ສູດ! ແຊນວິດໝາກໄມ້ລວມ

105

ມື້ນີ້ຈະມາເຮັດອາຫານເຊົ້າງ່າຍໆດ້ວຍແຊນວິດໝາກໄມ້ລວມ ເຊິ່ງຈະເປັນລົດຫວານແຕ່ອຸດົມໄປດ້ວຍໝາກໄມ້ຫຼາກຫຼາຍຊະນິດທີ່ສາມາດໃຫ້ພະລັງງານ ແລະ ຊ່ວຍປະຢັດເວລາຮີບດ່ວນໃນຕອນເຊົ້າອີກດ້ວຍ.

ສ່ວນປະສົມ:

1 ເຂົ້າໜົມປັງຈະໃຊ້ເປັນໂຮວີດ ຫຼື ເຂົ້າໜົມປັງທຳມະດາກໍໄດ້ຕາມໃຈມັກ.

2 ວິບປິ້ງຄຣີມ.

3 ສະຕໍເບີຣີ.

4 ກີວີ.

5 ອາງຸ່ນ.

6 ໝາກກ້ຽງ.

7 ແຍມໝາກໄມ້ຊະນິດໃດກໍໄດ້.

ໝາຍເຫດ: ສຳລັບປະລິມານທີ່ໃຊ້ແມ່ນຕາມໃຈມັກ ຈະເຮັດໜ້ອຍ ຫຼື ຫຼາຍກໍໄດ້ ສ່ວນໝາກໄມ້ທີ່ຈະໃຊ້ສາມາດເລືອກຊະນິດໃດກໍໄດ້ ຫຼື ຈະໃຊ້ເປັນໝາກໄມ້ຕາມລະດູການຍິ່ງເປັນການດີ ແລະ ແຍມໝາກໄມ້ທີ່ໃຊ້ແນະນຳໃຫ້ແຍມທີ່ມີລົດຊາດສົ້ມຈະດີກວ່າ ເພາະຈະຊ່ວຍຕັດຄວາມຫວານຂອງວິບປິ້ງຄຣີມ.

ວີທີປຸງແຕ່ງ:

ນຳໝາກໄມ້ທີ່ຕ້ອງການມາຊອຍເປັນຕ່ອນ ປະມານ 1 ຂໍ້ມື ນຳແຍມມາທາໃສ່ແຜ່ນເຂົ້າໜົມປັງ 2 ແຜ່ນ ແລະ ທາດ້ວຍວິບປິ້ງຄຣີມ ສຸດທ້າຍຈຶ່ງລຽນໝາກໄມ້ໃສ່ເອົາມາປົກໃສ່ກັນໃຫ້ເປັນແຊນວິດ. ຈາກນັ້ນ, ປາດຂອບເຂົ້າໜົມປັງອອກແລ້ວປາດເປັນຕ່ອນຕາມໃຈມັກ ເຊັ່ນ: ເປັນ 4 ຫຼ່ຽມຍາວ ຫຼື 3 ຫຼ່ຽມ ເສີບພ້ອມກັບຊາຮ້ອນ.

( ຂໍ້ມູນຈາກ: cooking.kapook.com )

[ ຮຽບຮຽງ: ນຸ້ມນິ້ມ ]