳລັງປະຕິບັດໜ້າທີ່ປ້ອງກັນພະຍາດໂຄວິດ – 19.

ພາບປະກອບຂ່າວເທົ່ານັ້ນ

ວັດສະດຸອຸປະກອນເຫຼົ່ານີ້ແມ່ນສ່ວນໜຶ່ງຂອງການສະໜັບສະໜູນຂອງອົງການຢູນີເຊັບ ຕໍ່ລັດຖະບານ ສປປ ລາວ ໃນການກະກຽມ ແລະ ສ້າງແຜນໃນການປ້ອງກັນ COVID – 19. ໃນນັ້ນ, ລວມມີຂໍ້ມູນ ແລະ ເຄື່ອງມືສຳລັບການໂຄສະນາສື່ສານ, ສະໜັບສະໜູນສື່ມວນຊົນ, ວຽກງານສຶກສາ ແລະ ວຽກງານປົກປ້ອງເດັກ. ໃນຕໍ່ໜ້າຍັງຈະມີການມອບ – ຮັບວັດສະດຸອຸປະກອນຈໍານວນໜຶ່ງທີ່ກຳລັງຢູ່ໃນຂັ້ນຕອນການຈັດຫາສັ່ງຊື້ໂດຍອົງການຢູນີເຊັບ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ອົກຕາວຽນ ບີໂວນ ຜູ້ຕາງໜ້າອົງການຢູນີເຊັບ ປະຈຳ ສປປ ລາວ ໄດ້ມີຄໍາເຫັນວ່າ: “ ໃນອະນາຄົດຫາກເກີດມີການຕິດເຊື້ອພະຍາດອັກເສບປອດ COVID – 19 ໃນ ສປປ ລາວ, ການປ້ອງກັນແພດ ແລະ ພະຍາບານທີ່ເຮັດວຽກຢູ່ແຖວໜ້າໃນການປ້ອງກັນແມ່ນສຳຄັນທີ່ສຸດ, ເຂົາເຈົ້າຕ້ອງໄດ້ຮັບການປ້ອງກັນຢ່າງເຕັມສ່ວນ ” ທ່ານຍັງໄດ້ກ່າວຕໍ່ໄປວ່າ: “, ຫາກພວກເຮົາທຸກຄົນລ້າງມືດ້ວຍສະບູ ແລະ ນໍ້າຢ່າງຖືກວິທີ ແລະ ອັດປາກເວລາໄອ ຫຼື ຈາມ, ພວກເຮົາແມ່ນໄດ້ຊ່ວຍໃນການປ້ອງກັນພະຍາດ ຫຼື ໄວຣັສທຸກຊະນິດບໍ່ໃຫ້ກະຈາຍໄປຕິດຄົນອື່ນ ”.

ອົງການຢູນີເຊັບ ໄດ້ໃຫ້ການສະໜັບສະໜູນໃນການພັດທະນາແຜນງານໂຄສະນາສື່ສານ ເພື່ອໃຫ້ຂໍ້ມູນໃນການປ້ອງກັນ COVID – 19 ເຊິ່ງເປັນສ່ວນໜຶ່ງຂອງການປະຕິບັດງານດ້ານການໂຄສະນາຂອງລັດຖະບານ. ໃນນີ້, ລວມມີການຝຶກອົບຮົມໃຫ້ຄວາມຮູ້ ແລະ ຂໍ້ມູນຕົ້ນຕໍໃຫ້ແກ່ສື່ມວນຊົນ, ການສ້າງສື່ໂຄສະນາ, ສື່ສິ່ງພິມ ແລະ ສື່ປະສົມປະສານ ( multimedia materials ) ລວມທັງສ້າງສື່ທີ່ເຂົ້າໃຈງ່າຍແທດເໝາະສຳລັບໂຮງຮຽນ ແລະ ຊຸມຊົນ.

ພາບປະກອບຂ່າວເທົ່ານັ້ນ

ອົງການຢູນີເຊັບ ຍັງສະໜັບສະໜູນການຈັດຊຸດອົບຮົມ ຄວາມຮູ້ ແລະ ການປ້ອງກັນ COVID – 19 ໃຫ້ແກ່ພະນັກງານສາທາລະນະສຸກ ຈໍານວນ 540 ຄົນ ໃນ 18 ແຂວງ ແລະ ຈັດຝຶກອົບຮົມໃຫ້ແກ່ສື່ມວນຊົນສູນກາງ, ພາກເໜືອ, ພາກກາງ ແລະ ພາກໃຕ້.