ມະຫາກໍາບຸນຊ້າງຄັ້ງທີ 14 ເປີດຢ່າງເປັນທາງການ ມີຫຼາຍກິດຈະກໍາໜ້າສົນໃຈ

217

ມະຫາກໍາບຸນຊ້າງ ຄັ້ງທີ 14 ປະຈໍາປີ 2020 ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 22 ກຸມພາ 2020 ນີ້ ທີ່ເດີ່ນສະໜາມຫຼວງ ແຂວງໄຊຍະບູລີ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ, ມີທ່ານ ພົງສະຫວັນ ສິດທະວົງ  ເຈົ້າແຂວງ ໄຊຍະບູລີ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າແຂວງ, ຮອງເຈົ້າແຂວງທົ່ວປະເທດ, ແຂກຮັບເຊີນທັງພາຍໃນ ແລະ ຕ່າງປະເທດ, ຕະຫຼອດເຖິງອໍານາດການປົກຄອງແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງ ໄຊຍະບູລີ ເຂົ້າຮ່ວມ.


ການຈັດງານບຸນຊ້າງ ແມ່ນເພື່ອເປັນການອະນຸລັກຮັກສາຊ້າງລາວ ເພາະຊ້າງເປັນມູນມໍລະດົກຂອງຊາດ ທັງເປັນມິ່ງຂວັນຄູ່ບ້ານຄູ່ເມືອງ, ພ້ອມນີ້ ກໍເພື່ອເປັນການສືບຕໍ່ຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າຂອງແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ອະດີດຕະການໃຫ້ຢືນຍົງຕະຫຼອດໄປ.

ນອກນີ້ ທັງເປັນການສົ່ງເສີມກິດຈະກໍາອະນຸລັກຊ້າງ, ໃຫ້ຊ້າງໄດ້ພົບກັນ, ປະສົມພັນກັນ ແລະ ກໍໃຫ້ເກີດການສືບພັນໃນອະນາຄົດ, ເປັນເວທີການສະແດງທັກສະຄວາມສາມາດໃນການຄວບຄຸມຊ້າງ ຕໍ່ສາທາລະນະຊົນ ແລະ ຍັງເປັນບ່ອນແລກປ່ຽນບົດຮຽນຂອງຄວານຊ້າງ.

ໃນງານບຸນຊ້າງພາຍຫຼັງທີ່ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ໄດ້ກ່າວເປີດງານຢ່າງເປັນທາງການແລ້ວ, ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງ ໄຊຍະບູລີ ໄດ້ຂຶ້ນກ່າວລາຍງານການກະກຽມງານມະຫາກໍາບຸນຊ້າງ ຄັ້ງທີ 14 ປະຈໍາປີ 2020 ທ່ານໄດ້ກ່າວວ່າ: ມະຫະກຳບຸນຊ້າງໄຊຍະບູລີ ແມ່ນຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ, ສໍາລັບປີນີ້ ແມ່ນຈັດຂຶ້ນເປັນຄັ້ງທີ 14 ມີຊ້າງພາຍໃນແຂວງເຂົ້າຮ່ວມ ຈໍານວນ 71 ໂຕ ຊຶ່ງຕິດພັນກັບວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ, ພິເສດ ຊ້າງທີ່ມາຮ່ວມງານໃນປີນີ້ ແມ່ນມີຊ້າງເຜືອກເຂົ້າຮ່ວມ 1 ໂຕ ລວມທັງໝົດ 72 ໂຕ.

ສໍາລັບກິດຈະກໍາຫຼັກຂອງການຈັດງານໃນປີນີ້ ແມ່ນຈະເນັ້ນໜັກກິດຈະກຳທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ໂດຍສະເພາະການສະແດງຂອງຊ້າງຄຳຮູ້, ພ້ອມກັນນີ້ໃນແຕ່ລະວັນຂອງໄລຍະການຈັດງານ ແມ່ນຈະຈັດໃຫ້ມີກິດຈະກໍາຫລາກຫລາຍສີສັນໂດຍສະເພາະ: ການຈັດວາງສະແດງສິນຄ້າຜົນຜະລິດທາງດ້ານກະສິກຳ, ຫັດຖະກຳ ແລະ ອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງ ແລະ ຜົນງານຂອງບັນດາ 11 ຕົວເມືອງ ພາຍໃນແຂວງໄຊຍະບູລີ, ມີສິນຄ້ານະວັດຕະກຳທີ່ຕິດພັນທາງດ້ານວິຊາການ ຂອງບາງພະແນກການຂອງແຂວງໄຊຍະບູລີ, ຫົວໜ່ວຍທຸລະກິດຂອງພາກລັດ, ເອກະຊົນທັງພາຍໃນ, ຈາກປະເທດໃກ້ຄຽງ ແລະ ຕົວແທນຂອງຊາວບ້ານເຂົ້າຮ່ວມ ຈຳນວນ 132 ຮ້ານ.

ພິທີແຫ່ຂະບວນຊ້າງເຜືອກເຂົ້າເມືອງໄຊຍະບູລີ ແລະ ຈັດພິທີກຳທາງສາສະໜາ, ມີພິທີຕັກບາດຖວາຍສັງຄະທານ ຕາມຮີດຄອງປະເພນີ, ການສະແດງສິລະປະວັນນະຄະດີຂອງສິລະປະກອນຈາກອ້ອມຂ້າງແຂວງ ແລະ ເມືອງ.

ສຳລັບມື້ເປີດງານເປັນທາງການແມ່ນມີກິດຈະກຳຄື: ຂະບວນແຫ່ຂອງຊ້າງ ຈຳນວນ 72 ໂຕ ປະສານສຽງເປົ່າສະໄນ, ຂະບວນແຫ່ກ້ອນກຳລັງຂອງ 11 ເມືອງ ທີ່ມີເອກະລັກຂອງຊົນເຜົ່າ ແລະ ຮີດຄອງປະເພນີ, ຂະບວນສະແດງຂອງ 8 ເຜົ່າ,ຊົມການສະແດງກິດຈະກຳຂອງຊ້າງຄຳຮູ້ 19 ລາຍການ, ພິທີບາສີສູ່ຂວັນຊ້າງ, ຈາກນັ້ນກໍ່ໄດ້ລັ່ນຄ້ອງ 9 ບາດ, ຕັດແຖບຜ້າປ່ອຍປຸມເປົ້າເປີດງານຢ່າງເປັນທາງການ.

ຂ່າວ-ພາບໂດຍ: ອຸ່ນເຮືອນ ໂພທິລັກ, ນັກຂ່າວ ຫ້ອງວ່າການແຂວງ ໄຊຍະບູລີ