5 ສູດຜິວຂາວດ້ວຍສູດທຳມະຊາດ

59

ແມ່ຍິງຫຼາຍຄົນກໍຢາກໄດ້ຜິວຂາວໃສແຕ່ກໍບໍ່ຢາກກິນອາຫານເສີມ ຫຼື ເຮັດສັນຍະກໍາອື່ນໆ ເຊິ່ງອາດສົ່ງຜົນຂ້າງຄຽງຕໍ່ສຸຂະພາບຕາມມາໄດ້. ສະນັ້ນ, ມື້ນີ້ເຮົາມີສູດຜິວຂາວຈາກການນໍາເອົາສ່ວນປະສົມຈາກພືດຜັກ ຫຼື ໝາກໄມ້ມາເປັນຕົວຊ່ວຍໃຫ້ການບໍາລຸງຜິວໃຫ້ຂາວໃສແບບບໍ່ຕ້ອງອາໄສສານປົນເປື້ອນອື່ນໆ.

1 ສູດໂຢເກິດປະສົມໝາກນາວ:

ນຳນໍ້າໝາກນາວປະສົມກັບໂຢເກິດ ແລ້ວນຳມາທາຜິວປະມານ 20 ນາທີ ແລ້ວລ້າງອອກດ້ວຍນ້ຳສະອາດ ເພາະໝາກນາວຈະຊ່ວຍກຳຈັດເຊລຜິວເກົ່າພ້ອມເຜີຍຜິວໃໝ່ທີ່ສົດໃສກວ່າເກົ່າ ແລະ ໂຢເກິດແມ່ນຊ່ວຍບໍ່ໃຫ້ຄັນຄາຍຜິວ.

2 ສູດໝາກກ້ວຍຫອມປະສົມນົມສົດ:

ເອົາກ້ວຍຫອມ ແລະ ນົມສົດມາບົດໃຫ້ເຂົ້າກັນແລ້ວນຳໄປພອກຕາມຜິວໜັງ ຫຼື ບໍລິເວນທີ່ຕ້ອງການ ກ້ວຍຫອມ ແລະ ນົມສົດຈະຊ່ວຍໃຫ້ຜິວຂາວນວນງາມ.

3 ສູດໝາກຫຸ່ງປະສົມນົມສົດ:

ໃຫ້ນຳເອົາໝາກຫຸ່ງສຸກ ແລະ ນົມສົດມາບົດໃຫ້ເຂົ້າກັນແລ້ວນຳໄປທາ ຫຼື ພອກຕາມໃບໜ້າ ປະມານ 20 ນາທີ ແລ້ວລ້າງອອກສູດນີ້ແມ່ນຄ້າຍຄືກັບສູດກ້ວຍຫອມປະສົມນົມສົດ.

4 ສູດນໍ້າເຜິ້ງປະສົມໂຢເກິດ:

ນຳນໍ້າເຜິ້ງ ແລະ ໂຢເກິດມາປະສົມໃຫ້ເຂົ້າກັນດີ. ຈາກນັ້ນ, ນຳໄປທາຕາມໃບໜ້າ ແລະ ຜິວກາຍປະມານ 30 ນາທີ ແລ້ວລ້າງອອກນໍ້າເຜິ້ງ ແລະ ໂຢເກິດ ຈະຊ່ວຍໃຫ້ຜິວຂາວນຸ້ມຂຶ້ນ.

4 ສູດນໍ້າກະທິ:

ສູດນີ້ບໍ່ຢາກເອົານ້ຳກະທິທາຕາມຜິວກາຍໄດ້ເລີຍເປັນສູດບູຮານທີ່ໃຊ້ໄດ້ຜົນ ເພາະນໍ້າກະທິຈະຊ່ວຍໃຫ້ຜິວຂາວ, ນຸ່ມນວນ ແລະ ຊຸ່ມຊື່ນຂຶ້ນ.

( ຂໍ້ມູນຈາກ: women.mthai.com )

[ ຮຽບຮຽງ: ນຸ້ມນິ້ມ ]