ພະແນກພາຍໃນ ແຂວງອຸດົມໄຊ ມີຜົນງານພົ້ນເດັ່ນຫຼາຍດ້ານ

284

ກອງປະຊຸມສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານພາຍໃນ, ວຽກງານ 3 ສ້າງ ຕິດພັນກັບວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2019 ແລະ ທິດທາງແຜນການ 2020 ໄດ້ຈັດຂຶ້ນໃນວັນທີ 26 ກຸມພາ 2020 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ, ມີຄະນະປະຈຳພັກແຂວງ, ຄະນະພະແນກພາຍໃນແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການດຳເນີນກອງປະຊຸມໃນຄັ້ງນີ້ ໄດ້ຍົກໃຫ້ເຫັນດ້ານດີ, ຜົນງານ, ດ້ານອ່ອນຂໍ້ຄົງຄ້າງໃນການເຄື່ອນໄຫວວຽກງານແຕ່ລະດ້ານ ໂດຍສະເພາະແມ່ນວຽກງານພາຍໃນ, ວຽກງານ 3 ສ້າງ ຕິດພັນກັບວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ລວມທັງວຽກງານການປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ, ຕໍາແໜ່ງ, ດັດສົມລັດຖະກອນ ປະຈຳປີ 2019 ຜ່ານມາ ລວມທັງທິດທາງແຜນການທີ່ຈະສືບຕໍ່ປັບປຸງ, ແກ້ໄຂ ແລະ ເຄື່ອນໄຫວຈັດຕັ້ງປະຕິບັດໃນຕໍ່ໜ້ານີ້ ກໍຄືປີ 2020.

ໃນຕະຫຼອດໄລຍະ 1 ປີຜ່ານມາ ພະແນກພາຍໃນແຂວງອຸດົມໄຊ ໄດ້ເຄື່ອນໄຫວຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນເອງຢ່າງຕັ້ງໜ້າ ສາມາດຍາດໄດ້ຜົນງານຫຼາຍດ້ານ ໂດຍສະເພາະແມ່ນດ້ານການເມືອງ – ແນວຄິດ ໄດ້ຖືສຳຄັນ ແລະ ເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດໃຫ້ພະນັກງານ – ລັດຖະກອນດ້ວຍຫຼາຍຮູບການ, ດ້ານວຽກງານວິຊາສະເພາະໄດ້ຄຸ້ມຄອງລັດຖະກອນໃນທົ່ວແຂວງຕາມລະບຽບ, ກົດໝາຍຢ່າງເຂັ້ມງວດ, ປະຕິບັດນະໂຍບາຍຕໍ່ພະນັກງານ – ລັດຖະກອນໃນຮູບການຕ່າງໆ ຈໍານວນ 135 ສະຫາຍ ຍິງ 52 ສະຫາຍ.

ພາບປະກອບຂ່າວເທົ່ານັ້ນ

ສ່ວນວຽກງານ 3 ສ້າງ ທີ່ຕິດພັນກັບວຽກງານແຂ່ງຂັນຮັກຊາດ ແລະ ພັດທະນາ ກໍໄດ້ຈັດຕັ້ງປະຕິບັດໄປຕາມທິດທາງແຜນການ ໂດຍຕິດພັນກັບແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ. ໃນນັ້ນ, ການສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດໄດ້ປະຕິບັດຕາມ 7 ເນື້ອໃນ, ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານໄດ້ປະຕິບັດໄປຕາມມາດຖານ 5 ດ້ານ ແລະ ການສ້າງບ້ານໃຫ້ກາຍເປັນຫົວໜ່ວຍພັດທະນາ ແມ່ນໄດ້ສຸມໃສ່ບັນດາບ້ານເປົ້າໝາຍຂອງແຕ່ລະເມືອງ ເຊິ່ງທົ່ວແຂວງມີບ້ານພັດທະນາທີ່ໄດ້ຮັບຮອງແລ້ວ 187 ບ້ານ ກວມເອົາ 39,61%.

ສ່ວນວຽກງານປັບປຸງກົງຈັກການຈັດຕັ້ງໄດ້ມີການຍົກລະດັບ, ສ້າງຕັ້ງ ແລະ ຍຸບເລີກບາງໜ່ວຍງານ, ຂະແໜງການ, ຫ້ອງການຈໍານວນໜຶ່ງ ເຊິ່ງປັດຈຸບັນນີ້ທົ່ວແຂວງອຸດົມໄຊ ມີໂຄງປະກອບກົງຈັກລັດຂັ້ນແຂວງ ຈຳນວນ 46 ພະແນກການ, ອົງການສາຍຂວາງ ມີ 12 ອົງການ, ສາຍຕັ້ງມີ 15 ອົງການ, ອົງການຕຸລາການມີ 2 ອົງການ ແລະ 1 ສະພາປະຊາຊົນແຂວງ. ສ່ວນອົງການທີ່ຂຶ້ນກັບກະຊວງ ( ສາຍຕັ້ງ ) ໂດຍກົງ ປະຈຳຢູ່ທ້ອງຖິ່ນມີ 7 ອົງການ ແລະ ຫ້ອງການທີ່ຂຶ້ນກັບພະແນກການຂັ້ນແຂວງ ມີ 9 ຫ້ອງການ.