ທນບ ມີຜົນສຳເລັດໃນການສະໜອງສິນເຊື່ອປະກອບສ່ວນແກ້ໄຂຄວາມທຸກຍາກ

106

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງຄະນະພັກຮາກຖານ ທະນາຄານນະໂຍບາຍ ( ທນບ ) ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມໃນວັນທີ 28 ກຸມພາ 2020 ທີ່ຫ້ອງປະຊຸມທະນາຄານແຫ່ງ ສປປ ລາວ ( ທຫລ ) ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ວຸດທິ ເລື່ອນວິໄລວົງ ກໍາມະການພັກ ທຫລ, ເລຂາຄະນະພັກຮາກຖານ – ຜູ້ອຳນວຍການ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສິດພະໄຊ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ – ຜູ້ວ່າການ ທຫລ.

ກອງປະຊຸມໃຫຍ່ໄດ້ຜ່ານຮ່າງບົດລາຍງານການເມືອງທີ່ສ່ອງແສງໃຫ້ເຫັນການປະຕິບັດແນວທາງນະໂຍບາຍຂອງພັກ – ລັດ ໃນການສະໜອງສິນເຊື່ອຊຸກຍູ້ການຜະລິດປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃນທົ່ວປະເທດ ຕະຫຼອດໄລຍະ 5 ປີ ( 2015 – 2019 ).

ດ້ານວິຊາສະເພາະມາຮອດທ້າຍເດືອນ 12/2019 ມີຍອດເຫຼືອສິນເຊື່ອ 2.936,51 ຕື້ກີບ ທຽບໃສ່ປີ 2015 ເພີ່ມຂຶ້ນ 23%. ໃນນີ້, ເປັນເງິນໄລຍະສັ້ນ 267,07 ຕື້ກີບ, ໄລຍະກາງ 764,87 ຕື້ກີບ ແລະ ໄລຍະຍາວ 1.904,57 ຕື້ກີບ.

ຜ່ານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ຂອງຄະນະພັກຮາກຖານ ທນບ ໄດ້ມີຜົນສຳເລັດໃນການສະໜອງສິນເຊື່ອ ປະກອບສ່ວນແກ້ໄຂຄວາມທຸກຍາກໃຫ້ປະຊາຊົນບັນດາເຜົ່າ ເຮັດໃຫ້ບ້ານທຸກຍາກຫຼຸດລົງຈາກປີ 2015 ( 1.736 ບ້ານ ) ຫຼຸດລົງ 200 ບ້ານ ເທົ່າກັບ 12% ຂອງບ້ານທຸກຍາກ. ປັດຈຸບັນຍັງເຫຼືອ 1.536 ບ້ານ ເທົ່າກັບ 18% ຂອງບ້ານທັງໝົດທົ່ວປະເທດ; ຄອບຄົວທຸກຍາກຫຼຸດລົງຈາກປີ 2015 ( 76.604 ຄອບຄົວ ) ຈຳນວນ 12.011 ຄອບຄົວ ເທົ່າກັບ 16%, ຄອບຄົວທຸກຍາກປັດຈຸບັນຍັງເຫຼືອ 64.593 ຄອບຄົວ ເທົ່າກັບ 5,34% ຂອງຄອບຄົວທັງໝົດທົ່ວປະເທດ.

ສ່ວນທິດທາງລວມ ແລະ ໜ້າທີ່ຕົ້ນຕໍໃນ 5 ປີຕໍ່ໜ້າ ຍັງຈະສືບຕໍ່ສະໜອງທຶນປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນເຂົ້າສູ່ລວງເລິກ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະ ວຽກງານ 3 ສ້າງ.

ກອງປະຊຸມໃຫຍ່ໃນຄັ້ງນີ້ ໄດ້ດຳເນີນການເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່ ໂດຍປະກອບດ້ວຍ 7 ສະຫາຍ ຍິງ 1 ສະຫາຍ ໂດຍ ສະຫາຍ ວຸດທິ ເລື່ອນວິໄລວົງ ໄດ້ຮັບການເລືອກເປັນເລຂາຄະນະພັກຮາກຖານ ທນບ; ສະຫາຍ ຄໍາອົ້ນ ຈັນສຸລິມາດ ເປັນຮອງເລຂາ ແລະ ສະຫາຍ ແສງເພັດ ດວງພິລາ ເປັນປະທານກວດກາ ແລະ ໄດ້ເລືອກເອົາຜູ້ແທນສົມບູນ 6 ສະຫາຍ ແລະ ສຳຮອງ 2 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ທະນາຄານ ແຫ່ງ ສປປ ລາວ ຄັ້ງທີ IV ທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້.

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍເລຂາຄະນະພັກ ທຫລ ເຊິ່ງໄດ້ເນັ້ນໃຫ້ອອກແຮງປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນຖືເອົາວຽກງານດັ່ງກ່າວເປັນໃຈກາງແຫ່ງການນຳພາຂອງຄະນະພັກທຸກຂັ້ນ; ສືບຕໍ່ປັບປຸງກົນໄກການສະໜອງ – ການຄຸ້ມຄອງສິນເຊື່ອໃຫ້ຮັບປະກັນຄຸນນະພາບ, ຕ້ອງຄົ້ນຄວ້າວິເຄາະ, ສ້າງແຜນສິນເຊື່ອ ເພື່ອຊອກຫາແຫຼ່ງທຶນ ແລະ ກະຈາຍແຫຼ່ງທຶນໃຫ້ສອດຄ່ອງກັບນະໂຍບາຍການດຳເນີນງານຂອງທະນາຄານ, ສ້າງໂຄງການລົງທຶນສິນເຊື່ອຊຸກຍູ້ການຜະລິດເພື່ອເປັນສິນຄ້າ ແລະ ການພັດທະນາຊົນນະບົດ ແນໃສ່ຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ.

[ ຂ່າວ – ຮູບ: ຣັດສະໝີ ດວງສັດຈະ ]