ປະໂຫຍດດີໆ! ຈາກໝາກຖົ່ວພູ​ເປັນ​ຢາ​ຊ່ວຍບຳລຸງ​ຮ່າງ​ກາຍໃຫ້ແຂງແຮງ

213

ຖ້າຜູ້​ທີ່ກໍາລັງມີບັນຫາສຸຂະພາບ ​ແລະ ຮູ້ສຶກວ່າຮ່າງກາຍບໍ່ແຂງແຮງ ກໍ່​ລອງ​ປ່ຽນ​ມາການກິນໝາກຖົ່ວພູ​ເບິ່ງກໍ່ອາດຈະຊ່ວຍໄດ້. ຕາມຕໍາລາພື້ນເມືອງໝາກຖົ່ວພູ ແມ່ນພືດຜັກຊະນິດໜຶ່ງທີ່ມີຄຸນຄ່າທາງອາຫານ ​ແລະ ດີຕໍ່ຮ່າງກາຍ, ພ້ອມ​ກັນ​ນັ້ນ​ຍັງມີຄຸນສົມບັດເປັນຢາສະໝຸນໄພໄດ້ອີກດ້ວຍ. ​ເຊິ່ງຄຸນປະໂຫຍດຂອງໝາກຖົ່ວພູ ແມ່ນມີຫຼາກຫຼາຍທີ່ຫຼາຍ​ຄົນອາດຄິດບໍ່ເຖິງ. ດັ່ງນັ້ນ, ມື້ນີ້ຈຶ່ງ​ຈະນໍາເອົາຄວາມຮູ້ດີໆກ່ຽວກັບສັບພະຄຸນ ແລະ ຄຸນປະໂຫຍດຂອງໝາກຖົ່ວພູມາໃຫ້ຮູ້ຈັກ.

ຄຸນປະໂຫຍດຂອງໝາກຖົ່ວພູ.
ໝາກຖົ່ວພູແມ່ນພືດທີ່ມີກາກ​ໄຍອາຫານ​ເປັນ​ຈຳ​ນວນຫຼວງຫຼາຍ ເຊິ່ງເຮັດໃຫ້ລະບົບຂັບຖ່າຍເປັນໄປຢ່າງປົກກະຕິ, ສະ​ດວກ ​ແລະ ບໍ່ອືດທ້ອງ. ນອກຈາກນັ້ນ, ຫົວຂອງໝາກຖົ່ວພູກໍ່ຍັງສາມາດນໍາໄປຕາກແຫ້ງ ແລ້ວຂົ້ວໃຫ້ເຫຼືອງ, ນໍາມາຊົງເປັນນໍ້າຊາ​ດື່ມຊູກໍາລັງ​ໄດ້ ​ແລະ ຍັງ​ເໝາະ​ສົມສໍາລັບຄົນບໍ່ສະບາຍ ຫຼື ຄົນທີ່ອ່ອນເພຍງ່າຍໄດ້ນຳ.

ຄຸນຄ່າທາງອາຫານຂອງໝາກຖົ່ວພູ.

ໝາກຖົ່ວພູ 1 ຂີດຈະໃຫ້ພະລັງງານ 19 ກິໂລແຄລໍລີ. ​ເຊິ່ງປະກອບດ້ວຍນໍ້າ 93.8 ກຣາມ, ກາໂບໄຮເດຣດ 2.4 ກຣາມ, ໂປຣຕີນ 2.1 ກຣາມ, ໄຂມັນ 0.1 ກຣາມ, ແຄຊຽມ 5 ມິນລີກຣາມ, ຟອດສຟໍຣັດ 4.3 ມິນລີກຣາມ, ທາດເຫຼັກ: 0.5 ມິນລີກຣາມ, ໄນອາຊິນ 0.8 ມິນລີກຣາມ, ວິຕາມິນ B 10.35 ມິນລີກຣາມ ແລະ ວິຕາມິນ C 32 ມິນລີກຣາມ.

ສັບພະຄຸນຂອງໝາກຖົ່ວພູ.
ຫົວໝາກຖົ່ວພູ: ໃຊ້​ເປັນ​ຢາບໍາລຸງຮ່າງກາຍ, ແກ້ອ່ອນເພຍ, ແກ້ຮ້ອນໃນ, ແກ້ປາກແຫ້ງ ແລະ ແກ້ໄຂ້.

ຮາກ: ແກ້ພະຍາດລົມພິດກໍາເລີດ, ແກ້ເຈັບທ້ອງ, ໃຊ້ຮັກສາສິວ ແລະ ພະຍາດຜິວໜັງບາງຊະນິດ.

ສ່ວນຕໍາລາຢາພື້ນເມືອງ​ໄດ້ບອກວ່າ: ໃຫ້ນໍາເອົາ​ແກ່ນ​ໝາກຖົ່ວພູມາຕົ້ມ ໂດຍຂັດເອົາສະເພາະແກ່ນທີ່​ມີສີນໍ້າຕານເຂັ້ມ. ​ເຊິ່ງຈະກິນ​ແກ່ນທີ່ຕົ້ມສຸກເລີຍກໍ່ໄດ້ ຫຼື ນໍາເອົາ​ແກ່​ນທີ່ຕົ້ມສຸກມາບົດໃຫ້ລະອຽດ ​ແລ້ວປະສົມກັບນໍ້າດື່ມກ່ອນອາຫານ 3 ເວລາຈະຊ່ວຍໃຫ້ສຸຂະພາບແຂງແຮງ ​ແລະ ເພີ່ມພະລັງວັງຊາ.