ສູດງ່າຍ! ການເຮັດຫຍ້າໝັກສໍາລັບລ້ຽງສັດ

171

ການເຮັດຫຍ້າໝັກ ໝາຍເຖິງການນໍາເອົາພືດອາຫານສັດຕ່າງໆນໍາມາຖະໜອມຮັກສາໄວ້ ເຊິ່ງເປັນຂະບວນການທີ່ຈະຊ່ວຍຮັກສາຄຸນຄ່າທາງອາຫານຂອງພືຶດເຫຼົ່ານີ້ໄວ້ ແລະ ຍັງເປັນການເກັບຮັກສາອາຫານສັດຕຸນໄວ້ເມື່ອຍາມຂາດແຄນໄດ້ອີກດ້ວຍ ເຊິ່ງວິທີການເຮັດກໍບໍ່ມີຂັ້ນຕອນຫຍຸ້ງຍາກຫຼາຍ ແລະ ແນ່ນອນວ່າຜູ້ຂຽນບໍ່ພາດທີ່ຈະນໍາເອົາສູດດັ່ງກ່າວມາແບ່ງປັນໃຫ້ທ່ານຜູ້ອ່ານໄດ້ນໍາໄປທົດລອງໃຊ້ນໍາກັນ.

ອຸປະກອນທີ່ຕ້ອງກຽມ: ຫຍ້າສົດ 100 ກິໂລ ( ຫຍ້າທີ່ສັດກິນທົ່ວໄປ ), ພາຊະນະບັນຈຸຫຍ້າ, ຖົງຢາງ, ແທ່ງສ້າງ ຫຼື ຖົງຢາງ, ເກືອ, ຊິງຊັ່ງ ແລະ ອຸປະກອນຕັດຫຍ້າ.

ວິທີການເຮັດ: ໃຫ້ຕັດ ຫຍ້າສົດທີ່ກຽມໄວ້ ໂດຍໃຫ້ມີ ຄວາມຍາວປະມານ 5 – 10 ຊັງຕີແມັດ, ສ່ວນເກືອ 1 ກິໂລ ກຣາມ ໃຫ້ນໍາມາແບ່ງເປັນ 4 ສ່ວນ ໂດຍເອົາເກືອສ່ວນທີ 1 ໂຮຍຮອງພື້ນຖົງຢາງ ຫຼື ຖັງຢາງ ແລ້ວເທຫຍ້າລົງໃສ່ໃຫ້ເຕັມ ພ້ອມຈັດແຈງໃຫ້ແໜ້ນດີ, ຫຼັງຈາກນັ້ນໂຮຍເກືອສ່ວນທີ 2 ລົງໄປ ນໍາຫຍ້າມາທັບຖົມໃສ່ຊັ້ນເກືອແລ້ວຮັດໃຫ້ແໜ້ນດີອີກຄັ້ງ ແລະ ໂຮຍເກືອສ່ວນທີ 3 ແລະ 4 ປົກເທິງຫຍ້າໄວ້ ແລ້ວມັດປາກຖົງຢາງ ຫຼື ປິດຝາໃຫ້ແໜ້ນ ນໍາໄປວາງໄວ້ໃນສະຖານທີ່ປອດໂປ່ງ ໃຊ້ເວລາປະມານ   15 – 20 ວັນ ສາມາດນໍາໄປໃຫ້ສັດກິນໄດ້.

ສ່ວນການນໍາເອົາຫຍ້າດັ່ງກ່າວໃຫ້ສັດກິນ ຄວນເລີ່ມຈາກການໃຫ້ເທື່ອລະໜ້ອຍແລ້ວຄ່ອຍໆເພີ່ມປະລິມານຂຶ້ນຕາມຄວາມເໝາະສົມ ແລະ ຫາກຢາກຮູ້ວ່າຫຍ້າໝັກຂອງເຮົາໄດ້ຄຸນນະພາບ ຫຼື ບໍ່? ແມ່ນໃຫ້ສັງເກດເບິ່ງຫາກມັນມີກິ່ນຫອມອົມສົ້ມ, ບໍ່ເໝັນ, ບໍ່ເນົ່າເປື່ອຍ, ມີສີຂຽວປົນເຫຼືອງ ແລະ ບໍ່ມີນໍ້າ ຫຼື ຕົກໂໝກ ນັ້ນໝາຍເຖິງລັກສະນະຂອງຫຍ້າໝັກທີ່ດີ.

ຂໍ້ຄວນລະວັງ: ໃນເວລາທີ່ເອົາຫຍ້າໃສ່ຖົງຢາງຕ້ອງໄລ່ອາກາດອອກໃຫ້ໄດ້ຫຼາຍທີ່ສຸດ ຈະຊ່ວຍໃຫ້ການເກັບຮັກສາໄດ້ດີ, ພ້ອມເວລາມັດປາກຖົງຢາງ ຫຼື ປິດຝາຕ້ອງເຮັດໃຫ້ແໜ້ນ ປ້ອງກັນບໍ່ໃຫ້ອາກາດທາງນອກຊຶມເຂົ້າໄປໄດ້ ແລະ ເປັນການປ້ອງກັນບໍ່ໃຫ້ສັດ ຫຼື ສິ່ງອື່ນໆມາກະທົບໃສ່ເຮັດໃຫ້ແນວບັນຈຸຫຍ້າໝັກແຕກ ຫຼື ຂາດໄດ້, ຫຍ້າທີ່ນໍາມາໝັກຕ້ອງມີຄວາມຊຸ່ມທີ່ພໍດີບໍ່ຫຼາຍເກີນໄປ ເພາະມັນຈະເຮັດໃຫ້ເກີດນໍ້າໃນຖັງໝັກຫຼາຍເກີນ ສົ່ງຜົນໃຫ້ບໍ່ສາມາດເກັບຫຍ້າໄວ້ດົນໄດ້ ແລະ ເມື່ອເປີດຖັງນໍາມາລ້ຽງສັດແລ້ວຕ້ອງໃຊ້ໃຫ້ໝົດໄວ ທີ່ສໍາຄັນຢ່າເປີດຝາກວ້າງມັນຈະຊ່ວຍເກັບກັກຫຍ້າບໍ່ໃຫ້ເສື່ອມຄຸນນະພາບໄວ.

( ທີ່ມາ: ລາວ 44 ຂໍ້ມູນ – ຂ່າວສານເພື່ອການພັດທະນາ )