ລາວໂທລະຄົມ ຈັບມື ຟໍເຕ ໂຕໂກປະກັນໄພ ຮ່ວມມືທາງດ້ານການຕະຫຼາດ

167

ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຮ່ວມກັບ ບໍລິສັດ ຟໍເຕ ໂຕໂກປະກັນໄພ ຈໍາກັດ ຈັດງານຖະແຫຼງຂ່າວການຮ່ວມມືທາງທຸລະກິດດ້ານການຕະຫຼາດ ພາຍໃຕ້ຜະລິດຕະພັນປະກັນໄພ “ ສະບາຍໃຈ ໄປໃສໄປກັນ ” ຫວັງເປັນທາງເລືອກໃຫ້ກັບລູກຄ້າ ພຽງແຕ່ສະໝັກແພັກເກັດອິນເຕີເນັດລາວໂທລະຄົມກໍສາມາດເລືອກເອົາແພັກເກັດປະກັນໄພຂອງ ຟໍເຕ ໂຕໂກປະກັນໄພ ໄດ້ພ້ອມກັນ.

ທ່ານ ທັນສະໄໝ ຊາມຸນຕີ ຫົວໜ້າຄະນະພັດທະນາຄຸນນະພາບ – ການບໍລິການບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ກ່າວວ່າ: ຄວາມກ້າວໜ້າຂອງເຕັກໂນໂລຊີທັນສະໄໝໄດ້ສ້າງໂອກາດ ແລະ ສິ່ງອໍານວຍຄວາມສະດວກໃຫ້ທຸລະກິດຫຼາຍຂະແໜງການເຕີບໂຕຢ່າງວ່ອງໄວ ສາມາດຕອບໂຈດຄວາມຕ້ອງການຂອງຜູ້ຊົມໃຊ້ໄດ້ເປັນຢ່າງດີ ເຊິ່ງຜະລິດຕະພັນປະກັນໄພ “ ສະບາຍໃຈ ໄປໃສໄປກັນ ” ກໍເປັນອີກທາງເລືອກໜຶ່ງຂອງລູກຄ້າລາວໂທລະຄົມ ພຽງແຕ່ສະໝັກແພັກເກັດອິນເຕີເນັດລາວໂທລະຄົມ ກໍສາມາດເລືອກເອົາແພັກເກັດປະກັນໄພຄວບຄູ່ກັນໄປ.

ທ່ານ Charles Cheo ຜູ້ບໍລິຫານ ບໍລິສັດ ຟໍເຕ ໂຕໂກປະກັນໄພ ກ່າວຕື່ມວ່າ: ຄາດວ່າປະມານ 90% ຂອງປະຊາກອນລາວແມ່ນສາມາດເຂົ້າເຖິງການສື່ສານຜ່ານໂທລະສັບມືຖືໄດ້, ແຕ່ການເຂົ້າເຖິງການປະກັນໄພພັດບໍ່ຮອດ 1%. ສະນັ້ນ, ຜະລິດຕະພັນ ” ສະບາຍໃຈ ໄປໃສໄປກັນ ” ຈຶ່ງຖືກອອກແບບມາສໍາລັບລູກຄ້າຜູ້ໃຊ້ບໍລິການໂທລະສັບມືຖືຂອງລາວໂທລະຄົມ ໂດຍສະເພາະລູກຄ້າທີ່ສະໝັກແພັກເກັດອິນເຕີເນັດຂອງລາວໂທລະຄົມ ສາມາດເລືອກເອົາແພັກເກັດທີ່ຄວບຄູ່ກັບປະກັນໄພຂອງ ບໍລິສັດ ຟໍເຕ ໂຕໂກປະກັນໄພ ໄດ້ຢ່າງສະດວກສະບາຍ ເພື່ອຮັບສິດທິພິເສດໃນການຄຸ້ມກັນ ແລະ ຫຼຸດຜ່ອນການສູນເສຍຈາກອຸບັດ ເຫດ ເຊັ່ນ: ຄ່າໃຊ້ຈ່າຍໃນການປິ່ນປົວເວລານອນໂຮງໝໍ 110.000 ກີບຕໍ່ຄືນ, ໄດ້ຮັບຄ່າຊົດເຊີຍສູງສຸດເຖິງ 19 ລ້ານກີບ.

ສ່ວນໃນກໍລະນີອຸບັດເຫດສ່ວນບຸກຄົນ, ພິການຖາວອນ ຫຼື ເສຍຊີວິດ ສໍາລັບເງື່ອນໄຂຜູ້ທີ່ໃຊ້ບໍລິການນີ້ແມ່ນເປັນລູກຄ້າຜູ້ທີ່ໃຊ້ໂທລະສັບມືຖືເບີຕື່ມເງິນ ແລະ ເບີເນັດຊິມຂອງລາວໂທລະຄົມທົ່ວປະເທດ ເຊິ່ງເປົ້າໝາຍລູກຄ້າແມ່ນຜູ້ທີ່ມີອາຍຸລະຫວ່າງ 16 – 69 ປີ ເປັນຄົນລາວ ຫຼື ຄົນຕ່າງປະເທດທີ່ອາໄສຢູ່ໃນປະເທດລາວ ສາມາດເລືອກໃຊ້ບໍລິການໄດ້ແຕ່ຕໍ່າຫາສູງ.

ພິທີຖະແຫຼງຂ່າວດັ່ງກ່າວ ຈັດຂຶ້ນໃນວັນອັງຄານທີ 10 ມີນາ 2020 ທີ່ສໍານັກງານໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ໃຫ້ກຽດຖະແຫຼງຂ່າວຂອງ ທ່ານ ທັນສະໄໝ ຊາມຸນຕີ ຫົວໜ້າຄະນະພັດທະນາຄຸນນະພາບ – ການບໍລິການ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ທ່ານ Charles Cheo ຜູ້ບໍລິຫານ ບໍລິສັດ ຟໍເຕ ໂຕໂກປະກັນໄພ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດ້ວຍເອເລັກໂຕຣນິກ ກະຊວງ ປທສ, ມີຜູ້ຕາງໜ້າຈາກກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.