ເຢຍລະມັນ ຊ່ວຍເຫຼືອ 6,8 ລ້ານເອີໂຣ ແກ່ໂຄງການພັດທະນາການເຂົ້າເຖຶງແຫຼ່ງທຶນຂອງຜູ້ທຸກຍາກ

271

ພິທີມອບ-ຮັບ ການຊ່ວຍເຫຼືອລ້າທາງດ້ານການເງິນໄລຍະ 2 ໃນວົງເງິນ 6,8 ລ້ານເອີໂຣ ສຳລັບໂຄງການສິນເຊື່ອເພື່ອການພັດ ທະນາການເຂົ້າເຖີງແຫຼ່ງທືນຂອງຜູ້ທຸກຍາກ (LAFF) ໂດຍຜ່ານທະນາຄານພັດທະນາ ສະຫະພັນເຢຍລະມັນ (KfW) ເພື່ອມອບໃຫ້ແກ່ກະຊວງການເງີນ ເເລະ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດຂື້ນໃນວັນທີ 6 ມີນາ 2020 ທີ່ ທຫລ ໂດຍລັດຖະບານເຢຍລະມັນ ສືບຕໍ່ໃຫ້ການສະໜັບສະໜູນການ ເພື່ອປັບປຸງສະພາບເເວດລ້ອມທາງທຸລະກິດສໍາລັບຫົວໜ່ວຍທຸລະກິດຈຸລະພາກ, ຂະໜາດນ້ອຍ ເເລະ ກາງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ວັດທະນາ ດາລາລອຍ ຮອງຜູ້ວ່າ ທຫລ, ທ່ານ ເຢນສ ລຸກເກີນເເຮມ ເອກອັກຄະລັດຖະທູດ ສ. ເຢຍລະມັນປະຈຳ ສປປລາວ ແລະ ທ່ານ ຢັນ ວີເກວມັນ ຫົວໜ້າຫ້ອງ ການຜູ້ຕາງໜ້າ KfW ປະຈຳລາວ; ຜູ້ຕາງໜ້າຈາກຄະນະຄຸ້ມຄອງກອງທຶນ LAFF ແລະ ພາກສ່ວນທີ່ກ່ຽວຂ້ອງ.


ໂຄງການດັ່ງກ່າວ ເປັນການສະໜັບສະໜູນຂະແໜງການເງິນໃນການດໍາເນີນທຸລະກິດການຄ້າຢູ່ ສປປ ລາວ ເພື່ອການບໍລິການດ້ານການເງິນທີ່ມີຄວາມຍືນຍົງ ແລະ ຄວາມຕ້ອງການໃຫ້ແກ່ທຸລະກິດຈຸລະພາກ, ຂະໜາດນ້ອຍ ເເລະ ກາງໃນເຂດຊົນນະບົດ ເປັນການປະກອບສ່ວນເຂົ້າໃນການປັບປຸງສະມັດຕະພາບການຜະລິດ ແລະ ຄວາມສາມາດການແຂ່ງຂັນຂອງພາກເອກະຊົນ ເພື່ອສະໜັບສະໜູນການສ້າງວຽກເຮັດງານທຳ ແລະ ຫຼຸດຜ່ອນຄວາມທຸກຍາກ.


ທຫລ ຈະເຮັດໜ້າທີ່ເປັນໜ່ວຍງານຈັດຕັ້ງປະຕິບັດໂຄງການຂອງກອງທຶນ LAFF ດ້ວຍການໃຫ້ທຶນຊ່ວຍເຫຼືອເພີ່ມຂອງລັດຖະ ບານເຢຍລະມັນ ຈໍານວນ 6,8 ລ້ານເອີໂຣ ສຳລັບກອງທຶນດັ່ງກ່າວ ຈະສາມາດເພີ່ມຂະຫຍາຍຈຳນວນບັນດາສະຖາບັນການເງິນ ທີ່ເປັນຄູ່ຮ່ວມງານທີ່ມີຄຸນວຸດທິເໝາະສົມ ລວມທັງບັນດາທະນາຄານ, ສະຖາບັນການເງີນຈຸລະພາກ ເເລະ ກອງທຶນ ສາມາດຈັດສັນສິນເຊື່ອໃນວົງເງິນກູ້ໄດ້ສູງເຖິງ 500 ລ້ານກີບຕໍ່ລູກຄ້າ ສໍາລັບບັນດາທຸລະກິດຈຸລະພາກ, ຂະໜາດນ້ອຍ ເເລະ ກາງໃນເຂດຊົນນະບົດຂອງສປປລາວ ເເລະ ສໍາລັບທຶນຊ່ວຍເຫຼືອອີກ 8 ເເສນເອີໂຣ ເເມ່ນບ້ວງສຳລັບການສ້າງຂີດຄວາມອາດສາມາດໃຫ້ເເກ່ທະນາຄານກາງ ເເລະ ບັນດາສະຖາບັນການເງິນ ທີ່ເປັນຄູ່ຮ່ວມງານ.

