ກະສິກຳເມືອງບົວລະພາ ຊຸກຍູ້ປະຊາຊົນປູກເຂົ້ານາແຊງ

148

ອາທິດຜ່ານມາ ທ່ານ ຄຳຮູ້ ວົງພະຈັນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງບົວລະພາ ແຂວງຄຳມ່ວນ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ພໍ່ແມ່ປະຊາຊົນ ບ້ານຊອກ ແລະ ບ້ານຂະຍູ ທີ່ປູກເຂົ້ານາແຊງ ປະຈຳປີ 2019 – 2020 ເຊິ່ງໃນປັດຈຸບັນການຜະລິດເຂົ້ານາແຊງ ພາຍໃນເມືອງບົວລະພາສຳເລັດການປັກດຳແລ້ວຮ້ອຍສ່ວນຮ້ອຍ.

ພາຍໃນເມືອງບົວລະພາ ມີບ້ານທີ່ປັກດຳເຂົ້ານາແຊງທັງໝົດ 10 ບ້ານ ມີຈຳນວນ 138 ຄອບຄົວ ໃນເນື້ອທີ່ນາ 38 ເຮັກຕາ. ນອກຈາກການປັກດຳເຂົ້ານາແຊງແລ້ວ ປະຊາຊົນພາຍໃນບ້ານຍັງໄດ້ປູກພືດສໍາຮອງຕື່ມອີກ ເປັນຕົ້ນແມ່ນ ສາລີ, ໝາກຖົ່ວ, ໝາກແຕງ, ພືດຜັກຕ່າງໆຈຳນວນໜຶ່ງເພື່ອໄວ້ບໍລິໂພກພາຍໃນຄອບຄົວອີກດ້ວຍ.

ທ່ານ ຄຳຮູ້ ວົງພະຈັນ ຫົວ ໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ກໍຍັງໄດ້ໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນທີ່ໄດ້ມີຄວາມສາມັກຄີ, ດຸໝັ່ນຫ້າວຫັນໃນການປູກເຂົ້ານາແຊງເປັນຄັ້ງທຳອິດໃນການຜະລິດເຂົ້າ ປະຈຳປີ 2019 – 2020 ແລະ ພືດຜັກອີກຈຳນວນໜຶ່ງເພື່ອສ້າງເສດຖະກິດໃຫ້ແກ່ຄອບຄົວ ກໍຄືພໍ່ແມ່ປະຊາຊົນພາຍໃນບ້ານ.

ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກໆບ້ານທີ່ປູກເຂົ້ານາແຊງ ຕ້ອງໄດ້ພ້ອມກັນເອົາໃຈໃສ່ຮັກສາລະດັບນໍ້າ, ເສຍຫຍ້າ ແລະ ຕິດຕາມສັດຕູພືດ ເພື່ອເຮັດໃຫ້ໄດ້ຮັບຜົນຜະລິດທີ່ດີ ແລະ ຄາດວ່າປີ 2020 – 2021 ທາງຫ້ອງການກະສິກຳ – ປ່າໄມ້ເມືອງ ຈະສູ້ຊົນບຸກເບີກເນື້ອທີ່ຜະລິດເຂົ້າໃຫ້ໄດ້ບັນລຸຫຼາຍ ກວ່າເກົ່າ.

[ ຂ່າວ: ບຸນປະພາດ ]