ສາທາຢືນຢັນບໍ່ມີຜູ້ຕິດເຊື້ອ ໂຄວິດ – 19 ທີ່ຕະຫຼາດຊັ່ງຈ່ຽງ

69

ວັນທີ 24 ກຸມພາ 2020 ຜ່ານມາ ມີຜູ້ໃຊ້ສື່ສັງຄົມອອນລາຍ ( Facebook ) ຈໍານວນໜຶ່ງໄດ້ໂພສ ແລະ ຂຽນຂ່າວວ່າ ສູນການຄ້າຊັ່ງຈ່ຽງ ມີຜູ້ຕິດເຊື້ອ ໂຄວິດ – 19 ຈໍານວນ 19 ຄົນ ເຊິ່ງໄດ້ສ້າງຄວາມຕົກໃຈໄປທົ່ວສັງຄົມ. ຈາກນັ້ນ, ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ( ນວ ) ໄດ້ປະສານສົມທົບກັບບັນດາພາກສ່ວນກ່ຽວຂ້ອງລົງຕິດຕາມ, ກວດກາ ພົບວ່າບໍ່ມີ ຄວາມຈິງ.

ພາບປະກອບຂ່າວ

ທ່ານ ນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນວ ໃຫ້ສຳພາດວ່າ: ຫຼັງຈາກທີ່ພະແນກສາທາລະນະສຸກ ນວ ໄດ້ຮັບສາຍດ່ວນຈາກປະຊາຊົນວ່າມີຂ່າວລື ກ່ຽວກັບບັນຫາມີຜູ້ຕິດເຊື້ອພະຍາດ ໂຄວິດ – 19 ຈໍານວນ 19 ຄົນ ຢູ່ຕະຫຼາດຊັ່ງຈ່ຽງ ເຮັດໃຫ້ສັງຄົມຕົກໃຈກັນໄປທົ່ວ. ສະນັ້ນ, ໃນເຊົ້າວັນທີ 25 ກຸມພາ 2020 ພະແນກສາທາລະນະສຸກ ນວ ຈຶ່ງໄດ້ປະສານສົມທົບກັບ ປກສ ນະຄອນຫຼວງ, ຫ້ອງການສາທາເມືອງສີໂຄດຕະບອງ ແລະ ທ່ານຮອງເຈົ້າເມືອງສີໂຄດຕະບອງ ລົງຕິດຕາມ, ກວດກາ ແລະ ເກັບກຳຂໍ້ມູນຕ່າງໆ.

ພາບປະກອບເທົ່ານັ້ນ

ຜ່ານການລົງຕິດຕາມກວດກາ ແລະ ເກັບກຳຂໍ້ມູນ ເຫັນວ່າ: ຂ່າວທີ່ໂພສໃນສື່ສັງຄົມອອນລາຍແມ່ນບໍ່ມີຄວາມຈິງ ໂດຍສາເຫດທີ່ເຮັດໃຫ້ສື່ສັງຄົມອອນລາຍໂພສແມ່ນຍ້ອນວ່າ ໃນເວລາ 11:00 ໂມງ ຂອງວັນທີ 24 ກຸມພາ 2020 ຢູ່ສູນການຄ້າຊັ່ງຈ່ຽງ ໄດ້ເກີດເຫດໂຈນລັກໂທລະສັບ ເຊິ່ງຝ່າຍຄຸ້ມຄອງສູນການຄ້າ ຈຶ່ງໄດ້ປິດປະຕູ ຫຼື ປິດບໍລິການຊົ່ວຄາວ ເພື່ອຄົ້ນຫາຄົນຂີ້ລັກ ແຕ່ປາກົດວ່າໂຈນໄດ້ອອກຈາກສູນການຄ້າກ່ອນມີການປິດ ຈຶ່ງບໍ່ສາມາດຈັບໄດ້ ແລະ ໄດ້ເປີດບໍລິການເປັນປົກກະຕິແລ້ວ ເຊິ່ງເຮັດໃຫ້ມີຄົນບໍ່ຫວັງດີ ຫຼື ຮູ້ເທົ່າບໍ່ເຖິງການມາໂພສຂ່າວລືທີ່ບໍ່ມີຄວາມຈິງ.

