ມອບ-ຮັບໜ້າທີ່ຫົວໜ້າຫ້ອງວ່າການເມືອງແກ່ນທ້າວ

162

ພິທີມອບ – ຮັບໜ້າທີ່ລະ ຫວ່າງຫົວໜ້າຫ້ອງວ່າການເມືອງ ລະຫວ່າງ ທ່ານ ຄໍາປຸ່ນ ນວນສະບັບ ຮອງເຈົ້າເມືອງແກ່ນທ້າວ, ຫົວໜ້າຫ້ອງວ່າການເມືອງຜູ້ເກົ່າ ກັບ ທ່ານ ສິງຄໍາ ຈັນທິຮັກ ຫົວໜ້າຫ້ອງວ່າການເມືອງຜູ້ໃໝ່ ຈັດຂຶ້ນໃນຕອນເຊົ້າວັນທີ 27 ກຸມພາ 2020 ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ປະເສີດ ອິນວົງຄໍາ ຮອງເລຂາພັກເມືອງ, ມີຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງ ແລະ ພະນັກງານຫ້ອງການດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ຄໍາປຸ່ນ ນວນສະບັບ ຮອງເຈົ້າເມືອງແກ່ນທ້າວ, ຫົວໜ້າຫ້ອງວ່າການເມືອງ ຜູ້ເກົ່າ ໄດ້ກ່າວວ່າ: ຜ່ານການປະຕິບັດໜ້າທີ່ເປັນຫົວໜ້າຫ້ອງວ່າການເມືອງ ເປັນເວລາ 5 ປີ ດ້ວຍຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ພັກ – ລັດໄດ້ມອບໝາຍນັ້ນ, ໄດ້ຕັ້ງໜ້ານໍາພາໝູ່ຄະນະ, ພະນັກງານພາຍໃນຫ້ອງວ່າການຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ແຈ້ງການຕ່າງໆຂອງຂັ້ນເທິງ ແລະ ນໍາພາປະຕິບັດລະບຽບກົດໝາຍຢ່າງເຂັ້ມງວດ

ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ການນໍາ, ເປັນຂົວຕໍ່, ເປັນໃຈກາງໃນການປະສານງານພົວພັນວຽກງານລະຫວ່າງຂັ້ນລຸ່ມກັບຂັ້ນເທິງ, ຂັ້ນເທິງກັບຂັ້ນລຸ່ມ ລະຫວ່າງຄະນະພັກອົງການປົກຄອງເມືອງ ກັບ ຄະນະພັກອົງການປົກຄອງທ້ອງຖິ່ນຮາກຖານບ້ານ ແລະ ປະຊາຊົນ; ຫ້ອງວ່າການເມືອງປະກອບມີ 5 ໜ່ວຍງານ, ມີພະນັກງານທັງໝົດ 25 ທ່ານ ຍິງ 7 ທ່ານ.
ຈາກນັ້ນ, ໄດ້ເຊັນບົດບັນທຶກການມອບ – ຮັບໜ້າທີ່ຮ່ວມກັນ.