ຊົມເຊີຍ! ແຂວງວຽງຈັນ ປະກາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງ

191

ໃນຕອນເຊົ້າມື້ນີ້ ວັນທີ 21 ກຸມພາ2020 ຢູ່ທີ່ສະໂມສອນຂອງແຂວງ ວຽງຈັນ ມີພິທີປະກາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງ ໂດຍການເປັນປະທານ ຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆ ວຽງຈັນ, ເປັນກຽດເຂົ້າຮ່ວມເປີດປ້າຍ ແລະ ລັ່ນຄ້ອງ ໂດຍ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາການນຳຂອງແຂວງວຽງຈັນ, ແຂວງອ້ອມຂ້າງ ແລະ ບັນດາຄະນະນຳ ພ້ອມດ້ວຍພະນັກງານຫລັກແຫລ່ງໃນຂະແຫນງສຶກສາເຂົ້າຮ່ວມ.

ທ່ານ ຄຳພັນ ສິດທິດຳພາ ເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ໄດ້ກ່າວ ວ່າ: ແຂວງວຽງຈັນປະກອບມີ 11 ເມືອງ, ມີ 419 ບ້ານ, ມີພົນລະເມືອງ 461,033 ຄົນ, ມີ 88.896 ຄອບຄົວ, ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ຜູ້ບໍລິຫານການສຶກສາທຸກຂັ້ນນັບແຕ່ຂັ້ນແຂວງລົງຮອດທ້ອງຖິ່ນແມ່ນໄດ້ພ້ອມກັນເອົາໃຈໃສ່ປະຕິບັດຕາມພາລະໜ້າທີ່, ທີ່ພັກ-ລັດມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ, ປະຕິບັດຕາມ 3 ລັກສະນະ, 5 ຫຼັກມູນການສຶກສາ ແລະ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາ, ເຊິ່ງເຫັນວ່າມີຫຼາຍດ້ານ ແລະ ຫຼາຍຄາດໝາຍທີ່ໄດ້ພ້ອມກັນບັນລຸ, ມີຫຼາຍດ້ານກໍ່ໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນເປັນກ້າວໆ ເພື່ອຮັບປະກັນໃຫ້ຜົນການຮຽນຂອງນັກຮຽນບັນລຸຜົນສໍາເລັດໄດ້ຕາມຄາດໝາຍສາມາດເຂົ້າຮ່ວມແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດໃນແຕ່ລະສົກຮຽນໃຫ້ຕິດອັນດັບ.

ພ້ອມດຽວກັນນີ້ກໍໄດ້ເອົາໃຈໃສ່ຍົກສູງຄຸນນະພາບການສຶກສາຫຼັງຊັ້ນມັດທະຍົມໂດຍເນັ້ນໃສ່ການສ້າງສີມືແຮງງານ ແລະ ນັກວິຊາການ ເພື່ອໃຫ້ສາມາດຕອບສະໜອງຕາມຄວາມຕ້ອງການຂອງສັງຄົມ, ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບບໍລິຫານ ແລະ ຄຸ້ມຄອງການສຶກສາ ແຕ່ຂັ້ນແຂວງຮອດທ້ອງຖິ່ນ ແລະ ສົ່ງເສີມໃຫ້ປະຊາຊົນທຸກເພດທຸກໄວຫັນມາໃສ່ໃຈການອອກກໍາລັງກາຍເພື່ອສຸຂະພາບ ໃຫ້ນັບມື້ຫຼາຍຂຶ້ນ.

ໃນທົ່ວແຂວງມີໂຮງຮຽນທັງໝົດ 724 ແຫ່ງ, ມີນັກຮຽນທັງໝົດ 113.739 ຄົນ,ຍິງ 55.085 ຄົນ, ມີຜູ້ບໍລິຫານ ແລະ ສອນທັງໝົດ 6.596 ຄົນ ຍິງ 3.553 ຄົນ ສາມາດບັນລຸອັດຕາເຂົ້າຮຽນຂອງເດັກ 3-5 ປີ ບັນລຸ 61,3% ,ອັດຕາເຂົ້າຮຽນໃໝ່ສຸດທິຊັ້ນປະຖົມສຶກສາໄດ້ 99,4%, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມສຶກສາຕອນຕົ້ນ 90,2%, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມສຶກສາຕອນປາຍ 61%.

