ແຂ້ວແມງອາດສ່ຽງເປັນພະຍາດອື່ນໆຮ່ວມນໍາ

118

ອາການແຂ້ວແມງຖືເປັນບັນຫາສຸຂະພາບຊ່ອງປາກທີ່ເບິ່ງແລ້ວບໍ່ໄດ້ຮ້າຍແຮງ ຫຼື ເປັນອັນຕະລາຍ ແຕ່ຈະມີຄວາມຮູ້ສຶກເຈັບປວດເມື່ອມີການຫຼົກແຂ້ວທີ່ມີແມງອອກກໍຈະເຊົາ ດ້ວຍເຫດຜົນນີ້ຈຶ່ງສົ່ງຜົນໃຫ້ຫຼາຍຄົນບໍ່ໄດ້ໃສ່ໃຈໃນເລື່ອງດັ່ງກ່າວ ແຕ່ເບື້ອງຫຼັງຂອງອາການແຂ້ວແມງອາດຈະເປັນໄດ້ຫຼາຍກວ່າທີ່ຄິດ ເພາະນອກຈາກຈະທຳລາຍຮາກແຂ້ວໃຫ້ເສຍຫາຍແລ້ວຍັງສ່ຽງຕໍ່ພະຍາດອີກດ້ວຍ ເປັນຕົ້ນແມ່ນ:

1 ພະຍາດເບົາຫວານ.

2 ພະຍາດຫົວໃຈ.

3 ມີຄວາມສ່ຽງເກີດລູກກ່ອນກຳນົດ ແລະ ມີພັດທະນາການທີ່ຜິດປົກກະຕິ.

4 ປອດຕິດເຊື້ອ.

5 ພະຍາດກະດູກຜ່ອຍ.

6 ມະເຮັງຕັບອ່ອນ.

7 ພະຍາດຕຸ້ຍ.

ອາການແຂ້ວແມງຮ້າຍແຮງກວ່າທີ່ຄິດ ເມື່ອຮູ້ວ່າມັນສາມາດກໍ່ໃຫ້ເກີດ ຄວາມສ່ຽງຂອງພະຍາດຕ່າງໆ. ດັ່ງນັ້ນ, ຄວນໃສ່ໃຈ ແລະ ໃຫ້ຄວາມສຳຄັນກັບສຸຂະພາບຊ່ອງປາກໃຫ້ຫຼາຍຂຶ້ນພ້ອມເບິ່ງແຍງສຸຂະພາບໃນດ້ານອື່ນໆຮ່ວມນຳ.

( ຂໍ້ມູນຈາກ: thaihealth.or.th )

[ ຮຽບຮຽງ: ນຸ້ມນິ້ມ ]