ຂະແໜງສ່ວຍສາອາກອນ ຕັ້ງເປົ້າເກັບລາຍຮັບໃຫ້ໄດ້ເກືອບ 14 ພັນຕື້ກີບ

201

ປີ 2020 ຂະແໜງສ່ວຍສາອາກອນຕັ້ງເປົ້າເກັບລາຍຮັບໃຫ້ໄດ້ເກືອບ 14 ພັນຕື້ກີບ ເພີ່ມຂຶ້ນຈາກປີຜ່ານມາ 13,2%. ດ້ານທ່ານນາຍົກເນັ້ນໃຫ້ເອົາໃຈໃສ່ຊຸກຍູ້ຜູ້ເສຍອາກອນ ແຈ້ງ – ມອບອາກອນດ້ວຍຕົນເອງຜ່ານລະບົບເອເລັກໂຕຣນິກ ແລະ ຜ່ານເວັບໄຊຫຼາຍຂຶ້ນ.

ທ່ານ ຄຳເຜັ່ນ ບຸບຜາວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ໃຫ້ຮູ້ໃນກອງປະຊຸມປຶກສາຫາລືວຽກງານຈຸດສຸມຂະແໜງສ່ວຍສາອາກອນ 4 ແຂວງ ເມື່ອບໍ່ດົນມານີ້ວ່າ: ປີ 2020 ແຜນການຈັດເກັບລາຍຮັບສ່ວຍສາອາກອນທັງໝົດ 13.950 ຕື້ກີບ ເທົ່າກັບ 7,8% ຂອງລວມຍອດຜະລິດຕະພັນພາຍໃນ ( GDP ) ທຽບໃສ່ແຜນການປີຜ່ານມາ ເພີ່ມຂຶ້ນ 13,2%. ໃນນີ້, ກົມສ່ວຍສາອາກອນຮັບຜິດຊອບ 8.509,30 ຕື້ກີບ ເທົ່າກັບ 4,78% ຂອງ GDP ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 13,28% ແລະ ທ້ອງຖິ່ນຮັບຜິດຊອບ 5.440,70 ຕື້ກີບ ເທົ່າກັບ 3,06% ຂອງ GDP ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 13,13%.

ອີງຕາມແຜນການເກັບລາຍຮັບງວດທີ 1 ປະມານ 2.590,45 ຕື້ກີບ ກົມສ່ວຍສາອາກອນຮັບຜິດຊອບ 1.611,10 ຕື້ກີບ ແລະ ບັນດາແຂວງຮັບຜິດຊອບ 979,35 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດສາມາດປະຕິບັດໄດ້ 647,99 ຕື້ກີບ ເທົ່າກັບ 66,35% ຂອງແຜນການເດືອນເທົ່າກັບ 4,65% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 15,22% ແລະ ມາຮອດວັນທີ 20 ກຸມພາ 2020 ສາມາດປະຕິບັດໄດ້ 864,51 ຕື້ກີບ. ໃນນີ້, ແຂວງຈໍາປາສັກ ປະຕິບັດໄດ້ 67,26 ຕື້ກີບ; ສະຫວັນນະເຂດ 77,58 ຕື້ກີບ; ແຂວງຫຼວງພະບາງ 28,45 ຕື້ກີບ ແລະ ນະຄອນຫຼວງວຽງຈັນ ປະຕິບັດໄດ້ 123,87 ຕື້ກີບ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ຊີ້ນຳໃຫ້ຂະແໜງສ່ວຍສາອາກອນຕ້ອງໄດ້ເອົາໃຈໃສ່ຊຸກຍູ້ໃຫ້ຜູ້ເສຍອາກອນແຈ້ງ – ມອບອາກອນດ້ວຍຕົນເອງຜ່ານລະບົບເອເລັກໂຕຣນິກ ແລະ ຜ່ານເວັບໄຊຫຼາຍຂຶ້ນ; ຂະຫຍາຍຖານລາຍຮັບດ້ວຍການຫັນບັນດາຫົວໜ່ວຍທຸລະກິດທີ່ບໍ່ແມ່ນຈຸນລະວິສາຫະກິດ ແຕ່ຍັງເສຍອາກອນແບບມອບເໝົາເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ແລະ ປະຕິບັດຕາມກົດໝາຍອາກອນມູນຄ່າເພີ່ມໃຫ້ຖືກຕ້ອງ – ໂປ່ງໃສ; ຜັນຂະຫຍາຍເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ( POS ); ຂະຫຍາຍການຈັດຕັ້ງປະຕິບັດການແຈ້ງ – ມອບອາກອນມອບເໝົາ ແລະ ຄ່າເຊົ່າຜ່ານລະບົບທະນາຄານ.

ໃນນີ້, ຈັດຕັ້ງຜັນຂະຫຍາຍໄປສູ່ບັນດາແຂວງໃຫຍ່ທີ່ມີເງື່ອນໄຂ ເຊັ່ນ: ແຂວງຫຼວງພະບາງ, ແຂວງຄຳມ່ວນ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ໂດຍສ່ວຍສາອາກອນແຂວງຕ້ອງເປັນເຈົ້າການຊີ້ນຳສ່ວຍສາອາກອນປະຈຳເມືອງເທສະບານ/ນະຄອນ ແລະ ຂະແໜງການທີ່ກ່ຽວຂ້ອງຫັນເອົາຫົວໜ່ວຍມອບເໝົາ ແລະ ຄ່າເຊົ່າເຂົ້າໃນລະບົບ TaxRIS ໃຫ້ຄົບຖ້ວນ, ພ້ອມທັງປຸກລະດົມຊຸກຍູ້ໃຫ້ແຈ້ງເສຍຜ່ານລະບົບດັ່ງກ່າວໃຫ້ໄດ້ 100% ແລະ ຊຳລະຜ່ານລະບົບທະນາຄານໃຫ້ໄດ້ 50%.

ສືບຕໍ່ປະຕິບັດການຄຸ້ມຄອງສາງສິນຄ້ານໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ປັບປຸງການເກັບອາກອນຈາກໄຟຟ້າລາວ ແລະ ໃຫ້ມີປະສິດທິຜົນກວ່າເກົ່າ, ກວດກາໂຄງການເຂື່ອນໄຟຟ້າທີ່ຮອດເວລາຈ່າຍອາກອນກຳໄລຕາມສັນຍາສຳປະທານຢ່າງຄົບຖ້ວນເກັບອາກອນກຳໄລ 1% ນຳຜູ້ຮັບເໝົາໃນໂຄງການສາຍສົ່ງ – ສະຖານີຕາມມະຕິຕົກລົງຂອງຄະນະປະຈຳສະພາແຫ່ງຊາດໃຫ້ໄດ້ຢ່າງຄົບຖ້ວນ, ສຸມໃສ່ການກວດແກ້ຂໍ້ມູນທີ່ຜິດພາດ ແລະ ຊ້ຳຊ້ອນກັນໃນຖານຂໍ້ມູນໃຫ້ສຳເລັດ ເພື່ອຮັບປະກັນຖານຂໍ້ມູນລາຍຮັບສ່ວຍສາອາກອນໃຫ້ມີ ຄວາມຖືກຕ້ອງຊັດເຈນ ແລະ ສາມາດນຳໃຊ້ໄດ້ຢ່າງມີປະສິດທິຜົນ ແລະ ອື່ນໆ.