ເມືອງສັງທອງ ເສຍຫາຍເກືອບ 200 ລ້ານກີບ ຈາກພາຍຸລະດູຮ້ອນ

175

ເວລາປະມານ 17:30 – 18:00 ໂມງ ຂອງວັນທີ 2 ມີນາ 2020 ໄດ້ເກີດມີພາຍຸລະດູຮ້ອນພັດຜ່ານ ເຮັດໃຫ້ມີຝົນຕົກ, ຟ້າຮ້ອງ ແລະ ໝາກເຫັບຕົກ ຢູ່ນະຄອນຫຼວງວຽງຈັນ ໂດຍເມືອງສັງທອງ ເສຍຫາຍໜັກຄິດເປັນມູນຄ່າເກືອບ 200 ລ້ານກີບ, ສ່ວນຕົວເມືອງໃນນະຄອນຫຼວງວຽງຈັນ ຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້ເທື່ອ.

ອີງຕາມການລາຍງານຂອງຫ້ອງວ່າການເມືອງສັງທອງ ໃຫ້ຮູ້ວ່າ: ຈາກການລົງເກັບກໍາຂໍ້ມູນຕົວຈິງຢູ່ບັນດາບ້ານທີ່ໄດ້ຮັບຜົນກະທົບໃນວັນທີ 3 ມີນາ 2020 ແມ່ນໄດ້ຮັບຄວາມເສຍຫາຍຈໍານວນ 6 ບ້ານ ເປັນຈໍານວນ 56 ຄອບຄົວ ໂດຍມີລາຍລະອຽດ ດັ່ງນີ້: ບ້ານເພຍລາດ ຖືກຜົນກະທົບເສຍຫາຍຈໍານວນ 40 ຄອບຄົວ ຄວາມເສຍຫາຍແມ່ນເຮືອນຊານ, ຮ້ານຂາຍເຄື່ອງ, ຄອກສັດ, ເລົ້າເຂົ້າ, ຕົ້ນໄມ້ໃຫ້ໝາກ ແລະ ປະຊາຊົນໄດ້ຮັບບາດເຈັບ 2 ຄົນ ຄິດເປັນມູນຄ່າ 38.651.000 ກີບ; ບ້ານສະນອດ ໄດ້ຮັບຜົນກະທົບຈໍານວນ 16 ຄອບຄົວ ໄດ້ຜົນກະທົບຫຼາຍແມ່ນຕົ້ນຢາງພາລາ, ໂຮງຮຽນປະຖົມ ແລະ ເຮືອນຊານ ຄິດເປັນມູນຄ່າ 74.400.000 ກີບ; ສ່ວນບ້ານໂຄກແຫ້, ບ້ານອ່າງນ້ອຍ, ບ້ານສະໄກ ແລະ ບ້ານທ່ານາ ໄດ້ຮັບຜົນກະທົບເລັກໜ້ອຍ ຄິດເປັນມູນຄ່າປະມານ 15 ລ້ານກີບ.

ນອກຈາກນີ້, ອາຄານຕະຫຼາດເພຍລາດ ແລະ ຮ້ານຂາຍເຄື່ອງໃນອາຄານເສຍຫາຍ ເປັນມູນຄ່າ 63.900.000 ກີບ ເຊິ່ງຄິດເປັນມູນຄ່າຄວາມເສຍຫາຍທັງໝົດໃນເມືອງສັງທອງ ລວມປະມານ 191.951.000 ກີບ.

ດ້ານ ທ່ານ ຄໍາຫວັນ ແພງມະນີ ນາຍບ້ານດອນກອຍ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຜົນກະທົບຈາກພາຍຸລະດູຮ້ອນໃນຕອນແລງຂອງວັນທີ 2 ມີນາ 2020 ສົ່ງຜົນໃຫ້ເສົາໄຟຟ້າເສຍຫາຍ 2 ຕົ້ນ, ຫຼັງຄາເຮືອນພັດໃສ່ລົດກະປ໋ອງນ້ອຍເປເພພໍສົມຄວນ, ຫຼັງຄາເຮືອນປະຊາຊົນເສຍຫາຍບາງສ່ວນ ແລະ ຕົ້ນໄມ້ໃຫຍ່ລົ້ມທັບສາຍໄຟຟ້າສົ່ງຜົນໃຫ້ໄຟດັບ. ປັດຈຸບັນແມ່ນກໍາລັງມີການແກ້ໄຂສ້ອມແປງໄຟຟ້າເພື່ອໃຫ້ປະຊາຊົນໄດ້ໃຊ້ກ່ອນ, ຕັດຕົ້ນໄມ້ທີ່ລົ້ມທັບສາຍໄຟ ແລະ ຂວາງຫົນທາງເພື່ອໃຫ້ສັນຈອນໄດ້ສະດວກ ສໍາລັບລາຍລະອຽດມູນຄ່າຄວາມເສຍຫາຍແມ່ນຍັງບໍ່ສາມາດສະຫຼຸບໄດ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ແຈ້ງເຕືອນໄລຍະວັນທີ 2 ຫາ 5 ມີນານີ້ ຈະມີອາກາດປ່ຽນແປງໄວວາ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກ, ລົມແຮງ ແລະ ໃຫ້ຢູ່ຫ່າງໄກຈາກຕົ້ນໄມ້ໃຫຍ່, ສິ່ງປຸກສ້າງທີ່ບໍ່ທັນສໍາເລັດ, ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.