ຊີສເຄັກອາໂວກາໂດ ເຂົ້າໜົມຫວານສູດຫວານໜ້ອຍ

67

ສິ່ງສຳຄັນໃນອາໂວກາໂດ ແມ່ນຊ່ວຍຫຼຸດລະດັບນ້ຳຕານໃນເລືອດໄດ້ ເພາະມີກົດໄຂມັນອີ່ມໂຕ ຫຼື MUFAs ເຊິ່ງຈະມີຢູ່ໃນຕະກູນຖົ່ວ, ແກ່ນທັນຍາພືດ, ໝາກກອກ, ນ້ຳມັນໝາກກອກ ແລະ Flaxseed ອີກດ້ວຍ ໂດຍກົດໄຂມັນອີ່ມໂຕຈະຊ່ວຍຫຼຸດ ຄວາມສ່ຽງຂອງກຸ່ມພະຍາດຕຸ້ຍລົງພຸງ ແລະ ພະຍາດເບົາຫວານກໍຢູ່ໃນກຸ່ມເຫຼົ່ານີ້ນຳ.

ສ່ວນປະສົມໃນຖາດເຄັກ:

1 ເຂົ້າໜົມປັງ ຫຼື ຄຸກກີ້ລົດຊາດຕາມໃຈມັກ 100 ກຣາມ.

2 ເນີຍຈືດລະລາຍ 1 – 2 ບ່ວງແກງ.

ສ່ວນປະກອບຄຣີມຊີສ:

1 ຄຣີມຊີສ 200 ກຣາມ.

2 ນ້ຳຕານທີ່ບໍ່ໄດ້ຜ່ານການຟອກສີ ຫຼື ນ້ຳຕານແດງ 2 ບ່ວງແກງ.

3 ນ້ຳໝາກນາວ 1/2 ບ່ວງແກງ.

4 ຄຣີມສົດ ( ວິບປິ້ງຄຣີມ ) 1 ບ່ວງແກງ.

5 ນວນອາໂວກາໂດຂູດ 2 ບ່ວງແກງ.

6 ອາໂວກາໂດຊອຍບາງໆ 2 ບ່ວງແກງ.

7 ອາໂວກາໂດ, ໝາກໄມ້ຊະນິດອື່ນໆ ຫຼື ເຂົ້າໜົມປັງຕ່າງໆສຳລັບແຕ່ງໜ້າ.

ວິທີປຸງແຕ່ງ:

ເລີ່ມຕົ້ນແມ່ນກຽມພິມຕາມໃຈມັກຮູບແບບໃດກໍໄດ້, ທຸບເຂົ້າໜົມຄຸກກີ້ໃຫ້ມຸ່ນ ແລະ ນຳມາປະສົມກັບເນີຍຈືດທີ່ລະລາຍແລ້ວຄົນໃຫ້ເຂົ້າກັນດີ. ຈາກນັ້ນ, ນຳໄປໃສ່ກົ້ນຖາດ ຫຼື ພິມທີ່ກຽມໄວ້ອັດໃຫ້ແໜ້ນ, ເມື່ອຮຽບຮ້ອຍໃຫ້ກຽມເຮັດຄຣີມຊີສ ໂດຍໃຊ້ເຄື່ອງຕີຄຣີມຊີສ ແລະ ນ້ຳຕານຈົນໃຫ້ລະລາຍເຂົ້າກັນຈຶ່ງຕື່ມນ້ຳໝາກນາວລົງຕີໄປເລື້ອຍໆ.

ຫຼັງຈາກນັ້ນ, ຈຶ່ງເອົາຄຣີມສົດພ້ອມອາໂວກາໂດຂູດໃສ່ແລ້ວຕີຕໍ່ຈົນເນື້ອຄຣີມນຽນດີ ແລະ ປິດເຄື່ອງຕີເອົາອາໂວກາໂດທີ່ຊອຍລົງຄ່ອຍຄົນໃຫ້ເຂົ້າກັນ. ຈາກນັ້ນ, ໃຫ້ຕັກໃສ່ພິມທີ່ກຽມໄວ້ແລ້ວນຳໄປແຊ່ໃນຕູ້ເຢັນຈົນມັນແຂງໂຕ ແລະ ຈຶ່ງນຳມາເສີບພ້ອມແຕ່ງໜ້າດ້ວຍໝາກໄມ້ຕ່າງໆ ຫຼື ເຂົ້າໜົມປັງອື່ນໆຕາມໃຈມັກ.

( ຂໍ້ມູນຈາກ: good-lifeupdate.com )

( ຮຽບຮຽງ: ນຸ້ມນິ້ມ )