ຊົມເຊີຍ! ກະຊວງສຶກສາ ມອບເງິນ 15 ລ້ານກີບ ຊ່ວຍເຫຼືອນັກສຶກສາລາວ ທີ່ເມືອງອູຮັນ

89

ວັນທີ 19 ກຸມພາ 2020 ທີ່ຜ່ານມາ, ທ່ານ ນາງ ດາລາພອນ ກິດຕິພັນ ຮັກສາການຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກິລາ ໄດ້ມອບເງິນຈຳນວນ 15 ລ້ານກີບ ໃຫ້ແກ່ທ່ານ ໂພໄຊ ໄຂຄຳພິທູນ ຫົວໜ້າຫ້ອງການ ກະຊວງການຕ່າງປະເທດ ເພື່ອນຳໄປຊ່ວຍເຫຼືອແບ່ງເບົາຄ່າໃຊ້ຈ່າຍບາງຢ່າງ ຂອງນັກຮຽນ-ນັກສຶກສາ ທີ່ຍັງອາໄສຢູ່ເມືອງອູຮັນ ແຂວງຫູເປີ່ຍ ສປ ຈີນ.

ເຊິ່ງເມືອງດັ່ງກ່າວເປັນເມືອງ ທີ່ມີການລະບາດຂອງ ໄວຣັສ ໂຄວິດ-19 ກໍ່ໃຫ້ເກີດການສູນເສຍທັງຊີວິດ, ເສດຖະກິດ ແລະ ສັງຄົມຫລວງຫລາຍພໍສົມຄວນ.

ພາບປະກອບຂ່າວເທົ່ານັ້ນ

ໃນໂອກາດດັ່ງກ່າວ, ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກໍໄດ້ສົ່ງຈົດໝາຍເຖິງນ້ອງ, ລູກຫລານ, ນັກຮຽນ-ນັກສຶກສາ ທີ່ພວມສຶກສາ ແລະ ດຳລົງຊິວິດຢູ່ ສາທາລະນະລັດ ປະຊາຊົນຈີນ ໂດຍສະເພາະແມ່ນຢູ່ເມືອງອູຮັນ ທີ່ຮັກແພງ ທັງຫລາຍ.

ພາບປະກອບຂ່າວເທົ່ານັ້ນ

ເມື່ອໄດ້ຮັບຂ່າວການລະບາດຂອງໄວຣັສ ໂຄວິດ-19 ກໍ່ໃຫ້ເກີດການສູນເສຍທັງຊິວິດ, ເສດຖະກິດ ແລະ ສັງຄົມຢ່າງຄຳນວນບໍ່ໄດ້, ຂ້າພະເຈົ້າໃນນາມຕາງໜ້າການນຳພັກ-ລັດ ກໍຄືຄະນະນຳກະຊວງສຶກສາທິການ ແລະ ກິລາ ໄດ້ມີຄວາມເປັນຫ່ວງເປັນໃຍຕໍ່ນ້ອງນຸ່ງ, ລູກຫລານ, ນັກຮຽນ-ນັກສຶກສາ ແລະ ບໍ່ໄດ້ຫລຸດຜ່ອນຄວາມພະຍາຍາມໃນການຕິດຕາມ ສະພາບການເປັນຢູ່ຂອງນ້ອງນັກຮຽນ-ນັກສຶກສາ ທີ່ກຳລັງສຶກສາຄົ້ນຄ້ວາ ຢູ່ ສປ ຈີນ ໂດຍສະເພາະເຂດທີ່ມີການລະບາດຂອງພະຍາດດັ່ງກ່າວ.

ຂໍ້ມູນຈາກ: ປະເທດລາວ