ວາງເປົ້າໝາຍໃນການຮຽນແນວໃດຈຶ່ງຈະປະສົບຜົນສຳເລັດໄດ້

120

ໃນທຸກມື້ນີ້ການດຳລົງຊີວິດທີ່ຈະນຳໄປສູ່ຜົນສຳເລັດ ແມ່ນຈະຕ້ອງມີການວາງແຜນທີ່ມີເປົ້າໝາຍຈະແຈ້ງ ແລະ ມີການຫົດຢືດເປັນບາງເທື່ອ ແຕ່ກໍບໍ່ຄວນຈະໃຫ້ມັນຫຼາຍເກີນໄປ, ບໍ່ຄວນຈະວາງແຜນໃຫ້ງ່າຍເກີນໄປ ຫຼື ຍາກເກີນໄປ ພຽງແຕ່ເປັນການວາງແຜນທີ່ໃຫ້ເຮົາສາມາດປະຕິບັດໄດ້ແບບສະໝ່ຳສະເໝີ ເປັນຕົ້ນແມ່ນການວາງເປົ້າໝາຍທາງດ້ານການຮຽນຂອງຕົນເອງ ວ່າຄວນຈະເຮັດແນວໃດຈຶ່ງຈະສາມາດປະສົບຜົນສຳເລັດໄດ້.

ການທີ່ເຮົາມີການວາງເປົ້າໝາຍໃນການຮຽນແມ່ນເປັນການດີ ເພາະມັນຈະສາມາດຊ່ວຍໃຫ້ເຮົາໄດ້ຮູ້ຈັກການບັງຄັບຕົນເອງຈົນຕິດກາຍເປັນນິດໄສ ເຊັ່ນ: ເຮົາຈະຮຽນຈົບໃນໄລຍະຈັກປີ, ຄວນຈະອ່ານປຶ້ມກ່ອນຈະເສັງຈັກມື້, ຂັ້ນຕອນ ແລະ ວິທີການທີ່ຈະຮຽນ ຫຼື ເຮັດໃຫ້ໄດ້ຕາມເປົ້າໝາຍແມ່ນຈະຕັ້ງເປົ້າໄວ້ວ່າ: ຈະອ່ານເວລາໃດ, ເລື່ອງຫຍັງ, ເຮັດກິດຈະກຳຫຍັງແດ່ ເຊິ່ງຈະຕ້ອງມີການປະເມີນຜົນຂອງຕົນເອງໄປພ້ອມກັນອີກດ້ວຍ ຖ້າວ່າເຮົາອ່ານພາຍໃນເວລາທີ່ໄດ້ກຳນົດໄວ້ຈະສາມາດເສັງຜ່ານໄດ້ເທົ່າໃດ ໃນຄັ້ງຕໍ່ໄປກໍຈະຕ້ອງມີການປັບປຸງ ແລະ ພັດທະນາຄວາມສາມາດໃນການຮຽນໃຫ້ເພີ່ມຂຶ້ນອີກກ້າວໜຶ່ງ ເຊິ່ງມັນອາດຈະເປັນການສອນໃຫ້ເຮົາຮູ້ຈັກການຕັ້ງເປົ້າໝາຍໃນອະນາຄົດຕໍ່ໄປອີກກໍໄດ້ ເຊິ່ງອາດຈະກ່ຽວກັບການເຮັດວຽກ ຫຼື ເຮັດໃນສິ່ງໃໝ່ໆຕໍ່ໄປ.

ການມີອິດສະຫຼະໃນການຮຽນ ຄືການທີ່ເຮົາມີຄວາມຮັບຜິດຊອບຕໍ່ຕົນເອງ ເຊິ່ງຈະຕ້ອງເຮັດໄດ້ຕາມແຜນ ຫຼື ຕາມເປົ້າໝາຍຂອງຕົນເອງໃຫ້ໄດ້ ເປັນຕົ້ນແມ່ນການຈັດສັນຕົນເອງວ່າໃຫ້ຮຽນໃນເວລາໃດ? ຮຽນຢູ່ໃສ? ຮຽນດ້ວຍວິທີໃດ? ເປັນການກຳນົດຕົນເອງໃຫ້ມີການປະຕິບັດໄດ້ຢ່າງຕໍ່ເນື່ອງ ຫຼື ຈະເປັນການຈັດກິດຈະກຳການຮຽນໃຫ້ເປັນສ່ວນສຳຄັນຂອງຊີວິດ ເມື່ອເຮົາໄດ້ຕັດສິນໃຈທີ່ຈະຮຽນແລ້ວ ນັ້ນໝາຍຄວາມວ່າ: ການຮຽນແມ່ນໄດ້ກາຍເປັນກິດຈະກຳປະຈຳວັນຂອງເຮົາໄປແລ້ວ ເຊັ່ນດຽວກັນກັບການເຮັດວຽກ, ການສ້າງຄອບຄົວ ແລະ ການເຂົ້າສັງຄົມ ເຊິ່ງເຮົາສາມາດທີ່ຈະປັບການສຶກສາຕາມຂະບວນການເຫຼົ່ານັ້ນໄດ້ດ້ວຍການຈັດຕາຕະລາງການຮຽນໃຫ້ເປັນກິດຈະວັດປະຈຳວັນ.