ທ່ານຮອງຜູ້ວ່າ ທຫລ ໄດ້ກ່າວວ່າ: ສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ (SME) ໂດຍສະເພາະໃນເຂດຊົນນະບົດຂອງປະເທດ ຍັງມີຄວາມຕ້ອງການຫຼາຍໃນການເຂົ້າເຖິງສິນເຊື່ອເງິນກູ້ຂະໜາດນ້ອຍ ແລະ ເປັນນິມິດໝາຍອັນດີທີ່ກອງທຶນ LAFF ໄດ້ຮັບທຶນເພີ່ມຕື່ມ ຊຶ່ງສາມາດເລັ່ງການເຂົ້າເຖິງແຫຼ່ງທຶນຂອງຫົວໜ່ວຍທຸລະກິດຈຸລະພາກ, ຂະໜາດນ້ອຍ ເເລະ ກາງ ໄດ້ຈຳນວນຫຼາຍຂື້ນ. ນອກຈາກນັ້ນ, ກອງທຶນ LAFF ຍັງຈະປະກອບສ່ວນເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ກັບສະຖາບັນການເງິນຄູ່ຮ່ວມງານຂອງກອງທຶນທີ່ມີຄວາມຈຳເປັນໃນການພັດທະນາລະບົບການເງິນ.


ທ່ານເອກອັກຄະລັດຖະທູດ ສ.ເຢຍລະມັນ ໄດ້ກ່າວຕື່ມວ່າ: ກອງທຶນ LAFF ຈະຕື່ມຊ່ອງຫວ່າງທີ່ສຳຄັນ ໂດຍສະເພາະໃນເຂດຊົນນະບົດ ໂດຍຊ່ວຍໃຫ້ຜູ້ປະກອບການທີ່ດຳເນີນທຸລະກິດໃນທ້ອງຖິ່ນ ສາມາດເຂົ້າເຖິງການບໍລິການດ້ານການເງິນຜ່ານລະບົບທະນາ ຄານ ແລະ ສະຖາບັນການເງິນຈຸລະພາກ. ພວກເຮົາເຊື່ອວ່າ: ກອງທຶນ LAFF ຈະເປັນເຄື່ອງມືທີ່ມີປະສິດທິພາບໃນການຈັດຫາເງິນທຶນ ທີ່ຈຳເປັນເເກ່ຜູ້ປະກອບການໃນການພັດທະນາທຸລະກິດຂອງພວກເຂົາເຈົ້າ, ສະນັ້ນ ພ້ອມເປັນການສະໜັບສະໜູນການພັດທະນາເສດຖະກິດຂອງ ສປປລາວ ແລະ ຄວາມຜາສຸກຂອງປະຊາຊົນ.”


ທະນາຄານພັດທະນາ ເຢຍລະມັນ ໄດ້ຊ່ວຍເຫຼືອລັດຖະບານເຢຍລະມັນໃຫ້ບັນລຸເປົ້າໝາຍ ກ່ຽວກັບນະໂຍບາຍການພັດທະນາ ແລະ ການຮ່ວມມືລະຫວ່າງປະເທດໃນໄລຍະ 50 ປີ ແລະ ພາລະບົດບາດຂອງ KfW ໃນດ້ານການຮ່ວມມືເຢຍລະມັນເພື່ອພັດທະນາ ເປັນທະນາຄານທີ່ມີປະສົບການ ແລະ ສະຖາບັນທີ່ມີຄວາມຊ່ຽວຊານດ້ານນະໂຍບາຍພັດທະນາ. ໃນນາມລັດຖະບານເຢຍລະມັນ ແລະສະຫະພາບເອີຣົບ (EU), KfW ສົ່ງເສີມ, ສະໜັບສະໜູນເເຜນງານ ແລະ ໂຄງການທີ່ມີສ່ວນຮ່ວມຂອງພາກລັດໃນບັນດາປະເທດທີ່ພັດທະນາ ແລະ ປະເທດເສດຖະກິດເກີດໃໝ່ເລີ່ມຕັ້ງເເຕ່ແນວຄວາມຄິດ ແລະ ການດຳເນີນການປະຕິບັດຈົນໄປເຖິງການຕິດຕາມ ຄວາມສຳເລັດ; ໃນປີ 2018 ພວກເຮົາໄດ້ມອບເງິນປະມານ 8,7 ຕື້ ເອີໂຣໃນທົ່ວໂລກໃຫ້ກັບໂຄງການໃໝ່. ສໍາລັບວຽກງານຂອງ KfW ໃນລາວແມ່ນສຸມໃສ່ 2 ຂົງເຂດບູລິມະສິດ ຄື: ການພັດທະນາຊົນນະບົດ ແລະ ການຂະຫຍາຍຕົວທາງເສດຖະກິດແບບຍືນຍົງ. ທຶນການຊ່ວຍເຫຼືອຂອງ KfW ສໍາລັບບັນດາໂຄງການໃນປະເທດລາວ ແມ່ນອີງຕາມເງື່ອນໄຂຂອງກະຊວງການຮ່ວມມືເສດ ຖະກິດ ແລະ ການພັດທະນາຂອງເຢຍລະມັນ (BMZ), ກະຊວງສິ່ງແວດລ້ອມ, ການອະນຸລັກທໍາມະຊາດ ແລະ ນິວເຄລຍ (BMUB) ແລະ ສະຫະພາບເອີຣົບ.

ຂ່າວ: ຣັດສະໝີ ດວງສັດຈະ