ສູດເຂົ້າໜົມກິນຫຼິ້ນ ( Cereal Ball ) ສຳລັບເດັກນ້ອຍ

96

ພໍ່ແມ່ຫຼາຍທ່ານອາດຈະພົບກັບບັນຫາລູກບໍ່ມັກກິນເຂົ້າເຊົ້າ ທົດລອງປ່ຽນແນວກິນໃຫ້ເປັນເຂົ້າໜົມກິນຫຼິ້ນ ແລະ ບໍ່ສົ່ງຜົນໃຫ້ຕຸ້ຍນຳ ໂດຍການນຳສ່ວນປະສົມປະເພດຊີຣຽວ ( Cereal ປະເພດທັນຍາພືດອາຫານເຊົ້າ ) ແລະ ເພີ່ມຄວາມຫວານຈາກນ້ຳເຜິ້ງໜ້ອຍໜຶ່ງ ຫຼື ຈະເພີ່ມສີສັນດ້ວຍຊັອກໂກແລັດເພື່ອໃຫ້ເດັກກິນງ່າຍຂຶ້ນ.

ສ່ວນປະສົມ:

1 ຊີຣຽວແບບປະສົມໝາກໄມ້ແຫ້ງ 2 ຖ້ວຍນ້ອຍ.

2 ເນີຍຖົ່ວ 1/2 ຖ້ວຍນ້ອຍ.

3 ນ້ຳເຜິ້ງ 1/3 ຖ້ວຍນ້ອຍ.

4 ຊັອກໂກແລັດຊິບ 1/2 ຖ້ວຍນ້ອຍ.

ວິທີປຸງແຕ່ງ:

ເອົານ້ຳເຜິ້ງ ແລະ ເນີຍຖົ່ວໃສ່ພາຊະນະນຳໄປເວັບປະມານ 20 – 30 ວິນາທີ ພໍໄດ້ເວລາກໍເອົາອອກມາຄົນໃຫ້ເຂົ້າກັນຈົນສ່ວນປະສົມເຢັນ. ຈາກນັ້ນ, ເອົາຊີຣຽວ ແລະ ຊັອກໂກແລັດຊິບລົງພະຍາຍາມຄົນສ່ວນປະສົມໃຫ້ເຂົ້າກັນດີ.

ຫຼັງຈາກສ່ວນປະສົມເຂົ້າກັນແລ້ວຈຶ່ງນຳມາປັ້ນເປັນກ້ອນຕາມໃຈມັກ ແຕ່ບໍ່ຄວນປັ້ນກ້ອນໃຫຍ່ຫຼາຍເພາະຈະເຮັດໃຫ້ເດັກກິນລຳບາກ ແລະ ນຳມາປະໄວ້ໃນພາຖາດທີ່ປູກດ້ວຍເຈ້ຍໄຂ, ເມື່ອປັ້ນຮຽບຮ້ອຍກໍນຳໄປແຊ່ໃນຊ່ອງແຂງປະມານ 1 ຊົ່ວໂມງ ເທົ່ານີ້ກໍຮຽບຮ້ອຍແລ້ວ.

ຂໍ້ແນະນຳ: ສຳລັບຊີຣຽວທີ່ຈະໃຊ້ແມ່ນເປັນປະເພດໃດກໍໄດ້ ລວມກັນຫຼາຍຊະນິດຍິ່ງໄດ້ຄຸນຄ່າທາງອາຫານທີ່ສູງຂຶ້ນ ແລະ ສາມາດນຳເອົາໝາກໄມ້ແຫ້ງ ຫຼື ເຂົ້າໜົມປັງປະສົມຕື່ມອີກໄດ້.

( ຂໍ້ມູນຈາກ: shutter-stock.com )

( ຮຽບຮຽງ: ນຸ້ມນິ້ມ )