ທັກສະການຮຽນສິ່ງສຳຄັນແມ່ນເກີດຈາກການຝຶກຝົນຕົນເອງຫຼາຍກວ່າທີ່ຈະຖ້າຮຽນແຕ່ໃນໂຮງຮຽນ ເຊັ່ນ: ການອ່ານໃຫ້ເຂົ້າໃຈເນື້ອໃນ ຄວາມໝາຍ, ການຂຽນບັນທຶກຫຍໍ້, ການຄິດແບບເປັນລະບົບ, ຝຶກທັກສະການຂຽນ, ຝຶກເຮັດບົດຮຽນທີ່ຈະເສັງ ແລະ ອີກຫຼາຍໆຢ່າງທີ່ຈະຊ່ວຍໃຫ້ເຮົາມີ ຄວາມຈື່ຈຳທີ່ດີຂຶ້ນ ເຮົາສາມາດທີ່ຈະພັດທະນາທັກສະເຫຼົ່ານັ້ນໃຫ້ເກີດຜົນໄດ້ ກໍຕໍ່ເມື່ອເຮົານຳເອົາການຝຶກຝົນນັ້ນມາທົດລອງເພື່ອນຳໄປປັບໃຊ້ໃຫ້ເໝາະສົມກັບແບບການຮຽນຮູ້ຂອງຕົນເອງ ໃນເວລາທີ່ພົບກັບບັນຫາທາງການຮຽນຄວນຄິດໄວ້ເລີຍວ່າມັນຈະຕ້ອງມີວິທີ ແລະ ຫົນທາງທີ່ຈະແກ້ໄຂໄດ້ແນ່ນອນ.

ເມື່ອເຮົາພົບກັບບັນຫາທາງການຮຽນ ບໍ່ວ່າຈະເປັນບັນຫາການຮຽນໂດຍກົງ ຫຼື ບັນຫາທີ່ກ່ຽວຂ້ອງກັບລະບົບ ແລະ ວິທີການຮຽນ ເຮົາຄວນຈະສຳຫຼວດເບິ່ງກ່ອນວ່າສາເຫດຂອງບັນຫານັ້ນຄືຫຍັງ ແລະ ສາມາດແກ້ໄຂໄດ້ດ້ວຍຕົນເອງ ຫຼື ບໍ່ ເຊິ່ງເຮົາອາດຈະແກ້ໄຂດ້ວຍຕົນເອງກ່ອນໃນເບື້ອງຕົ້ນ ແຕ່ຖ້າບໍ່ໄດ້ກໍຄວນຈະປຶກສາພໍ່ແມ່ ຫຼື ຄູ – ອາຈານ ເພິ່ນອາດຈະໃຫ້ຄວາມຄິດດີໆທີ່ຈະຊ່ວຍໃຫ້ເຮົາຜ່ານບັນຫານັ້ນມາໄດ້.

ການທີ່ເຮົາຈະປະສົບຜົນສຳເລັດໃນການຮຽນດ້ວຍຕົນເອງ ເຮົາອາດຈະພົບວ່ານອກຈາກການບັນລຸໃນເປົ້າໝາຍທີ່ເບິ່ງເຫັນດ້ວຍຕາແລ້ວ ເຮົາຍັງຈະມີການປ່ຽນແປງໃນຂະບວນການທາງຈິດໃຈ, ຄວາມຄິດ ແລະ ພຶດຕິກຳທີ່ຈະນຳພາເຮົາໄປສູ່ຄວາມສຳເລັດໃນຊີວິດ. ພ້ອມກັນນັ້ນ, ຍັງສ້າງ ຄວາມອົດທົນພາກພຽນ, ສ້າງຄວາມພະຍາຍາມ ແລະ ຍັງເປັນການສ້າງພຶດຕິກຳໃນການຊອກຮູ້ຊອກຮຽນ, ໃນ ຄວາມສາມາດເຫຼົ່ານັ້ນຈະຊ່ວຍໃນການກຳຈັດບັນຫາຕ່າງໆທີ່ເກີດຂຶ້ນໄດ້ດ້ວຍຕົນເອງ ແລະ ການທີ່ເຮົາມີຄວາມເຊື່ອໝັ້ນໃນຕົນເອງນັ້ນເປັນປັດໄຈສຳຄັນທີ່ຈະນຳໄປສູ່ ຄວາມສຳເລັດໃນຊີວິດຂອງເຮົາອີກ.
( ທີ່ມາ: th.wikihow )