ສໍາມະນາເຜີຍແຜ່ລະບຽບການດ້ານອາຫານໃຫ້ແກ່ຜູ້ປະກອບການ

160

ບໍລິສັດ ແມ່ຂອງລາວ ຂາອອກ – ຂາເຂົ້າ ຮ່ວມກັບ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ຈັດງານສໍາມະນາເຜີຍແຜ່ລະບຽບການດ້ານອາຫານ ແລະ ເຄື່ອງສໍາອາງຕໍ່ຜູ້ຜະລິດ ເພື່ອການພັດທະນາຜະລິດຕະພັນຂອງ ສປປ ລາວ ໃຫ້ອອກສູ່ຕະຫຼາດກ້າວໄປເຖິງການສົ່ງອອກໃຫ້ພາກພື້ນ ແລະ ສາກົນຕາມທິດທາງນະໂຍບາຍສ້າງເສດຖະກິດໃນການຜະລິດເປັນສິນຄ້າ.

ງານສໍາມະນາຈັດຂຶ້ນໃນວັນທີ 20 – 21 ກຸມພາ 2020 ທີ່ທາດຫຼວງພລາຊາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວຂອງ ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ທ່ານ ນາງ ລັດສະໝີ ເວດຊະພົງ ຜູ້ອໍານວຍການ ບໍລິສັດ ແມ່ຂອງລາວ ຂາອອກ – ຂາເຂົ້າ ພ້ອມດ້ວຍວິຊາການ ແລະ ບັນດາຜູ້ປະກອບການ 25 ບໍລິສັດເຂົ້າຮ່ວມ.

ທ່ານ ດຣ. ສົມທະວີ ຈາງວິສົມມິດ ໄດ້ກ່າວວ່າ: ວຽກງານປົກປ້ອງຜູ້ບໍລິໂພກດ້ານອາຫານ ແມ່ນໜຶ່ງໃນການກໍານົດໃນລະບຽບການສາທາລະນະສຸກສາກົນ ( ຂໍ້ 11 ) ແລະ ນອນໃນບັນດາ 8 ແຜນງານກະຊວງສາທາລະນະສຸກ ໂດຍໄດ້ກໍານົດໃນກົດໝາຍອາຫານສະບັບປັບປຸງກ່ຽວກັບການຄຸ້ມຄອງສົ່ງເສີມທຸລະກິດການຜະລິດອາຫານ ເພື່ອໃຫ້ມີຄວາມຮັບປະກັນຄຸນນະພາບ ແລະ ປອດໄພໃຫ້ແກ່ປະຊາຊົນ ພ້ອມທັງຮັບປະກັນການຜະລິດໃຫ້ໄດ້ມາດຕະຖານພາກພື້ນ ແລະ ສາກົນ ຕາມການກໍານົດຂອງມາດຕະຖານອາຫານສາກົນ ແລະ ອາຊຽນ.

ງານສໍາມະນາໃນຄັ້ງນີ້ຈະຊ່ວຍໃຫ້ຜູ້ປະກອບການມີ ຄວາມເຂົ້າໃຈດ້ານກົດໝາຍ, ລະບຽບຫຼັກການດ້ານການຂຶ້ນທະບຽນການຜະລິດທີ່ດີ ເພື່ອສະໜອງໃຫ້ແກ່ປະຊາຊົນຜູ້ຊົມໃຊ້ ແລະ ສ້າງເສດຖະກິດໃຫ້ເຂັ້ມແຂງຍິ່ງຂຶ້ນ ເຊິ່ງການປະກອບຄໍາເຫັນຕ່າງໆທີ່ຍັງບໍ່ຈະແຈ້ງກໍຈະນໍາໄປຈັດຕັ້ງປະຕິບັດໃຫ້ດີກວ່າເກົ່າ ເພື່ອເຮັດໃຫ້ວຽກງານຄຸ້ມຄອງກວດກາດ້ານອາຫານ ແລະ ຢາຂອງກະຊວງສາທາລະນະສຸກມີ ຄວາມເຂັ້ມແຂງຍິ່ງຂຶ້ນ.