ການສຶກສານອກໂຮງຮຽນ ແມ່ນການຈັດຕັ້ງການຮຽນ-ການສອນທີ່ມີເນື້ອໃນຫຼັກສູດ ແລະ ຊັ້ນຮຽນຕ່າງໆ ຄືກັນກັບການສຶກສາໃນໂຮງຮຽນ ຕ່າງແຕ່ວິທີການຈັດການສອນ-ການຮຽນ, ເວລາ, ຮູບການຕາມເງື່ອນໄຂຄວາມສາມາດ ແລະ ຄວາມພ້ອມຂອງຜູ້ຮຽນ, ການຮຽນໜັງສືຕ້ອງຄວບຄູ່ກັບການຝຶກອົບຮົມວິຊາຊີບຂັ້ນພື້ນຖານ ເຊິ່ງປະກອບດ້ວຍການສຶກສານອກໂຮງຮຽນຕາມລະບົບປົກກະຕິ ແລະ ການສຶກສາຕາມອັດທະຍາໄສ.

ການສຶກສານອກໂຮງຮຽນເປັນວຽກງານທີ່ມີຄວາມສໍາຄັນພື້ນຖານຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ເພາະວ່າມັນໄດ້ສ້າງໂອກາດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບການສຶກສາຢ່າງທົ່ວເຖິງ ໂດຍສະເພາະແມ່ນເຂດຫ່າງໄກສອກຫຼີກ, ແມ່ຍິງ ແລະ ເດັກນ້ອຍຜູ້ດ້ອຍໂອກາດ, ເດັກນ້ອຍທີ່ມີຄວາມຕ້ອງການພິເສດ ແລະ ເດັກຍິງທີ່ຢູ່ໃນເຂດທີ່ບໍ່ທັນໄດ້ຮັບການສຶກສາ ເພີ່ມອັດຕາການຮູ້ໜັງສືຂອງຜູ້ໃຫຍ່ທັງເປັນການສ້າງໂອກາດດ້ານການຮຽນຮູ້ ແລະ ທັກສະຊີວິດທີ່ຈໍາເປັນໃຫ້ແກ່ກຸ່ມຄົນ ຫຼື ບຸກຄົນເພື່ອໃຫ້ເຂົາເຈົ້າສາມາດເພິ່ງຕົນເອງ, ກຸ້ມຕົນເອງ ຊ່ວຍໃຫ້ຕົນເອງຫຼຸດພົ້ນອອກຈາກຄວາມທຸກຍາກ.

ໃນພິທີ ຍັງໄດ້ມີການມອບໃບຢັ້ງຢືນການສຳເລັດການສຶກສາມັດທະຍົມຕອນຕົ້ນບຳລຸງໃຫ້ແກ່ແຂວງວຽງຈັນ, ເປັນກຽດຂຶ້ນມອບຂອງ ທ່ານ ນ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຂຶ້ນຮັບໂດຍທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ. ພ້ອມນີ້ ຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງ ແລະ ໃບຍ້ອງຍໍຂອງທ່ານຫົວຫນ້າພະແນກສຶກສາທິການ ແລະ ກິລາ ແຂວງວຽງຈັນ ໃຫ້ຄູຜູ້ທີ່ສອນດີສອນເກັ່ງ.

ຕອນທ້າຍພິທີ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວຍ້ອງຍໍຊົມເຊີຍຜົນສຳເລັດດັ່ງກ່າວ ທີ່ແຂວງວຽງຈັນ ຍາດມາໄດ້, ຍົກໃຫ້ເຫັນວຽກງານການສຶກສາໃນຂອບເຂດທົ່ວປະເທດ, ວຽກງານການສຶກສານອກໂຮງຮຽນ ແລະ ເນັ້ນໜັກໃຫ້ແຂວງວຽງຈັນ ສືບຕໍ່ພັດທະນາວຽກງານການສຶກສາພາຍໃນແຂວງ ໃຫ້ກ້າວໜ້າຂື້ນເລຶ້ອຍໆ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນ ກະຊວງສຶກສາທິການ ແລະ ກິລາ ຍັງໄດ້ມອບອຸປະກອນການຮຽນ – ອຸປະກອນກິລາຈຳນວນໜື່ງໃຫ້ກັບພະແນກສຶກສາທິການ ແລະ ກິລາ ແຂວງ ວຽງຈັນ.