ລະວັງໃຫ້ດີ! ອາທິດນີ້ຈະເກີດມີຝົນຕົກ ພ້ອມລົມພັດແຮງ

341

ອຸຕຸແຈ້ງ ໄລຍະວັນທີ 2 ຫາ 5 ມີນາ ອາກາດຈະປ່ຽນແປງໄວວາ ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຄາດຄະເນສະພາບອາກາດໃນໄລຍະວັນທີ 2 ຫາ 8 ມີນາ 2020 ເລກທີ 0280/ກອຕທ ນະຄອນຫຼວງວຽງຈັນ ວ່າ: ໃນໄລຍະວັນທີ 2 ຫາ 5 ມີນາ 2020 ຄວາມກົດດັນອາກາດສູງຂອງອາກາດເຢັນຈະມີກໍາລັງອ່ອນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ສົມທົບກັບກະແສລົມຕາເວັນອອກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດເຢັນຫາໜາວເຢັນ ພ້ອມມີລົມພັດແຮງ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ.

ຈາກນັ້ນ, ວັນທີ 6 ຫາ 8 ມີນາ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນ ຈະມີກໍາລັງອ່ອນພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດຮ້ອນຂຶ້ນ ແລະ ຈະມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ພ້ອມຈະມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ພ້ອມດຽວກັນ, ກົມອຸຕຸນິຍົມ ແລະ ອຸທົກກະສາດ ຍັງມີຄໍາເຕືອນໃນໄລຍະວັນທີ 2 ຫາ 5 ມີນານີ້ ຈະມີອາກາດປ່ຽນແປງໄວວາ ເຊິ່ງຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນໃຫ້ປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນຈົ່ງມີສະຕິຕໍ່ສະພາບຝົນຕົກ, ລົມແຮງ ແລະ ໃຫ້ຢູ່ຫ່າງໄກຈາກຕົ້ນໄມ້ໃຫຍ່, ສິ່ງປຸກສ້າງທີ່ບໍ່ທັນສໍາເລັດ, ພ້ອມໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.