ດື່ມນ້ຳອາງຸ່ນໂຊດາຊື່ນໃຈ

127

ການກິນໝາກອາງຸ່ນ ຫຼື ລາແຊັງ ເປັນປະຈຳຍັງຊ່ວຍໃນການບຳລຸງຫົວໃຈ, ບຳລຸງກຳລັງ, ບຳລຸງກ້າມຊີ້ນ, ບຳລຸງສະໝອງ ແລະ ແກ້ອາການຄໍແຫ້ງໄດ້ພ້ອມ ອາງຸ່ນແບ່ງອອກເປັນ 3 ສາຍພັນ ຄື: ອາງຸ່ນແດງ, ອາງຸ່ນດຳ ແລະ ອາງຸ່ນຂຽວ.

ສ່ວນປະສົມ:

1 ໝາກອາງຸ່ນດໍາ ຫຼື ອາງຸ່ນແດງແບບບໍ່ມີແກ່ນ 500 ກຣາມ.

2 ນໍ້າສະອາດ 1 – 2 ຖ້ວຍນ້ອຍ.

3 ນໍ້າໝາກນາວ 1 ບ່ວງແກງ.

4 ນ້ຳເຊື່ອມ 1 – 2 ບ່ວງແກງ.

5 ໂຊດາ 1 ຈອກນ້ອຍ.

6 ນ້ຳກ້ອນ 1 ຈອກໃຫຍ່.

ວິທີປຸງແຕ່ງ:

ລ້າງໝາກອາງຸ່ນໃຫ້ສະອາດເອົາໃສ່ໝໍ້ແລ້ວຖອກນ້ຳລົງຄ້າງໄຟປານກາງຕົ້ມຈົນຟົດ ແລະ ຂ້ຽວຕໍ່ປະມານ 15 – 20 ນາທີ ຫຼື ຈົນອາງຸ່ນເປັນເນື້ອນຸ້ມຈຶ່ງໃຊ້ບ່ວງຈັກອາງຸ່ນໃນໝໍ້ໃຫ້ມຸ່ນ. ຈາກນັ້ນ, ກໍປົງລົງຈາກເຕົາແລ້ວປະໄວ້ໃຫ້ເຢັນ ເມື່ອເຢັນແລ້ວກໍຖອກສ່ວນປະສົມໃສ່ເຄື່ອງປັ່ນບົດລະອຽດດີນຳມາຕອງເອົາສະເພາະນໍ້າ ແລະ ສາມາດປະສົມນໍ້າເຊື່ອມລົງໃນອາງຸ່ນ ຫຼື ຈະໃສ່ຕາມຫຼັງກໍໄດ້ຕາມໃຈ.

ເວລາເສີບໃຫ້ໃສ່ນໍ້າກ້ອນລົງໃນຈອກເທນໍ້າອາງຸ່ນລົງໄປເຄິ່ງຈອກຕາມດ້ວຍໂຊດາເຢັນ ແລະ ເພີ່ມລົດຊາດດ້ວຍນ້ຳໝາກນາວ ສາມາດຕົກແຕ່ງດ້ວຍໝາກນາວຊອຍບາງໆລົງຈອກຄົນໃຫ້ເຂົ້າກັນພ້ອມດື່ມ.

( ຂໍ້ມູນຈາກ: cooking.kapook.com )