ສານປະຊາຊົນຕ້ອງປະຕິບັດ 6 ວິທີ ໃນການສ້າງບຸກຄະລາກອນ

148

ທ່ານ ນາງ ສຸກສະຫວາດ ບຸນມາກອງ ວ່າການຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ໄດ້ລາຍງານຕໍ່ກອງປະຊຸມສານປະຊາຊົນ ປະຈຳປີ 2019 ທີ່ຈັດຂຶ້ນລະຫວ່າງວັນທີ 19-20 ກຸມພາ 2020 ວ່າ: ຕະຫຼອດປີຜ່ານມາ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ໄດ້ເອົາໃຈໃສ່ໃນການບໍາລຸງກໍ່ສ້າງພະນັກງານໃນຂອບເຂດທົ່ວປະເທດ ເຊັ່ນ: ສຳເລັດການຝຶກອົບຮົມວຽກງານຜູ້ຊ່ວຍຜູ້ພິພາກສາ 3 ຊຸດ ຈໍານວນ 280 ຄົນ; ສໍາເລັດການຝຶກອົບຮົມການພິຈາລະນາດ້ວຍຜູ້ພິພາກສາຜູ້ດຽວ 5 ວັນ ໃຫ້ແກ່ປະທານ ແລະ ຮອງປະທານສານເຂດໃນຂອບເຂດທົ່ວປະເທດ ຈຳນວນ 77 ຄົນ

ສຳເລັດການຝຶກອົບຮົມວຽກງານດຳເນີນຄະດີການຄ້າມະນຸດໃຫ້ແກ່ພະນັກງານສານບັນດາແຂວງພາກໃຕ້ ຈຳນວນ 74 ຄົນ; ສຳເລັດຝຶກອົບຮົມການດຳເນີນຄະດີເດັກແກ່ພະນັກງານທີ່ແຂວງຊຽງ ຂວາງ ຈຳນວນ 60 ຄົນ ແລະ ສຳເລັດການຝຶກອົບຮົມທິດສະດີການເມືອງ – ການປົກຄອງ 45 ວັນ ແກ່ພະນັກງານສານທົ່ວປະເທດ ຈຳນວນ 91 ຄົນ.

ທ່ານ ນາງ ສຸກສະຫວາດ ບຸນມາກອງ ຍັງໃຫ້ຮູ້ຕື່ມວ່າ: ເພື່ອໃຫ້ການພັດທະນາບຸກຄະລາກອນສານມີຄຸນນະພາບ ແລະ ທັນສະໄໝ, ສານຈະຕ້ອງປະຕິບັດ 6 ວິທີແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ ເຊັ່ນ:
1 ແຕ່ງຕັ້ງຄະນະຮັບຜິດຊອບໃນການສ້າງ ແລະ ຮັບຮອງຫຼັກສູດໃຫ້ເປັນເອກະພາບກັນ.

2 ລົງປະເມີນຜູ້ທີ່ຜ່ານການຝຶກອົບຮົມໄປແລ້ວນັ້ນ ວ່າສາມາດນຳໃຊ້ບົດຮຽນທີ່ຝຶກນັ້ນ ຫຼື ບໍ່ລວມທັງຜົນໄດ້ຮັບ.

3 ຄວນນຳໃຊ້ຜູ້ທີ່ຜ່ານການຝຶກອົບຮົມໃຫ້ຖືກຕາມເປົ້າໝາຍ.

4 ຕ້ອງຈັດງົບປະມານໃຫ້ພຽງພໍຕາມແຜນພັດທະນາການຝຶກອົບຮົມ.

5 ສານທ້ອງຖິ່ນຕ້ອງມີແຜນການຝຶກອົບຮົມ ເພື່ອພັດທະນາບຸກຄະລາກອນຢູ່ໃນ ຄວາມຮັບຜິດຊອບຂອງຕົນ.

6 ສານທ້ອງຖິ່ນຕ້ອງສະໜັບສະໜູນ ແລະ ຊຸກຍູ້ສົ່ງເສີມພະນັກງານຂອງຕົນມີການຍົກລະດັບດ້ວຍຕົນເອງ.

[ ຂ່າວ: ກາວຊົ່ງ ]