ອົງການພັດທະນາ ແລະ ບໍລິຫານຕົວເມືອງຫຼວງນໍ້າທາສະຫຼຸບວຽກງານປະຈຳປີ 2019

284

ວັນທີ 6 ມີນາ 2020 ນີ້ຢູ່ທີ່ສະໂມສອນແຂວງຫຼວງນ້ຳທາ ໄດ້ຈັດກອງປະຊຸມສະຫຼຸບວຽກງານອົງການພັດທະນາ ແລະ ບໍລິຫານຕົວເມືອງ ( ອພບຕ ) ປະຈໍາປີ 2019 ໂດຍການເປັນປະທານຂອງ ທ່ານ ວັນດີ ພົມທອງ ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງແຂວງ ຫຼວງນ້ຳທາ, ເຂົ້າຮ່ວມມີ ທ່ານ ຄຳໄຫຼ ສີປະເສີດ ກຳມະການປະຈຳພັກແຂວງ, ຮອງເຈົ້າແຂວງຫຼວງນ້ຳທາ; ມີຫົວໜ້າພະແນກ – ຮອງຫົວໜ້າພະແນກການອ້ອມຂ້າງ, ສອງກອງບັນຊາການ, ຮອງເຈົ້າ ເມືອງ ແລະ ຕາງໜ້າໃຫ້ບ້ານເປົ້າໝາຍເຂົ້າຮ່ວມ.

ທ່ານ ວັນດີ ພົມທອງ ກ່າວວ່າ: ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຢູ່ຂັ້ນບ້ານໃນບັນດາບ້ານເປົ້າໝາຍ 16 ບ້ານ ຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 139/ຈຂ ລົງວັນທີ 11 ພຶດສະພາ 2006 ວ່າດ້ວຍການຕິດຕາມກວດກາແກ້ໄຂໄກ່ເກ່ຍຜົນກະທົບດ້ານສິ່ງແວດລ້ອມທີ່ເກີດຂຶ້ນຢູ່ໃນບ້ານຂອງຕົນ ແລະ ວິຊາການອົງການພັດທະນາ ແລະ ບໍລິຫານຕົວເມືອງລົງສົມທົບກວດກາເດືອນລະໜຶ່ງຄັ້ງ ລວມ 12 ຄັ້ງ, ສົມທົບບ້ານແກ້ໄຂຜົນກະທົບທີ່ເກີດຈາກກິ່ນເໝັນຢາງພາລາ 4 ຄັ້ງ, ການຈູດຂີ້ເຫຍື້ອ 3 ຄັ້ງ, ກິ່ນເໝັນຈາກການເຮັດໜັງຍໍາ 3 ຄັ້ງ, ກິ່ນເໝັນຈາກການລ້ຽງສັດ 4 ຄັ້ງ, ການເປິເປື້ອນຈາກຮ້ານສ້ອມແປງລົດ 6 ຄັ້ງ ແລະ ຄົນລັກຖິ້ມຂີ້ເຫຍື້ອຕາມແຄມເສັ້ນທາງໄປເມືອງນາແລ 2 ຄັ້ງ.

ລົງເຜີຍແຜ່ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 319/ຈຂ ລົງວັນທີ 23 ພຶດສະພາ 2017 ວ່າດ້ວຍການຄຸ້ມຄອງສິ່ງເສດເຫຼືອ ແລະ ຂໍ້ຕົກລົງ ເລກທີ 295/ຈຂ ລົງວັນທີ 6 ຕຸລາ 2006 ວ່າດ້ວຍການຮັກສາອະນາໄມສິ່ງແວດລ້ອມ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນຕົວເມືອງ.

ປັດຈຸບັນການບໍລິການຂີ້ເຫຍື້ອຂອງ ອພບຕ ມີທັງໝົດ 28 ບ້ານ, ມີ 5.181 ຄົວເຮືອນ. ໃນນີ້, ມາຮັບບໍລິການຂີ້ເຫຍື້ອນຳ ອພບຕ ມີພຽງ 3.715 ຄົວເຮືອນ ເທົ່າກັບ 71%; ບັນດາສຳນັກງານອົງການຂອງລັດ, ຫ້າງຮ້ານ ແລະ ຜູ້ປະກອບການອື່ນໆມີ 300 ກວ່າຫົວໜ່ວຍ, ສາມາດກຳຈັດຂີ້ເຫຍື້ອອອກຈາກຕົວເມືອງໄດ້ 6.816 ໂຕນ ແລະ ໄດ້ເກັບຂີ້ເຫຍື້ອໃນສະຖານທີ່ສາທາລະນະພາຍໃນເທສະບານແຂວງໄດ້ 35 ຖ້ຽວ ເທົ່າກັບ 98 ໂຕນ ແລະ ເກັບຂີ້ ເຫຍື້ອສອງຟາກທາງແຕ່ຄ້ອຍ ປກສ ແຂວງຫາສີ່ແຍກສະໜາມບິນໄດ້ 12 ຄັ້ງ.

ພ້ອມນີ້, ຍັງໄດ້ປະຕິບັດຂໍ້ແຂ່ງຂັນ ຄື: ແຂ່ງຂັນຕ້ານສິ່ງແວດລ້ອມ, ຕ້ານມົນລະພິດ, ຕ້ານສິ່ງເສດເຫຼືອ ແລະ ຂໍ້ແຂ່ງຂັນການຮັກສາອະນາໄມໃຫ້ປາກົດຜົນເປັນຈິງໃນຕໍ່ໜ້າ.

( ຂ່າວ: ກິ່ນນາລົມ )