ມອບເງິນຊົດເຊີຍຜູ້ຖືກກະທົບທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ 1

118

ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ 1 ສືບຕໍ່ມອບເງິນຊົດເຊີຍຂອບເຂດເມືຶອງໄຊເສດຖາ ນະຄອນຫຼວງວຽງຈັນ ດິນຈຳນວນ 534 ຕອນ ທີ່ສຳຫຼວດ ແລະ ວັດແທກແລ້ວ ແລະ ສິ່ງປຸກສ້າງ 134 ຫຼັງ.

ພິທີມອບ – ຮັບການຊົດເຊີຍໄດ້ຈັດຂຶ້ນທີ່ສະໂມສອນຫ້ອງການປົກຄອງເມືອງໄຊເສດຖາ ໃນວັນທີ 5 ມີນາ 2020 ເຊິ່ງລວມມີດິນ 299 ຕອນ ເນື້ອທີ່ 91,9 ເຮັກຕາ ລວມມູນຄ່າຊົດເຊີຍຫຼາຍ ກວ່າ 199 ຕື້ກີບ.

ພາບປະກອບຂ່າວເທົ່ານັ້ນ

ຜ່ານມາທາງຄະນະຮັບຜິດຊອບໂຄງການໄດ້ມີການມອບ – ຮັບຄ່າຊົດເຊີຍມາແລ້ວຫຼາຍຄັ້ງ ເຊິ່ງໄດ້ຮັບ ຄວາມຮ່ວມມືຈາກຜູ້ມີສິດຖືຄອງທີ່ດິນ ແລະ ສິ່ງປຸກສ້າງທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວຕະຫຼອດມາ.

ພາບປະກອບຂ່າວເທົ່ານັ້ນ

ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວມີຄວາມຍາວປະມານ 15,9 ກິໂລແມັດ, ກວມເອົາ 14 ບ້ານ ຢູ່ເມືອງໄຊເສດຖາ ແລະ 7 ບ້ານ ຢູ່ເມືອງໄຊທານີ.

ຄັ້ງຕໍ່ໄປທາງຄະນະຮັບຜິດຊອບຈະສືບຕໍ່ຊົດເຊີຍໃນສ່ວນທີ່ຍັງຄົງຄ້າງ ແລະ ແນະນຳໃຫ້ໄປພົວພັນນຳໜ່ວຍງານທີ່ກ່ຽວຂ້ອງຕາມໂມງລັດຖະການ ເພື່ອເນັ້ນໃຫ້ມີຄວາມວ່ອງໄວ.