ແລ່ນ 31 ຂາສາມັກຄີ ປະຈໍາປີ 2020 ແຊັມຕົກເປັນຂອງ ມສ ດອນສະຫວ່າງ

260

ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ຮ່ວມກັບ ບໍລິສັດ ນິວຈິບເຊັງ ຈໍາກັດ ຈັດການແຂ່ງຂັນແລ່ນ 31 ຂາສາມັກຄີ ປະຈໍາສົກຮຽນ 2019 – 2020 ແລະ ສໍາເລັດຢ່າງຈົບງາມ ໃນວັນທີ 21 ກຸມພາ 2020 ທີ່ສະໜາມກີລາມະຫາວິທະຍາໄລແຫ່ງຊາດ ເຊິ່ງແຊັມຕົກເປັນຂອງ ມສ ດອນສະຫວ່າງ ຈາກເມືອງຫາດຊາຍຟອງ.

ເມື່ອວັນທີ 21 ກຸມພາ 2020 ທີ່ສະໜາມກີລາມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີເປີດ – ປິດການແຂ່ງຂັນແລ່ນ 31 ຂາສາມັກຄີ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ດຣ. ຂັນໄຊ ກຽດສີທະນາກອນ ປະທານ ບໍລິສັດ ນິວຈິບເຊັງ ຈໍາກັດ, ທ່ານ ສະເໜີ ຈຸນລະມະນີ ຮອງປະທານ ບໍລິສັດ ນິວຈິບເຊັງ ຈໍາກັດ ແລະ ທ່ານ ວິລະວັນ ບຸນສຸໄທ ຫົວໜ້າກົມພະລະ ແລະ ສິລະປະການສຶກສາ ກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍບັນດາຄູ – ອາຈານ ແລະ ນ້ອງໆນັກຮຽນຈາກ 27 ໂຮງຮຽນທົ່ວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

ທ່ານ ວິລະວັນ ບຸນສຸໄທ ຫົວໜ້າກົມພະລະ ແລະ ສິລະປະການສຶກສາ ກ່າວວ່າ: ການແຂ່ງຂັນແລ່ນ 31 ຂາສາມັກຄີ ປະຈໍາສົກຮຽນ 2019 – 2020 ມີທີມເຂົ້າຮ່ວມແຂ່ງຂັນຈາກໂຮງຮຽນທົ່ວນະຄອນຫຼວງວຽງຈັນ ເຖິງ 27 ທີມ ໂດຍມີນັກກີລາເຂົ້າຮ່ວມ 945 ຄົນ ໃຊ້ເວລາແຂ່ງຂັນ 1 ວັນ ໃນວັນທີ 21 ກຸມພາ 2020 ເລີ່ມແຕ່ເວລາ 9:00 ໂມງ ແລະ ສໍາເລັດໃນເວລາ 12:00 ໂມງ.

ຜ່ານການແຂ່ງຂັນ ປາກົດວ່າ: ຊະນະເລີດຕົກເປັນຂອງ ມສ ດອນສະຫວ່າງ ຈາກເມືອງຫາດຊາຍຟອງ ສາມາດຮັກສາເວລາໄດ້ດີທີ່ສຸດ 9,32 ວິນາທີ ໄດ້ຮັບຂັນແຊັມ ພ້ອມເງິນລາງວັນ 6 ລ້ານກີບ, ອັນດັບ 2 ມສ ຈັນສະຫວ່າງ ຈາກເມືອງສີໂຄດຕະບອງ ເຂົ້າເສັ້ນໄຊດ້ວຍເວລາ 9,49 ວິນາທີ ໄດ້ຮັບຂັນຮອງແຊັມ ພ້ອມເງິນລາງວັນ 4 ລ້ານກີບ ແລະ ອັນດັບ 3 ມສ ໄຜ່ລ້ອມ ຈາກເມືອງໄຊທານີ ເຂົ້າເສັ້ນໄຊດ້ວຍເວລາ 9,96 ວິນາທີ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນລາງວັນ 3 ລ້ານກີບ.

( ຂ່າວ: ຄໍາສອນ, ຮູບຈາກ: ສອນໄຊ )