ສູນການຄ້າບາຊາ – ບີ ຮັບປະກັນສະໜອງສະບຽງອາຫານປົກກະຕິ

120

ການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໂຄວິດ – 19 ໄດ້ກະທົບຕໍ່ເສດຖະກິດໂລກເປັນວົງກວ້າງ, ສໍາລັບປະເທດເຮົາກໍກະທົບ ໂດຍຫຼັກໆແມ່ນຂະແໜງການທ່ອງທ່ຽວ, ການບໍລິການ, ສິນຄ້າທີ່ນໍາເຂົ້າຈາກ ສປ ຈີນ ຢຸດສະງັກໄປໃນໄລຍະໜຶ່ງ.
ທ່ານ ພົງປະເສີດ ກັນລະຍາ ປະທານບໍລິຫານຂອງ ບາຊາ – ບີ ໄດ້ໃຫ້ສໍາພາດວ່າ: ພາຍຫຼັງເກີດການແຜ່ລະບາດຂອງພະຍາດ ໂຄວິດ – 19 ໃນປະເທດຈີນ ແລະ ອີກຫຼາຍປະເທດໃນທົ່ວໂລກກໍໄດ້ກະທົບໂດຍກົງຕໍ່ເສດຖະກິດໃນພາກພື້ນ ໂດຍສະເພາະຈໍານວນຂອງນັກທ່ອງທ່ຽວຫຼຸດລົງ ສົ່ງຜົນກະທົບຕໍ່ຂະແໜງການບໍລິການໃນປະເທດເຮົາ ໂດຍສະເພາະສິນຄ້າທີ່ນໍາເຂົ້າຈາກຈີນ ເຫັນວ່າຢຸດສະງັກ.

ສະເພາະສູນການຄ້າ ບາຊາ – ບີ ເຫັນວ່າຈໍານວນຜູ້ເຂົ້າມາໃຊ້ບໍລິການຍັງຢູ່ໃນລັກສະນະປົກກະຕິ ສ່ວນການຈັບຈ່າຍຂອງປະຊາຊົນເຫັນວ່າປະຊາຊົນເລີ່ມປະຢັດຂຶ້ນ ຍ້ອນສະພາບເສດຖະກິດບໍ່ຄ່ອຍດີ. ສ່ວນພາບລວມຂອງການຂ້າມໄປປະເທດເພື່ອນບ້ານເພື່ອໄປຈັບຈ່າຍໃຊ້ສອຍເຫັນວ່າຫຼຸດລົງ ໄລຍະຍາວກໍຈະເບິ່ງໄປຮອດໄລຍະບຸນປີໃໝ່ລາວ ຄິດວ່າຈໍານວນປະຊາຊົນທີ່ອອກໄປຕ່າງປະເທດຈະຫຼຸດລົງແນ່ນອນ ເພາະວ່າປະເທດຈີນ, ຍີ່ປຸ່ນ, ສ.ເກົາຫຼີ ບັນດາປະເທດເຫຼົ່ານີ້ມີຄວາມສ່ຽງປະຊາຊົນກໍບໍ່ຢາກໄປ ຖ້າໄກສຸດກໍມີປະເທດໄທ, ຫວຽດນາມ ເຫຼົ່ານີ້.

ທ່ານກ່າວວ່າ: ຜົນປະກອບການໃນເດືອນມັງກອນ ຫາ ກຸມພາ 2020 ອັດຕາເຂົ້າຊົມໃຊ້ຂອງປະຊາຊົນໃນສູນການຄ້າບາຊາ – ບີ ເຫັນວ່າເພີ່ມຂຶ້ນ 5 – 10% ແຕ່ກົງກັນຂ້າມກໍາລັງການຊື້ຫຼຸດລົງ.

ໃນໄລຍະເດືອນມີນາ ຫາ ເມສາ ຄິດວ່າການໃຊ້ຈ່າຍຂອງປະຊາຊົນຈະບໍ່ສູງຂຶ້ນ ເນື່ອງຈາກປະຊາຊົນຕ້ອງເພີ່ມການປະຢັດ. ສ່ວນສິນຄ້າໃນສູນການຄ້າບາຊາ – ບີ ບໍ່ຂາດຍັງຈຳໜ່າຍປົກກະຕິ, ທ່ານພົງປະເສີດ ກ່າວ.

ທ່ານກ່າວຕື່ມວ່າ ປັດຈຸບັນລູກຄ້າທີ່ເປັນນັກທ່ອງທ່ຽວຫຼຸດລົງ ເນື່ອງຈາກສາຍການບິນຫຼຸດລົງ ເຊິ່ງກະທົບທັງໂຮງແຮມ, ຮ້ານອາຫານ, ສະໜາມກ໊ອຟ, ເວົ້າລວມ ທຸກກິດຈະການງານຕ່າງໆຫຼາຍງານຖືກເລື່ອນ ເງິນບໍ່ສະພັດໃນສັງຄົມທຸກຢ່າງກໍຝືດເຄືອງ. ສະນັ້ນ, ທຸກຄົນຕ້ອງປະຢັດ.