ນັກທຸລະກິດການາດາ ສົນໃຈລົງທຶນຢູ່ຊຽງຂວາງ

115

ທ່ານ ທີໂມທີ ແອັດເວີດ ( Timothy Edwards ) ອຸປະທູດການາດາ, ຫົວໜ້າຫ້ອງການຕາງໜ້າການທູດການາດາ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ບົວສອນ ສີນວນທອງ ຮອງເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະ ໃນວັນທີ 9 ມີນາ 2020 ທີ່ຫ້ອງວ່າການ ແຂວງ ເຊິ່ງທ່ານຮອງເຈົ້າ ແຂວງຊຽງຂວາງ ກໍໄດ້ລາຍງານການພັດທະນາເສດຖະ ກິດ – ສັງຄົມຫຼັງປົດປ່ອຍມາເຖິງປັດຈຸບັນ.

ທ່ານຮອງເຈົ້າແຂວງ ກ່າວຕື່ມວ່າ: ຜ່ານມາລັດຖະບານການາດາ ໄດ້ໃຫ້ການຊ່ວຍເຫຼືອແກ່ປະເທດລາວ. ໃນນັ້ນ, ແຂວງຊຽງຂວາງ ກໍນອນຢູ່ໃນທຶນການຊ່ວຍເຫຼືອ ເປັນຕົ້ນແມ່ນຊ່ວຍເຫຼືອດ້ານວຽກງານເກັບກູ້ ແລະ ທຳລາຍລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງຢູ່ຕາມພື້ນທີ່ຕ່າງໆ, ຟື້ນຟູຄຸນນະພາບຊີວິດແກ່ຜູ້ທີ່ຖືກອຸບັດເຫດຈາກລະເບີດ ແລະ ວຽກງານອື່ນໆ, ປະຊາຊົນຊາວຊຽງຂວາງ ຂໍຂອບໃຈຕໍ່ການຊ່ວຍເຫຼືອຕະຫຼອດມາ.

ໂອກາດນີ້ ທ່ານ ທີໂມທີ ແອັດເວີດ ( Timothy Edwards ) ກໍໄດ້ກ່າວລາຍງານຈຸດປະສົງຂອງການມາຢ້ຽມຢາມແຂວງຊຽງຂວາງ ເພື່ອຕິດຕາມສະພາບການພັດທະນາເສດຖະກິດ ເພື່ອພິຈາລະນາໃຫ້ການສະໜັບສະໜູນແກ່ໂຄງການພັດທະນາແບບຍືນຍົງໃນ ສປປ ລາວ ໂດຍສະເພາະແມ່ນການຍົກສູງຂີດ ຄວາມສາມາດດ້ານວຽກງານພາສີ ແລະ ຄວາມປອດໄພລຽບຕາມຊາຍແດນຂອງແຂວງ, ໃຫ້ທຶນຊ່ວຍເຫຼືອໂດຍຜ່ານອົງການອາຫານໂລກ ແລະ ອົງການອື່ນໆ, ເກັບກຳຂໍ້ມູນຄວາມເປັນໄປໄດ້ໃນການລົງທຶນໃສ່ຂົງເຂດວຽກງານຕ່າງໆ, ຂອດຂັ້ນຕອນການລົງທຶນ ເນື່ອງຈາກນັກລົງທຶນຊາວການາດາ ມີຄວາມສົນໃຈເຂົ້າມາລົງທຶນຢູ່ ສປປ ລາວ ໂດຍສະເພາະແມ່ນແຂວງຊຽງຂວາງ ໂດຍແນໃສ່ເຕັກໂນໂລຊີສະອາດ, ໂຄງລ່າງພື້ນຖານ, ບຳບັດນ້ຳເປື້ອນ, ໄຟຟ້າ ແລະ ວຽກງານກະສິກຳ.

( ຂ່າວ: ບຸນມີ ແສງທຸມມີ )