ນອກນັ້ນ, ໃນວັນດຽວກັນສູນການຄ້າຊັ່ງຈ່ຽງ ກໍໄດ້ອອກແຈ້ງການ ສະບັບເລກທີ 026/ຊຈ ລົງວັນທີ 24 ກຸມພາ 2020 ວ່າດ້ວຍເລື່ອງ: ມີກຸ່ມຄົນບໍ່ດີຈໍານວນໜຶ່ງຂຽນຂ່າວຕົວະ ( ບໍ່ມີມູນຄວາມຈິງ ) ໃສ່ຮ້າຍວ່າສູນການຄ້າຊັ່ງຈ່ຽງມີຜູ້ຕິດເຊື້ອ ໂຄວິດ – 19 ໂດຍໄດ້ຊີ້ແຈງວ່າ: ຂ່າວດັ່ງກ່າວບໍ່ມີມູນຄວາມຈິງແຕ່ຢ່າງໃດ ແລະ ສູນການຄ້າ ຍັງເປີດບໍລິການເປັນປົກກະຕິ. ພ້ອມທັງ ແຈ້ງເຕືອນຜູ້ໃຊ້ສື່ອອນລາຍ ( Facebook ) ບາງທ່ານທີ່ກົດແຊຣ໌ ຫຼື ຂຽນໃສ່ຮ້າຍບໍລິສັດ ຫຼື ສູນການຄ້າ, ທາງສູນການຄ້າຈະໄດ້ດຳເນີນຄະດີຕາມລະບຽບກົດໝາຍ.

ພາບປະກອບຂ່າວເທົ່ານັ້ນ

ພ້ອມກັນນັ້ນ, ໃນຕອນແລງຂອງວັນທີ 25 ກຸມພາ 2020 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກໍໄດ້ອອກມາຖະແຫຼງຂ່າວຢືນຢັນວ່າ: ຂ່າວລືທີ່ວ່າມີການຕິດພະຍາດ ໂຄວິດ – 19 ຢູ່ໃນຊຸມຊົນຄົນຈີນ ທີ່ສູນການຄ້າຊັ່ງຈ່ຽງ ແມ່ນບໍ່ມີຄວາມຈິງ ເປັນຂ່າວທີ່ສ້າງຄວາມວຸ່ນວາຍເທົ່ານັ້ນ ເຊິ່ງທີມງານສືບສວນເຝົ້າລະວັງໄດ້ມີການລົງຄົ້ນຫາແລ້ວ ແລະ ບໍ່ມີກໍລະນີໃດຕິດເຊື້ອພະຍາດດັ່ງກ່າວ.

ພາບປະກອບຂ່າວເທົ່ານັ້ນ

ທ່ານຍັງໃຫ້ຮູ້ຕື່ມວ່າ: ສຳລັບ ສປປ ລາວ ມາຮອດປັດຈຸບັນມີຜູ້ສົງໄສ ທັງໝົດ 43 ກໍລະນີ ແລະ ຜົນກວດວິເຄາະແມ່ນບໍ່ພົບເຊື້ອພະຍາດດັ່ງກ່າວ. ພ້ອມນັ້ນ, ກະຊວງສາທາລະນະສຸກ ຍັງສືບຕໍ່ກະກຽມຄວາມພ້ອມໃນການຕອບໂຕ້ເຝົ້າລະວັງຢ່າງເປັນປົກກະຕິ ເຊັ່ນ: ເກັບຕົວຢ່າງພາຍໃນ 24 – 48 ຊົ່ວໂມງ, ກັ່ນກອງດ່ານຕ່າງໆຢ່າງເຂັ້ມງວດ, ກັ່ນກອງ ແລະ ຕິດຕາມຜູ້ທີ່ເດີນທາງມາຈາກເຂດລະບາດຢ່າງໃກ້ຊິດ, ສະໜອງຂໍ້ມູນ – ຂ່າວສານຢ່າງເປັນປົກກະຕິ ແລະ ອື່ນໆ.

ສຳລັບສະຖານະການຜູ້ຕິດເຊື້ອໂຄວິດ – 19 ມາຮອດວັນທີ 24 ກຸມພາ ຫຼຸດລົງຢ່າງຕໍ່ເນື່ອງ ຕາມການລາຍງານຂອງສຳນັກຂ່າວຊິນຮວາ ໃຫ້ຮູ້ວ່າ: ຈຳນວນຜູ້ຕິດເຊື້ອໃໝ່ໃນວັນທີ 24 ກຸມພາຜ່ານມາ ມີ 508 ຄົນ. ສ່ວນຈຳນວນຄົນເຈັບທີ່ສາມາດປິ່ນປົວໄດ້ ແລະ ອອກຈາກໂຮງໝໍແລ້ວ ມີຈຳນວນ 27.323 ຄົນ.