ບາໂຊໂລນາ ຄວ້າກອງໜ້າຊາວດານມາກ ມາຮ່ວມທີມ

127

ບາເຊໂລນາ ສະໂມສອນຍັກໃຫຍ່ໃນ ລາລີກາ ແອັດສະປາຍ ປະກາດຄວ້າ ມາຕິນ ເບຣດເວດ ກອງໜ້າຊາວດານມາກ ຂອງ ເລກາເນສ ເຂົ້າຮ່ວມທີມຢ່າງເປັນທາງການແລ້ວ ເມື່ອທ້າຍອາທິດຜ່ານມາ ດ້ວຍສັນຍາຈົນເຖິງປີ 2024.

ບາເຊໂລນາ ຈໍາເປັນຕ້ອງເສີມກອງໜ້າຢ່າງຮີບດ່ວນ ເນື່ອງຈາກ ຫຼຸຍ ຊົວເຣຊ ກອງໜ້າຊາວອູຣູກວາຍ ໄດ້ຮັບບາດເຈັບຫົວເຂົ່າ, ສ່ວນ ອຸສມານ ເດມເບເລ ກໍໄດ້ຮັບບາດເຈັບກ້າມຊີ້ນຫຼັງຕົ້ນຂາຈີກ ໂດຍໄດ້ຮັບອະນຸຍາດຈາກ ລາລີກາ ເປັນກໍລະນີພິເສດສາມາດເສີມທີມໄດ້ແບບສຸກເສີນ.

ສໍາລັບ ເບຣດເວດ ມີຄ່າຕົວ 18 ລ້ານເອີໂຣ ຕາມຄ່າຈີກສັນຍາກັບ ເລກາເນສ ໂດຍລະດູການນີ້ນັກເຕະຄົນດັ່ງກ່າວຍິງໄປແລ້ວ 6 ປະຕູ ແລະ ສົ່ງບານໃຫ້ເພື່ອນຮ່ວມທີມຍິງໄດ້ 1 ປະຕູ ຈາກການລົງແຂ່ງຂັນໃນລີກ 24 ນັດ.

ນອກຈາກຈະຫຼິ້ນໃນ ລາລີກາ ແອັດສະປາຍ ແລ້ວ      ເບຣດເວດ ຍັງເຄີຍຫຼິ້ນໃນ ເດິ ແຊັມປ້ຽນຊິບ ອັງກິດ ກັບ ມິດເດິລສະໂບຣ ແລະ ຍັງເຄີຍໄດ້ຫຼິ້ນໃນລີກເອິງ ຝຣັ່ງ ກັບສະໂມສອນ ຕູລູສ ມາກ່ອນອີກດ້ວຍ.

( ຮູບຈາກ: Martin Braithwaite )