ສຸວັນນີ ອະນຸມັດຈ່າຍເງິນປັນຜົນ 30% ຂອງກໍາໄລສຸດທິ

447

ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ( ສ.ວ.ນ ) ເປັນໜຶ່ງໃນ 11 ບໍລິສັດ ທີ່ຈົດທະບຽນ ແລະ ເປີດການຊື້ – ຂາຍຫຸ້ນໃນຕະຫຼາດຫຼັກຊັບລາວ ເຊິ່ງຜົນການດໍາເນີນທຸລະກິດປີຜ່ານມາເຫັນວ່າມີຜົນປະກອບການດີພໍສົມຄວນ.

ຫຼ້າສຸດເຫັນດີອະນຸມັດຈ່າຍເງິນປັນຜົນຈາກການດໍາເນີນທຸລະກິດຂອງບໍລິສັດ ໃນປີ 2019 ໃຫ້ແກ່ຜູ້ຖືຫຸ້ນທີ່ມີຢູ່ໃນລາຍຊື່ປຶ້ມບັນຊີຜູ້ຖືຫຸ້ນໃນມື້ປິດປຶ້ມບັນຊີໃນອັດຕາ 30% ຂອງກໍາໄລສຸດທິ ພາຍຫຼັງຫັກຄັງສໍາຮອງຕາມລະບຽບການ ແລະ ຄັງສໍາຮອງສະສົມ ຕາມນະໂຍບາຍການຈ່າຍເງິນປັນຜົນຂອງບໍລິສັດ.

ຕະຫຼາດຫຼັກຊັບລາວ ເປີດເຜີຍມະຕິກອງປະຊຸມສະພາບໍລິຫານ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ຄັ້ງທີ 1 ປະຈໍາປີ 2020 ພາຍໃຕ້ການເປັນປະທານຂອງ ທ່ານ ອຸ່ນ ຫຼ້າສຸກັນ ປະທານສະພາບໍລິຫານ ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ, ມີບັນດາສະມາຊິກສະພາບໍລິຫານ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມໄດ້ປຶກສາຫາລືບັນຫາຕ່າງໆພ້ອມມີມະຕິຕົກລົງເຫັນດີໃນຫຼາຍປະເດັນ ເປັນຕົ້ນ: ກອງປະຊຸມໄດ້ເຫັນດີຮັບຮອງເອົາບົດລາຍງານກອງປະຊຸມສະພາບໍລິຫານ ຄັ້ງທີ 2 ປີ 2019, ເຫັນດີນໍາບົດລາຍງານຜົນການດໍາເນີນທຸລະກິດ ແລະ ບົດລາຍງານການເງິນຂອງ ບໍລິສັດ ປະຈໍາປີ 2019 ໂດຍແຕ່ງຕັ້ງ ທ່ານ ພັນໂນລາ ສຸຄະບັນດິດ ເປັນຜູ້ປະສານງານກັບພາຍນອກ.

ຄຽງຄູ່ກັນນັ້ນ, ຍັງມີມະຕິເຫັນດີກັບແຜນການດໍາເນີນງານຂອງ ບໍລິສັດ ປະຈໍາປີ 2020 ແລະ ໃຫ້ສະເໜີຕໍ່ກອງປະຊຸມສາມັນຜູ້ຖືຫຸ້ນ ເພື່ອພິຈາລະນາ ແລະ ຮັບຮອງຕໍ່ໄປ, ກອງປະຊຸມຍັງເຫັນດີໃຫ້ສະເໜີຕໍ່ກອງປະຊຸມຜູ້ຖືຫຸ້ນ ເພື່ອພິຈາລະນາ ແລະ ອະນຸມັດຈ່າຍເງິນປັນຜົນຈາກການດໍາເນີນທຸລະກິດໃນປີ 2019 ໃຫ້ແກ່ຜູ້ຖືຫຸ້ນທີ່ມີລາຍຊື່ຢູ່ໃນປຶ້ມບັນຊີ ໂດຍກໍານົດເອົາວັນທີ 2 ມີນາ 2020 ເປັນມື້ປິດປຶ້ມບັນຊີຜູ້ຖືຫຸ້ນຂອງບໍລິສັດ ແລະ ຈ່າຍເງິນປັນຜົນໃນອັດຕາ 30 ສ່ວນຮ້ອຍຂອງກໍາໄລສຸດທິ ພາຍຫຼັງຫັກຄັງສໍາຮອງຕາມລະບຽບການ ແລະ ຄັງສໍາຮອງສະສົມຕາມນະໂຍບາຍການຈ່າຍເງິນປັນຜົນຂອງບໍລິສັດ, ສ່ວນມື້ຈ່າຍເງິນປັນຜົນທາງບໍລິສັດຈະແຈ້ງໃຫ້ຜູ້ຖືຫຸ້ນຊາບຜ່ານຊ່ອງທາງການສື່ສານຂອງຕະຫຼາດຫຼັກຊັບລາວ.

ກອງປະຊຸມ, ຍັງໄດ້ເຫັນດີແຕ່ງຕັ້ງ ບໍລິສັດ ພຣາຍສ໌ວໍເຕີເຮົ້າສ໌ກູເປີ້ ( ລາວ ) ຈໍາກັດຜູ້ດຽວ ເປັນຜູ້ກວດສອບບັນຊີພາຍນອກຂອງ ບໍລິສັດ ປະຈໍາປີ 2020 ໂດຍມີຄ່າບໍລິຫານເປັນເງິນບໍ່ກາຍ 37.500 ໂດລາ. ນອກນັ້ນ, ກອງປະຊຸມຍັງມີມະຕິເຫັນດີໃຫ້ກູ້ຢືມເງິນຈາກທະນາຄານ ແລະ ສະຖາບັນການເງິນທັງພາຍໃນ ແລະ ຕ່າງປະເທດ ເປັນຈໍານວນ 250 ລ້ານບາດ ( ສະກຸນເງິນໄທ ) ເພື່ອມາໃຊ້ໃນການຂະຫຍາຍສາຂາ ແລະ ເປັນທຶນໝູນວຽນຂອງບໍລິສັດ ໂດຍໄດ້ມອບໃຫ້ ທ່ານ ວັດດານາ ສຸຄະບັນດິດ ຜູ້ອໍານວຍການ ໃຫຍ່ ເປັນຜູ້ມີອໍານາດລົງລາຍເຊັນໃສ່ສັນຍາກູ້ຢືມເງິນ ແລະ ເອກະສານກ່ຽວຂ້ອງໃນນາມບໍລິສັດ ລວມທັງສິດ – ອໍານາດໃນການແຕ່ງຕັ້ງຜູ້ອື່ນເພື່ອດໍາເນີນການດັ່ງກ່າວແທນ.