ສູດ! ຂີງດອງເໝາະກັບສະພາບອາກາດເຢັນ

81

ໃນໄລຍະນີ້ອາກາດປ່ຽນແປງເລື້ອຍໆ ເລີຍຕ້ອງຊອກອາຫານທີ່ສາມາດຊ່ວຍສ້າງຄວາມອົບອຸ່ນໃຫ້ຮ່າງກາຍ ແລະ ຍັງຊ່ວຍເພີ່ມພູມຄຸ້ມກັນໃຫ້ກັບຮ່າງກາຍໄດ້ດ້ວຍຂີງດອງສີບົວອ່ອນແບບທຳມະຊາດ ແຖມຍັງໝັ້ນໃຈໄດ້ວ່າສະອາດປອດໄພ ແລະ ລາຄາບໍ່ແພງ.

ສ່ວນປະສົມ:

1 ຂີງອ່ອນ 1 ກິໂລກຣາມ.

2 ນ້ຳສະອາດປະສົມເກືອ ( ສຳລັບແຊ່ຂີງ ແລະ ລ້າງ ຄວາມເຜັດອອກຈາກຂີງ ).

3 ນ້ຳສົ້ມສາຍຊູ 1 ຖ້ວຍ.

4 ນ້ຳຕານ 400 ກຣາມ ( ສາມາດເພີ່ມ ຫຼື ຫຼຸດໄດ້ແລ້ວແຕ່ຄົນມັກຫວານ ).

5 ເກືອ 1 ບ່ວງແກງ.

6 ນ້ຳສະອາດ 1/2 ຖ້ວຍ.

7 ໝາກນາວ 1 ໜ່ວຍ.

ວິທີເຮັດ:

ປອກເປືອກຂີງອອກແລ້ວຊອຍເປັນຕ່ອນບາງໆ ນຳໄປແຊ່ໃນນ້ຳເກືອໄວ້ກ່ອນ ( ເຄັດລັບໃນການແຊ່ຄືຖ້າເປັນຂີງແກ່ຕ້ອງຄັ້ນ ແລະ ບີບນ້ຳເກືອຫຼາຍໆເທື່ອຈົນຂີງເຊົາເຜັດ ). ຈາກນັ້ນ, ຂ້ຽວນ້ຳສົ້ມສາຍຊູ, ນ້ຳຕານ, ເກືອ ແລະ ນ້ຳສະອາດໃຫ້ເຂົ້າກັນຈົນຟົດ ຫຼື ນ້ຳຕານລະລາຍປິດໄຟແລ້ວປະໄວ້ໃຫ້ອຸ່ນ.

ເມື່ອຮຽບຮ້ອຍບີບນ້ຳເກືອອອກຈາກຂີງໃຫ້ໝົດ ນຳໄປປະສົມກັບນ້ຳສົ້ມສາຍຊູຕົ້ມໃຫ້ເຂົ້າກັນດີແລ້ວຈຶ່ງບີບນໍ້າໝາກນາວລົງໄປຄົນໃຫ້ເຂົ້າກັນອີກຄັ້ງ ( ຂັ້ນຕອນນີ້ຈະເຮັດໃຫ້ຂີງປ່ຽນເປັນສີບົວອ່ອນໆ ) ສຸດທ້າຍເອົາສ່ວນປະສົມໃສ່ກວດແກ້ວ ຫຼື ພາຊະນະທີ່ໃຊ້ດອງປິດຝາໃຫ້ແຈບ ປະມານ 2 ມື້ກໍກິນໄດ້ແລ້ວ.

( ຂໍ້ມູນຈາກ: food.mthai.com )