ສະຫາຍ ຫົງແກ້ວ ວິໄນວົງ ຖືກຄັດເລືອກໃຫ້ເປັນເລຂາຄະນະບໍລິຫານງານພັກເມືອງຫ້ວຍຊາຍ ຄົນໃໝ່

132

ກອງປະຊຸມໃຫຍ່ອົງຄະນະພັກເມືອງຫ້ວຍຊາຍ ຄັ້ງທີ VIII ໄດ້ອັດລົງດ້ວຍຜົນສຳເລັດທ້າຍອາທິດຜ່ານມາ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ບົວຄົງ ນາມມະວົງ ເຈົ້າແຂວງບໍ່ແກ້ວ ເຊິ່ງຕະຫຼອດໄລຍະຂອງການດຳເນີນກອງປະຊຸມເປັນເວລາສອງວັນ ພາຍຫຼັງທີ່ບັນດາຜູ້ແທນໄດ້ຮັບຟັງການຜ່ານບົດລາຍງານການເມືອງ, ແຜນພັດທະນາເສດຖະ ກິດ – ສັງຄົມ 5 ປີ ຄັ້ງທີ VII ຂອງເມືອງຫ້ວຍຊາຍ, ຮັບຟັງການປະກອບຄໍາເຫັນຈາກບັນດາສະຫາຍຜູ້ຕາງໜ້າຂົງເຂດວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະກິດ, ຂົງເຂດວັດທະນະທຳ – ສັງຄົມ, ຂົງເຂດອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າໃຫ້ຄອບຄົວຕົວແບບຜະລິດກະສິກຳເປັນສິນຄ້າ.

ໃນກອງປະຊຸມບັນດາຜູ້ແທນໄດ້ພ້ອມກັນຄົ້ນຄວ້າຕີລາຄາຄືນໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ທີ່ມີຫຼັກການຂອງພັກກໍຄືການຈັດຕັ້ງປະຕິບັດເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກເມືອງ ແລະ ໄດ້ເປັນເອກະພາບກັນລົງປະຊາມະຕິຮັບຮອງເອົາຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະ ກິດ – ສັງຄົມ 5 ປີ ຄັ້ງທີ VII ຂອງເມືອງຫ້ວຍຊາຍ. ນອກນັ້ນ, ກໍໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເຊິ່ງມີຜູ້ລົງສະໝັກທັງໝົດ 25 ສະຫາຍ ຍິງ 2 ສະຫາຍ ໂດຍເລືອກເອົາ 7 ສະຫາຍ.

ຜົນຂອງກອງປະຊຸມຄັ້ງປະຖົມມະລືກໄດ້ຕົກລົງເລືອກເອົາ ສະຫາຍ ຫົງແກ້ວ ວິໄນວົງ ເປັນເລຂາຄະນະບໍລິຫານງານພັກເມືອງຫ້ວຍຊາຍ, ສະຫາຍ ບຸນລໍ້ ສີຜາວັນ ເປັນຮອງເລຂາພັກເມືອງຫ້ວຍຊາຍ ແລະ ສະຫາຍ ບຸນຄົງ ວົງຄຳຈັນ ເປັນຮອງເລຂາພັກເມືອງ ແລະ ທັງເປັນປະທານກວດການພັກເມືອງ, ເປັນຄະນະປະຈຳພັກເມືອງຫ້ວຍຊາຍ 7 ສະຫາຍ ຄື: ສະຫາຍ ຫົງແກ້ວ ວິໄນວົງ, ສະຫາຍ ບຸນລໍ້ ສີຜາວັນ, ທ່ານ ບຸນຄົງ ວົງຄໍາຈັນ, ສະຫາຍ ທິບພາກອນ ມະນີຄຳ, ສະຫາຍ ພັນໂທ ສົມລີ ແກ້ວມີໄຊ, ສະຫາຍ ຄຳແດງ ແພງໄຊ ແລະ ສະຫາຍ ທອງພັນ ຈັນທະວົງ.

[ ຂ່າວ: ສົມສະຫວິນ, ຮູບ: ບຸນເພັດ ]